ປ. ທຣໍາ ກ່າວວ່າ ປ. ປູຕິນ ບໍ່ແມ່ນ ເພື່ອນ ແລະ ກໍບໍ່ແມ່ນ ສັດຕູ

ປະທານາທິບໍດີດໍໂນລ ທຣໍາ (ຂວາ) ແລະປະທານາທິບໍດີຣັດເຊຍ ທ່ານວລາເດີເມຍ ປູຕິນ ລະຫວ່າງກອງປະຊຸມ APEC ວັນທີ 11 ພະຈິກ 2017.

ປະທານາທິບໍດີ​ສະຫະລັດ ທ່າ​ນດໍ​ໂນ​ລ ທຣໍາ ກ່າວ​ວ່າ ຄູ່​ຕຳ​ແໜ່​ງຝ່າຍຣັດ​ເຊຍ ທ່ານ
​ວລາ​ເດີ​ເມຍ ປູ​ຕິນ ບໍ່​ແມ່​ນ​ທັງເພື່ອນ​ມິດ ຫຼື​ສັດຕູ ບໍ່ເທົ່າມື້ກ່ອນ​ການ​ພົບ​ປະ​ທີ່ນະຄອນ
ແຮ​ລຊິງ​ກິ.

ປະທາ​ນາ​ທິ​ບໍດີທຣຳ ​ກ່າວ​ໃນລະຫວ່າງ​ກອງ​ປະຊຸມ​ນັກ​ຂ່າວ​ໃນ​ວັນ​ພະຫັດ​ວານ​ນີ້ ທີ່
ກອງ​ປະຊຸມ​ສຸດ​ຍອດ​ອົງການ​ເນ​ໂຕ້ຢູ່​ນະຄອນບຣັສເຊີ​ລ​ສ໌ວ່າ “ທ່ານ​ບໍ່​ແມ່ນ​ສັດ ຕູ​ຂ້າ
ພະ​ເຈົ້າ ທ່ານແມ່ນ​ເພື່ອນ​ຄົນ​ນຶ່ງ​ບໍ? ບໍ່. ຂ້າພະ​ເຈົ້າ​ບໍ່​ຮູ້​ທ່ານ​ດີ​ພໍ ​ແຕ່​ສອງ​ເທື່ອ​ທີ່​ຂ້າ
ພະ​ເຈົ້າ​ໄດ້ພົບ​ພໍ້ ພວກ​ເຮົາ​ຖືກ​ກັນ​ດີ.”

ທ່ານ​ທຣໍາກ່າວ​ວ່າ ທ່ານ​ປູ​ຕິນ​ໄດ້​ເປັນ “ຄູ່​ແຂ່ງ” ​ແລະ​ກ່າວ​ເພີ້​ມວ່າ “ຫວັງ​ວ່າ​ມື້​ໃດ​ມື້​ນຶ່ງ
ບາງ​ທີ່​ທ່ານ​ອາດ​ເປັນ​ເພື່ອນກໍໄດ້. ​ມັນ​ອາດ​ເກີດ​ຂຶ້ນ ​ແຕ່​ຂ້າພະ​ເຈົ້າ​ບໍ່​ຮູ້​ທ່ານ​ດີ​ພໍ.”

ຜູ້ນຳ​ທັງ​ສອງ​ມີ​ກຳນົດພົບ​ປະກັນ​ໃນ​ວັນ​ຈັນ​ຈະມານີ້ ທີ່ນະຄອນ​ແຮ​ລຊິງ​ກິ ​ເວລາ​ປະທາ
ນາທິບໍດີ​ທຣໍາກ່າວ​ວ່າ ທ່ານ​ຈະ​ຍົກເອົາ​ເລື້ອງສົນທິສັນຍາ ການຫຼຸດກຳລັງ ອາວຸດຍຸດ​
ທະ​ສາດ​ ທີ່ຣັດ​ເຊຍ​ໄດ້​ລະເມີດສົນທິສັນຍາກຳລັງອາວຸດ​ນິວ​ເຄລຍ​ລະ ດັບປານກາງ
ແລະ​ການ​ແຊກແຊງຂອງ​ຣັດ​ເຊຍ​ເຂົ້າໃນ​ການ​ເລືອກ​ຕັ້ງ​ປະທານາ ທິບໍດີ​ສະຫະລັດ
ໃນ​ປີ 2016.

