ທຳນຽບຂາວຍັງສືບຕໍ່ ໃຫ້ການສະໜັບສະໜູນ ຕໍ່ການຢືນຢັດຂອງປະທານາທິບໍດີ
Donald Trump ທີ່ວ່າ ອະດີດປະທານາທິບໍດີ Barack Obama ລັກຟັງໂທລະ
ສັບທ່ານຢູ່ຕຶກ Trump Tower ໃນນະຄອນ New York ທັງໆທີ່ບໍ່ມີຫຼັກຖານຢືນ
ຢັນໃດໆທັງໝົດ.
Your browser doesn’t support HTML5
White House Spokesman Discusses 2016 Election Wiretapping
ໂຄສົກທຳນຽບຂາວ ທ່ານ Sean Spicer ໃນວັນພະຫັດວານນີ້ ໄດ້ປະເຊີນໜ້າ
ຢູ່ໃນຫ້ອງ ທີ່ເຕັມໄປດ້ວຍບັນດານັກຂ່າວ ຜູ້ທີ່ຕ້ອງການຢາກຮູ້ວ່າ ເປັນຫຍັງປະ
ທານາທິບໍດີ Trump ຍັງຢືນຢັດວ່າມັນເປັນຄວາມຈິງ ແມ່ນແຕ່ຫລັງຈາກບັນດາ
ສະມາຊິກສະພາ ໃນຄະນະກຳມະການສືບລັບ ຂອງສະພາຕໍ່າ ແລະສະພາສູງ
ກ່າວວ່າ ມັນບໍ່ໄດ້ເກີດຂຶ້ນ.
Your browser doesn’t support HTML5
White House Press Secretary Spars With CNN Reporter on Wiretapping Claims
ທ່ານ Spicer ໄດ້ກ່າວຫາພວກນັກຂ່າວວ່າ “ອະທິບາຍບໍ່ຖືກ” ຕໍ່ສິ່ງທີ່ໄດ້ເກີດຂຶ້ນ
ຢູ່ໃນຄະນະກຳມະການຂອງສະພາສູງ.
ທ່ານຍັງໄດ້ກ່າວຫາບັນດານັກຂ່າວວ່າ “ເລືອກເອົາແຕ່ແນວຢາກເວົ້າ” ຕໍ່ອັນທີ່ເຂົາ
ເຈົ້າຢາກລາຍງານແລະບໍ່ຫົວຊາກັບປະທານຄະນະກຳມະການສືບລັບຂອງສະພາ
ຕໍ່າ ທ່ານ Devin Dune ທີ່ກ່າວວ່າມັນ “ທາງເປັນໄປໄດ້ສູງ” ທີ່ມີການຕິດຕາມກວດ
ກາເບິ່ງທ່ານ Trump.
Your browser doesn’t support HTML5
Ryan: No Evidence of Trump Wiretapping
ແຕ່ທ່ານ Nunes ກ່າວວ່າ ທ່ານບໍ່ເຊື່ອວ່າໂທລະສັບຂອງທ່ານ Trump ໄດ້ຖືກລັກ
ຟັງ.
ສະມາຊິກສະພາສູງ ພັກຣີພັບບລິກັນ ທ່ານ Lindsey Graham ປະທານຄະນະກຳມະການຍຸຕິທຳ.
ທ່ານ Spicer ກ່າວວ່າ ທ່ານ Trump ໄດ້ໃຊ້ຄຳເວົ້າ “ລັກຟັງ” ໃນການກ່າວ ຫາຕົ້ນຕໍ
ທີ່ທ່ານລົງໃນ Twitter. ທ່ານ Spicer ກ່າວວ່າ ນັ້ນໝາຍຄວາມວ່າໄດ້ມີການຕິດຕາມ
ກວດກາຢ່າງກວ້າງຂວາງ ຖ້າຫາກບໍ່ມີການລັກຟັງ ທາງໂທ ລະສັບຢ່າງແທ້ຈິງ.
Your browser doesn’t support HTML5
Nunes: 'No Evidence' of Trump Tower Wiretapping
ແຕ່ສະມາຊິກທີ່ສຳຄັນ 2 ທ່ານ ໃນຄະນະກຳມະການສືບລັບຂອງສະພາສູງຊຶ່ງ ພັກຣິ
ພັບບລິກັນ ໄດ້ແກ່ທ່ານ Richard Buur ແລະພັກເດໂມແຄຣັດ ກໍຄືທ່ານ Mark
Warner ກ່າວໃນວັນພະຫັດວານນີ້ວ່າ “ອີງຕາມຂໍ້ມູນ ທີ່ມີໄວ້ໃຫ້ແກ່ພວກເຮົາແລ້ວ
ພວກເຮົາບໍ່ເຫັນຮ່ອງຮອຍໃດໆວ່າ ຕຶກ Trump Tower ໄດ້ເປັນບ່ອນທີ່ຖືກສີ້ງຊອມ
ໂດຍພາກສ່ວນໃດໆຂອງລັດຖະບານສະຫະລັດກ່ອນຫຼືຫຼັງການເລືອກຕັ້ງ ປີ 2016.”
Your browser doesn’t support HTML5
Schiff: Wiretapping Allegations 'Irresponsible' of President Trump
ຖະແຫລງການຂອງເຂົາເຈົ້າ ມີຂຶ້ນຫລັງຈາກຄຳຖະແຫລງຂອງປະທານສະພາຕໍ່າ ທ່ານ
Paul Ryan ຜູ້ທີ່ບໍ່ໄດ້ໃຫ້ຄວາມສຳຄັນຕໍ່ການກ່າວອ້າງຂອງປະທາ ນາທິບໍດີໃນວັນທີ 4 ມີນາວ່າ ທ່ານ Obama ໄດ້ສັ່ງໃຫ້ລັກຟັງໂທລະສັບຂອງ ທ່ານ. ທ່ານ Ryan ກ່າວວ່າ
“ພວກເຮົາໄດ້ສະສາງເລື່ອງນັ້ນໄປແລ້ວ ທີ່ພວກເຮົາບໍ່ເຫັນຫຼັກຖານໃດໆກ່ຽວກັບເລື່ອງ
ນີ້.”