ເມື່ອຖືກຖາມໂດຍພວກນັກຂ່າວວ່າ ທ່ານຈາມາລ ຄາຊອກກີ (Jamal Khashoggi), ນັກ
ຂ່າວ ຊາອຸດີ ເສຍຊີວິແລ້ວຫລືບໍ່, ປະທານາທິບໍດີ ດໍໂນລ ທຣຳ ຂອງສະຫະລັດຕອບວ່າ
"ແນ່ນອນເບິ່ງ" ຄືວ່າລາວເສຍຊີວິດແລ້ວ ແລະ ອັນນັ້ນເປັນເລື້ອງ "ທີ່ໜ້າເສົ້າໃຈອີ່ຫລີ."
ທ່ານທຣຳໃຫ້ຄຳໝັ້ນສັນຍາວ່າ ມັນຈະມີຜົນຕາມມາ “ທີ່ຮ້າຍແຮງຫລາຍ” ຖ້າຫາກຊາອຸດີ
ຂ້າລາວ, ໃນຕອນທີ່ທ່ານກ່າວຄຳປາໄສທີ່ລານຈອດເຮືອບິນ ຖານທັບຮ່ວມແອນດຣູ
ກ່ອນຈະຂຶ້ນເຮືອບິນປະຈຳຕຳແໜ່ງ Air Force One ໄປໃນຕອນບ່າຍວັນພະຫັດວານນີ້.
ລັດຖະບານຂອງທ່ານທຣຳ ຍິນດີທີ່ຈະໃຫ້ເວລາ ແກ່ຊາອຸດີ ອາຣາເບຍຕື່ມອີກໜ້ອຍນຶ່ງ
ເພື່ອໃຫ້ເຂົາເຈົ້າດຳເນີນການສືບສວນຕໍ່ຂໍ້ກ່າວຫາຂອງເທີກີ ທີ່ເວົ້າວ່າພວກນັກສືບຈາກ
ລາດຊະອານາຈັກດັ່ງກ່າວໄປສັງຫານທ່ານຄາຊອກກີ ຢູ່ໃນສະຖານກົງສຸນຂອງຣິຢາດ
ໃນນະຄອນອິສຕັນບູລນັ້ນ ໃຫ້ແລ້ວກ່ອນ.
ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມ
Your browser doesn’t support HTML5
Pressure Mounts on Trump to Confront Saudis on Khashoggi Disappearance
ສ່ວນທ່ານ ໄມຄ໌ ພອມພຽວ, ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ, ພາຍຫລັງ
ທີ່ໄດ້ພົບປະກັບຜູ້ນຳຂອງຊາອຸດີ ແລະເທີກີແລ້ວ ກໍໄດ້ໄປລາຍງານໃຫ້ທ່ານທຣຳຟັງຢູ່ທີ່
ທຳນຽບຂາວ ໃນຕອນເຊົ້າໆຂອງວັນພະຫັດວານນີ້ ໂດຍໄດ້ບອກທ່ານວ່າໃຫ້ເວລາແກ່
ຊາອຸດີ ອີກຈັກສອງ ສາມມື້ ເພື່ອດຳເນີນການສືບສວນ ເລື້ອງການຫາຍສາບສູນຂອງນັກ
ຂຽນທີ່ອາໄສຢູ່ໃນລັດເວີຈີເນຍຂອງສະຫະລັດນັ້ນ ໃຫ້ສຳເລັດກ່ອນ.
ພາຍຫລັງໄດ້ຕີລາຄາບົດລາຍງານຂອງຊາອຸດີແລ້ວ ທ່ານພອມພຽວເວົ້າວ່າ “ຈາກນັ້ນ
ສະຫະລັດຈະຕັດສິນໃຈ ກ່ຽວກັບວ່າ ຈະເອົາມາດຕະການຕອບໂຕ້ ທີ່ຖືກຕ້ອງອັນໃດດີ."
