ພວກນັກຮຽນ ແລະພໍ່ແມ່ ຜູ້ເຄາະຮ້າຍ ຈາກການຍິງ ສັງຫານໝູ່ ກ່າວເຖິງ ເຫດຮ້າຍ ຕໍ່ທ່ານທຣຳ

ຄອບຄົວຂອງ ນາງ Melissa Blank, ຈາກຊ້າຍ ແລະພວກນັກ ຮຽນ ທີ່​ໂຮງຮຽນ​ມັດທະຍົມ​ປາຍ Majory Stoneman ທີ່ລອດຊີວິດມາໄດ້ ທ່ານ Jonathan Blank and Julia Cordover ເຂົ້າຮ່ວມກັບ ພວກທີ່ລອດຊີວິດມາໄດ້ ພ້ອມທັງ ຄອບຄົວ ເຂົ້າຮັບຟັງໂດຍປະທານາທິບໍດີ ດໍໂນລ ທຣຳ ທີ່ໂອ້ລົມກັນ ກ່ຽວກັບ ຄວາມປອດໄພ ແລະການຍິງສັງຫານ ໃນທຳນຽບຂາວ, 21 ກຸມພາ 2018.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ເຫັນພ້ອມກັບ​ຄວາມ​ຄິດ​ເຫັນທີ່​ຈະ​ໃຫ້
​ບັນດາ​ຄູ​ອາຈານ ​ຖື​ປືນ​ໃນ​ຫ້ອງ​ຮຽນ ​ໃນລະຫວ່າງການ​ແລກປ່ຽນ ​ຄວາມ​ຄິດຄວາມ
​ເຫັນ​ທີ່ຂ້ອນຂ້າງ​ໂສກ​ເສົ້າ​ກັບ​ພວກນັກຮຽນ​ທີ່ເຄາະ​ຮ້າຍ​ທັງຫຼາຍ​ພ້ອມ​ທັງ​ບັນດາພໍ່
​ແມ່​ຜູ້​ປົກຄອງ​ຈາກ​ການ​ສັງ ຫານ​ໝູ່​ໃນ​ໂຮງຮຽນ​ນັ້ນ.

​ພ້ອມ​ດຽວ​ກັນ​ນີ້ ຍັງ​ຈະ​ໃຫ້​ມີ​ການ​ກະຈາຍ​ ອະດີດ​ພວກເຈົ້າ​ໜ້າ​ທີ່​ທະຫານ ໄປຕາມ​
ໂຮງຮຽນຕ່າງໆ “ອາດ​ສາມາດ​ທີ່ຈະແກ້ໄຂບັນຫາ​ນີ້​ໄດ້,” ນັ້ນຄືຄຳເວົ້າ ຂອງທ່ານ​
ທຣຳ​ໄດ້​ກ່າວ​ໄວ້ ​ທີ່ຫ້ອງ​ຮັບ​ປະທານ​ອາຫານ​ຢູ່​ທຳນຽບຂາວ ​ແລະ​ທ່ານ​ຍັງ​ໄດ້​ກ່າວ​
ຕື່ມ​ວ່າ“ພວກ​ເຮົາ​ຈະ​ສຶກສາເບິ່ງເລື່ອງ​ນີ້​ຢ່າງ​ໃກ້ຊິດ.”

​ໃນ​ຈຸດ​ນຶ່ງນັ້ນ ທ່ານ​ທຣຳ ​ໄດ້​ຖາມ​ວ່າ “ມິ​ຜູ້​ໃດ​ແດ່​ທີ່​ມັກ​ໃນ ຄວາມ​ຄິດແບບ​ນີ້?”

