ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກ່າວວ່າ Kim Jong Un ຜູ້ນຳເກົາຫຼີເໜືອ
ໄດ້ເຮັດ “ການຕັດສິນໃຈທີ່ສະຫລາດແລະມີເຫດຜົນ” ທີ່ຈະໂຈະການຍິງລູກສອນໄຟ
ໄປຍັງຝັ່ງທະເລໃນເຂດເກາະ Guam ທີ່ເປັນດິນແດນຂອງສະຫະລັດນັ້ນ.
ໃນຄວາມເຫັນຂອງທ່ານທຣຳ ທີ່ຂຽນລົງໃນ Twitter ໃນວັນພຸດວານນີ້ ວ່າ “ທາງເລືອກ
ນັ້ນແມ່ນຈະມີຂຶ້ນທັງສອງແບບ ທັງເປັນຄວາມຫາຍະນະແລະເປັນສິ່ງທີ່ຮັບເອົາບໍ່ໄດ້.”
ມີການອ້າງຄຳເວົ້າ ຂອງຜູ້ນຳເກົາຫຼີເໜືອ ທີ່ກ່າວຕໍ່ອົງການຂ່າວຂອງທາງການ ໃນວັນ
ອັງຄານຜ່ານມານີ້ວ່າ ໃນເວລານີ້ ທ່ານໄດ້ຮຽກຮ້ອງໃຫ້ໂຈະແຜນການທີ່ຍິງລູກສອນໄຟຂ້າມຍີ່ປຸ່ນໄປໃສ່ເຂດນ່ານນ້ຳໃກ້ໆກັບເກາະ Guam ທີ່ຢູ່ຫ່າງອອກໄປທາງໃຕ້ປະມານ
3 ພັນ 400 ກິໂລແມັດ ເພື່ອເບິ່ງວ່າ “ພວກ Yankees ຍັງຈະສືບຕໍ່ດື້ດ້ານໃນການເອົາ
ບາດກ້າວທີ່ເປັນອັນຕະລາຍຮ້າຍແຮງ ແລະຍັງຄິດຂາດຄວາມຮັບຜິດຊອບຫຼືບໍ່.”
ຮອງປະທານາທິບໍດີ Mike Pence ໃນລະຫວ່າງການຖະແຫຼງການຮ່ວມກັບ ທ່ານນາງ Michelle Bachelet ປະທານາທິບໍດີຂອງ Chile ນັ້ນ ໄດ້ຮຽກຮ້ອງໃຫ້ປະເທດ Chile
ແລະບັນດາປະເທດໃນລາຕິນອາເມຣິກາທັງຫຼາຍ “ຕັດສາຍພົວພັນທາງການທູດແລະ
ການຄ້າ” ກັບເກົາຫຼີເໜືອ.
ທ່ານ Pence ໄດ້ກ່າວວ່າ “ໃນຂະນະທີ່ ປະທານາທິບໍດີ Bachelet ແລະຂ້າພະເຈົ້າ
ໄດ້ໂອ້ລົມສົນທະນາກັນມື້ນີ້, ສະຫະລັດໄດ້ໃຫ້ຄວາມສຳຄັນເປັນພິເສດ ກ່ຽວກັບ
ການດຳເນີນຄວາມພະຍາຍາມທາງການທູດເພື່ອໂດດດ່ຽວອຳນາດການປົກຄອງ
ຂອງ Kim Jong Un”
ໃນຂະນະທີ່ເກົາຫຼີເໜືອ ບໍ່ມີສຳນັກງານການທູດ ຫຼືທະນາຄານໃນປະເທດ Chile
ກໍຕາມ ແຕ່ທັງສອງປະເທດຍັງມີຄວາມສຳພັນທາງການຄ້າລະຫວ່າງກັນຢູ່.
ທ່ານ Pence ໄດ້ຊຸກ ຍູ້ເປັນການສະເພາະ ໃຫ້ຊີເລ ລະບຸການສົ່ງອອກເຫຼົ້າໄວນ໌
ຂອງຕົນເປັນສິນຄ້າປະເພດຟູູມເຟືອຍ ຊຶ່ງຈະສາມາດກີດກັນບໍ່ໃຫ້ເກົາຫຼີເໜືອ ໄດ້ຮັບ
ເຫຼົ້າໄວນ໌ເຫຼົ່ານີ້ ພາຍໃຕ້ ກົດລະບຽບການລົງໂທດຂອງສະຫະລັດ.
ຈີນ ຊຶ່ງເປັນເສັ້ນຊີວິດທາງດ້ານເສດຖະກິດ ແລະພັນທະມິດພຽງປະເທດດຽວຂອງ
ເກົາຫຼີເໜືອ ນັ້ນແມ່ນໄດ້ບອກກັບພຽງຢາງແລະວໍຊີງຕັນວ່າ ປະເທດທັງສອງຄວນຈະ
“ຢຸດ” ໃນການທະເລາະວິວາດກັນ ແບບຂົ່ມຂູ່ ທີ່ພວກເຂົາເຈົ້າໄດ້ກະທຳ ໃນຮອບ
ຫຼາຍມື້ ແລະຫຼາຍສັບປະດາຜ່ານມານີ້.
Kim ໄດ້ຄຸຍອວດວ່າ ເກົາຫຼີເໜືອ ມີຄວາມສາມາດທີ່ຈະໂຈມຕີແຜ່ນດິນໃຫຍ່ຂອງ
ສະຫະລັດດ້ວຍລູກສອນໄຟໄດ້ ໃນຂະນະທີ່ທ່ານທຣຳ ກ່າວວ່າ ສະຫະລັດ ສາມາດທີ່
ຈະຕອບໂຕ້ໃນການໂຈມຕີໃດໆກໍຕາມ ດ້ວຍ “ການຖະຫລົ່ມທີ່ລຸກເປັນໄຟ ທີ່ທັງໂລກ
ບໍ່ເຄີຍເຫັນກັນມາກ່ອນ.” ນຶ່ງມື້ຕໍ່ມາ ທ່ານທຣຳ ໄດ້ກ່າວວ່າ ຄຳເຕືອນຂອງທ່ານນັ້ນ
“ແມ່ນບໍ່ແຮງພຽງພໍ.”
ຈີນ ໄດ້ກ່າວວ່າ ລັດຖະມົນຕີການຕ່າງປະເທດ Wang Yi ໄດ້ບອກກັບຄູ່ຕຳແໜ່ງຝ່າຍ
ຣັດເຊຍ ທ່ານ Sergei Lavrov ໃນວັນອັງຄານຜ່ານມານີ້ວ່າ ທັງສອງປະເທດຈຳເປັນ
ທີ່ຈະຕ້ອງເຮັດວຽກຮ່ວມກັນ ໃນການຫຼຸດຜ່ອນຄວາມເຄັ່ງຕຶງລົງ ເພື່ອວ່າຈະບໍ່ມີຜູ້ໃດ
“ກໍ່ເຫດເຫດຮ້າຍຂຶ້ນ ໃກ້ໆປະຕູໜ້າບ້ານຂອງພວກເຂົາເຈົ້າໄດ້.”