ທ່ານພອມພຽວກ່າວອີກວ່າ "ມີການບອກເລົ່າຫລາຍອັນແຕກຕ່າງກັນຢູ່ຫັ້ນ ກ່ຽວກັບວ່າ
ມີຫຍັງເກີດຂຶ້ນ" ກັບທ່ານຄາຊອກກີ ແຕ່ທ່ານກໍໄດ້ປະຕິເສດ ບໍ່ໃຫ້ການຄາດເດົາໃດໆ
ກ່ຽວກັບຜົນຂອງການສອບສວນຢູ່ໃນຊາອຸດີ ແລະເທີກີ. ຫົວໜ້າສູງສຸດຂອງນັກການ
ທູດ ທ່ານນີ້ ຍັງເວົ້າອີກວ່າ ທ່ານເຊື່ອວ່າ "ພາບທັງໝົດຂອງເລື້ອງນີ້ຈະປາກົດອອກ
ມາໃຫ້ເຫັນ" ຈາກການສືບສວນ ຕ່າງໆ ດັ່ງກ່າວ.
ທ່ານ ສະຕີຟ ມນຸຈິນ ລັດຖະມົນຕີກະຊວງການເງິນຂອງສະຫະລັດກ່າວຄຳປາໄສ ຢູ່ກອງປະຊຸມຢູ່ກະຊວງການເງິນຂອງ ສຫລ ໃນນະຄອນ ວໍຊິງຕັນ ໃນວັນທີ 16 ຕຸລາ, 2018
ທ່ານພອມພຽວ ຍັງເວົ້າອີກວ່າ ທ່ານໄດ້ແຈ້ງໃຫ້ກະສັດ ຊາມາລ ຂອງຊາອຸດີ ແລະຜູ້ນຳ
ທີ່ແທ້ຈິງຂອງປະເທດ, ອົງມົງກຸດຣາຊະກຸມມານເຈົ້າຟ້າຊາຍໂມຮຳ ເມັດ ບິນ ຊາລມານ
ວ່າ ສະຫະລັດ ຖືເລື້ອງຊາຕາກຳ ຂອງທ່ານຄາຊອກກີ “ຢ່າງຈິງຈັງຫລາຍ” ແຕ່ກໍໄດ້ກ່າວ
ວ່າ ສະຫະລັດແລະຊາອຸດີ ອາຣາເບຍໄດ້ “ເປັນພັນທະມິດຍຸດທະສາດ” ມາໄດ້ຫລາຍ
ທົດສະວັດແລ້ວ.
ເຈົ້າໜ້າທີ່ສອບສວນດ້ານທຸດຈະລິດຂອງເທີກີໄປຫາບ້ານພັກຂອງ ຫົວໜ້າສະຖານກົງສຸນໃຫຍ່ຂອງ ຊາອຸດີ ໃນນະຄອນ ອິສຕານບູລ ໃນວັນທີ 17 ຕຸລາ, 2018
ໃນຂະນະທີ່ທ່ານ ສະຕີຟ ມນຸຈິນ ລັດຖະມົນຕີກະຊວງການເງິນຂອງສະຫະລັດເວົ້າວ່າ ທ່ານຈະບໍ່ໄປຮ່ວມກອງປະຊຸມດ້ານການລົງທຶນຂອງຊາອຸດີ ໃນອາທິດໜ້ານີ້ ຢູ່ທີ່ນະຄອນຣິຢາດ. ກອງປະຊຸມດັ່ງກ່າວ ແມ່ນແນໃສ່ເພື່ອຈະສະແດງໃຫ້ເຫັນເຖິງການດຳເນີນຄວາມພະຍາຍາມຂອງອົງມົງກຸດ ໃນການເຮັດໃຫ້ເສດຖະກິດຂອງຊາອຸດີ ມີຫລາຍສິ່ງຫລາຍຢ່າງຂຶ້ນ ຫລາຍກວ່າການຫລິ້ນບົດບາດເປັນປະເທດນຳໜ້າ ໃນການສົ່ງອອກນ້ຳມັນຂອງໂລກນັ້ນ. ຫົວໜ້າຄະນະຜູ້ແທນຂອງຕາເວັນຕົກຫລາຍບໍລິສັດໄດ້ຖອນໂຕ ອອກຈາກກອງປະຊຸມທີ່ຈະດຳເນີນໄປເປັນເວລາ 3 ວັນນີ້ແລ້ວ ໃນຂະນະທີ່ຊາອຸດີ ອາຣາເບຍ ກຳລັງພົບຄວາມຫຍຸ້ງຍາກ ທີ່ຈະໃຫ້ຄຳຕອບກ່ຽວກັບຊາຕາກຳ ຂອງທ່ານຄາຊອກກີ.