ປະທານາທິບໍດີ ດໍໂນລ ທຣໍາ ທີ່ຍັງບໍ່ຍອມໃນວັນພະຫັດວານນີ້ ໄດ້ປະຕິເສດຢ່າງເປີດ
ແປນວ່າ ທ່ານບໍ່ໄດ້ກົດດັນ ໃຫ້ອົງການສັນຕິບານກາງຫລື FBI ປິດການສືບສວນ ກ່ຽວກັບອະດີດຜູ້ຊ່ວຍ ທີ່ໃກ້ຊິດຂອງທ່ານ ແລະໄດ້ຕັ້ງຄຳຖາມກ່ຽວກັບຄວາມຈຳເປັນ ໃນ
ການຕັ້ງໄອຍະການພິເສດຂຶ້ນມາ ເພື່ອສືບສວນເບິ່ງຄວາມເປັນໄປໄດ້ ໃນການສົມຮູ້
ຮ່ວມຄິດ ລະຫວ່າງຄະນະໂຄສະນາຫາສຽງ ປີ 2016 ຂອງທ່ານ ແລະຣັດເຊຍທີ່ພະ
ຍາຍາມໃຊ້ອິດທິພົນແຊກແຊງ ເຂົ້າໃນການເລືອກຕັ້ງປະທານາທິບໍດີ.
ທ່ານໄດ້ຕອບເວລານັກຂ່າວຄົນນຶ່ງໄດ້ຖາມທ່ານວ່າ ທ່ານໄດ້ບອກໃຫ້ຜູ້ອຳນວຍ ການ
ອົງການ FBI ທ່ານ James Comey ຢຸດເຊົາການສືບສວນໃນການຖືກໄລ່ອອກຂອງ
ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ທ່ານ Michael Flynn.
ຢູ່ທີ່ກອງປະຊຸມນັກຂ່າວເທື່ອທຳອິດ ນັບແຕ່ວັນທີ 12 ເດືອນເມສາ ໂດຍຢືນຢູ່ຄຽງຂ້າງ
ກັບປະທານາທິບໍດີໂຄລອມເບຍທ່ານ Juan Manuel Santos ທີ່ມາຢ້ຽມຢາມ ປະທາ
ນາທິບໍດີທຣໍາ ໄດ້ປະຕິເສດວ່າ ບໍ່ມີການສົມຮູ້ຮ່ວມຄິດໃດໆລະ ຫວ່າງໂຕທ່ານເອງ ຄະ
ນະໂຄສະນາຫາສຽງ ແລະພວກນັກສືບຣັດເຊຍ ເພື່ອໃຊ້ ອິດທິພົນ. ທ່ານກ່າວວ່າ “ແມ່ນ
ແຕ່ພວກສັດຕູຂອງທ່ານ ກ່າວວ່າ ບໍ່ມີການສົມຮູ້ຮ່ວມຄິດ.”
Your browser doesn’t support HTML5
Trump Slams Special Counsel as ‘Witch Hunt’
ແຕ່ທ່ານໄດ້ກ່າວເພີ້ມວ່າ ທ່ານຈະປ່ອຍຄຳຖາມໄວ້ ກ່ຽວກັບການພົວພັນຂອງບຸກຄົນ
ອື່ນໆ ໂດຍກ່າວວ່າ “ຂ້າພະເຈົ້າສາມາດພຽງແຕ່ກ່າວໃຫ້ແກ່ຂ້າພະເຈົ້າເອງ ແລະຣັດ
ເຊຍ ແມ່ນສູນ.”
Your browser doesn’t support HTML5
President Trump Reacts to Appointment of Special Counsel
ປະທານາທິບໍດີທຣໍາ ໄດ້ສະແດງຄວາມເສຍໃຈທີ່ບັນຫາໂຕ້ແຍ້ງຢູ່ທຳນຽບຂາວ ໄດ້
ສ້າງຄວາມເສຍຫາຍ ໃຫ້ແກ່ຄວາມສາມັກຄີຂອງຊາດ. ທ່ານກ່າວວ່າ “ຂ້າພະເຈົ້າຄິດ
ວ່າ ມັນແບ່ງແຍກປະເທດ. ຂ້າພະເຈົ້າຄິດວ່າມັນແບ່ງແຍກປະເທດທິ່ສຸດ ເພາະວ່າ
ເລື່ອງດັ່ງກ່າວ ແລະຫລາຍໆສິ່ງຫລາຍໆຢ່າງ.”
ໂຄສົກ ທຳນຽບຂາວ ທ່ານ Sean Spicer ຮ່ວມກອງປະຊຸມນັກຂ່າວ.
ການໃຫ້ຄວາມເຫັນເຫລົ່ານັ້ນ ມີຂຶ້ນຫລັງຈາກທ່ານໄດ້ຂຽນສອງຂໍ້ຄວາມລົງໃນ
Twitter ໃນຕອນເຊົ້າວານນີ້ ທີ່ຕັ້ງຄຳຖາມກ່ຽວກັບຄວາມຈຳເປັນໃນການແຕ່ງຕັ້ງ
ອະດີດຜູ້ອຳນວຍການອົງການ FBI ທ່ານ Robert Muller ໃຫ້ເປັນໄອຍະ ການພິ
ເສດເພື່ອສືບສວນເບິ່ງການກ່າວຫາ ກ່ຽວກັບການສົມຮູ້ຮ່ວມຄິດ.
Your browser doesn’t support HTML5
President Trump Welcomes Colombian President Juan Manuel Santos
ປະທານາທິບໍດີໄດ້ຂຽນຂໍ້ຄວາມລົງທາງ Twitter ວ່າ “ພ້ອມດ້ວຍການປະຕິບັດທີ່ຜິດ
ກົດໝາຍທັງໝົດ ທີ່ເກີດຂຶ້ນ ຢູ່ໃນການໂຄສະນາຫາສຽງ ຂອງ ທ່ານນາງ Clinton
ແລະລັດຖະບານ Obama ບໍ່ເຄີຍມີການແຕ່ງຕັ້ງໄອຍະການພິເສດເລີຍ. ນີ້ແມ່ນການ
ຊອກຫາເພື່ອແກ້ແຄ້ນທີ່ໃຫຍ່ສຸດອັນນຶ່ງ ກັບນັກການເມືອງທີ່ມີຄວາມຄິດແຕກຕ່າງ
ອອກໄປ ໃນປະຫວັດສາດອາເມຣິກາ.”
ພວກຊື້ຂາຍເຮັດວຽກຢູ່ ຕະຫລາດຮຸ້ນ ທີ່ New York Stock Exchange.
ຕໍ່ມາ ຢູ່ທີ່ການຮັບປະທານອາຫານທ່ຽງກັບບັນດານັກຂ່າວໂທລະພາບທີ່ມີຊື່ສຽງ ປະ
ທານາທິບໍດີທຣໍາກ່າວວ່າ ການແຕ່ງຕັ້ງໄອຍະການພິເສດ ເປັນການ “ສ້າງ ຄວາມເສຍ
ຫາຍໃຫ້ແກ່ປະເທດຂອງພວກເຮົາ.”
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Trump Russia Counsel