ປະທານາທິບໍດີ​ທຣໍາ ກ່າວ​ວ່າ “ພວກ​ເຮົາ​ເຂົ້າ​ໄປ​ກອງ​ປະຊຸມ​ດັ່ງກ່າວ ບໍ່​ໄດ້​ຄາດຫວັງ​
ຫຍັງ​ຫຼາຍ.”

​ເວລາ​ມີການຖາມວ່າ ຖ້າ​ຫາກ​ທ່ານ​ປູ​ຕິນປະ​ຕິ​ເສດ​ອີກ​ວ່າ ຣັດເຊຍ​ບໍ່​ໄດ້ມີສ່ວນ​ພົວພັນ
​ກັບ​ການ​ເລືອກ​ຕັ້ງ ທ່ານ​ທຣໍາຕອບ​ວ່າ “​ທັງ​ໝົດ​ທີ່ຂ້າພະເຈົ້າກ່າວໄດ້ກໍ​ຄື ວ່າ “ທ່ານ​ໄດ້
​ເຮັດ​ບໍ? ​ແລະ​ຢ່າ​ເຮັດ​ອີກ.” ແຕ່ທ່ານ​ອາດ​ປະຕິ​ເສດ. ຂ້າພະ​ເຈົ້າ​ໝາຍ​ຄວາມ​ວ່າ ພວກ
​ເຮົາຈະ ທ່ານ​ຈະເປັນ​ຜູ້​ຮູ້​ກ່ອນໝູ່ ​ໂອ​ເຄ?

ບັນ​ດາ​ພັນ​ລະ​ມິດ​ອົງການ​ເນ​ໂຕ້​ພາກັນມີ​ຄວາມ​ສົງ​ໄສ​ກ່ຽວ​ກັບ​ວ່າ ທ່ານ​ທຣໍາຈະ​ໜັກ
ແໜ້ນພໍ ​ກັບ​ຜູ້ນຳຣັດ​ເຊຍ ​ທີ່​ໄດ້​ປະຕິ​ເສດ​ການ​ສະຫລຸບ​ຂອງ​ປະຊາ​ຄົ​ມ​ສືບ​ລັບ​ສະຫະ
ລັດວ່າ ຣັດ​ເຊຍ​ໄດ້​ແຊກ​ແຊງ​ເຂົ້າໃນ​ການ​ເລືອກ​ຕັ້ງ.

ປະ​ທາ​ນາ​ທິບໍດີ​ທຣໍາຍັງ​ກ່າວ​ວ່າ ທ່ານ ‘ບໍ່​ດີ​ໃຈ” ກ່ຽວ​ກັບການທີ່ຣັດ​ເຊຍໄດ້ພະ​ໜວກ​
ເອົາ​ຄຣາຍ​ເມຍ ​ໃນ​ປີ 2014 ​ແລະ​ອີກ​ເທື່ອ​ນຶ່ງ​ໄດ້​ຖິ້ມ​ໂທດ​ໃສ່​ປະທານ​າ ທິບໍດີ​ຄົນ​ກ່ອນ
ທ່ານ​ບາຣັກ ​ໂອບາ​ມາ ທີ່​ປ່ອຍໃຫ້ເລື້ອງນີ້​ເກີ​ດຂຶ້ນ.

ປະທານາທິບໍດີ​ທຣໍາກ່າວ​ວ່າ “ຂ້າພະ​ເຈົ້າ​ຈະ​ບໍ່​ອະນຸຍາດ​ໃຫ້​ເກີດ​ຂຶ້ນ ​ແຕ່​ທ່ານ​ໄດ້​ອະ
ນຸຍາດ​ໃຫ້​ເກີດ​ຂຶ້ນ. ​ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ​ກັບ​ຄຣາຍ​ເມຍ​ຈາກ​ຈຸດ​ນີ້​ໄປ​? ນັ້ນ ຂ້າພະ
​ເຈົ້າ​ບອກ​ທ່ານ​ບໍ່​ໄດ້. ​ແຕ່​ຂ້າພະ​ເຈົ້າ​ບໍ່​ດີ​ໃຈ ​ກ່ຽວ​ກັບເລື້ອງ ​ຄຣາຍ​ເມຍ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