ມີ​ບາງ​ພວກໄດ້​ຍົກ​ມື​ຂຶ້ນ. ປະທານາທິບໍດີ ​ຫລັງຈາກນັ້ນ ກໍຖາມ​ຕື່ມ​ວ່າ ມີ​ພວກ​ໃດ​ແດ່
​ທີ່​ຄັດ​ຄ້ານ ຊຶ່ງ​ກໍມີຫລາຍ​ຄົນ​ຍົກ​ມື​ຂຶ້ນ ຈາກພວກທີ່ເຂົ້າຮ່ວມ​ປະມານ 40 ຄົນ​ ຢູ່ໃນ​
ຫ້ອງ​ນັ້ນ ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ພວກ​ນັກຮຽນ ສະມາຊິກ​ຄອບຄົວ ​ແລະບັນດາ​ຄູ​ອາຈານ
ທີ່​ໄດ້​ຮັບ​ຜົນ​ກະທົບ​ໂດຍ​ກົງ​ຈາກ​ການ​ສັງຫານ​ໝູ່ນີ້.

ຕໍ່​ມາ ​ໃນກອງ​ປະຊຸມ​ແບບ​ສົນທະນາ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ຈາກ​ທຸກ​ຝ່າຍ
ທີ່ໂທລະພາບ CNN ເປັນ​ເຈົ້າພາບ​ຈັດ​ຂຶ້ນ ​ໃນ​ລັດ​ຟລໍຣີດາ ທີ່​ຮວມ​ເອົາ​ພວກ​ທີ່​ລອດ
​ຊີວິດ​ມາ​ໄດ້​ຈາກການສັງຫານ​ໝູ່ ​ໃນ​ສັບປະດາ​ແລ້ວ ທີ່​ໂຮງຮຽນ​ມັດທະຍົມ​ປາຍ
Majory Stoneman Douglas ​ໃນ​ເມືອງ Parkland ບ່ອນ​ທີ່​ອະດີດ​ນັກຮຽນ ​
ໄວ 19 ປີ ​ໄດ້​ຖືກ​ຟ້ອງ​ຮ້ອງ​ໃນ​ການ​ການ​ສັງຫານ​ 17 ຄົນນັ້ນ ສະມາຊິກ​ສະພາ​ສູງ​
Marco Rubio ​ໄດ້​ບອກ​ກັບ​ພວກ​ຜູ້​ຟັງ​ຜູ້​ຊົມ​ວ່າ ທ່ານ​ບໍ່​ເຫັນ​ພ້ອມ​ໃນ​ຄວາມ​ຄິດ​ທີ່​ວ່າ
​ໃຫ້ບັນດາ​ຄູ​ອາຈານ​ຖື​ປືນ​ນັ້ນ.

ເຊີນຊົມ: ພວກເຄາະຮ້າຍທີ່ໄປຢ້ຽມຢາມທ່ານທຣຳ

Your browser doesn’t support HTML5

Trump Listens to Survivors of School Shootings

ເວລາມີການ​ຖາມ​ ​ໂດຍພວກ​ນັກຮຽນ ພໍ່​ແມ່​ຜູ້​ປົກຄອງ​ແລະບັນດາ​ຄູ​ອາຈານ
ທ່ານ Rubio ຍັງ​ໄດ້​ກ່າວ​ວ່າ ກົດໝາຍການກຳຈັດ​ຮັດ​ແຄບ​ເລື່ອງ​ປືນ ທີ່ເຄັ່ງຄັດກວ່າ
ເກົ່າ ພຽງ​ລຳພັງນັ້ນ ແມ່ນ​ບໍ່​ພຽງພໍ​ ໃນ​ການ​ປ້ອງ​ການຍິງ​ສັງຫານ​ທັງຫຼາຍ ​ໃນ​ອະນາຄົດ​
ຂ້າງ​ໜ້າ ​ໃນ​ຂະນະ​ທີ່ ທ່ານ​ໃຫ້ການສະໜັບສະໜຸນ ຕໍ່ກົດໝາຍທີ່ອະນຸຍາດໃຫ້ພວກ
ມີອາຍຸຕ່ຳສຸດ​ສາມາດ​ຊື້​ປືນໄດ້ ​ແລະ​ເກືອດ​ຫ້າມ​ອຸບປະກອນ​ເສີມ​ທີ່​ເອີ້ນ​ວ່າ bum
stock ຊຶ່ງສາມາດ​ຊ່ອຍ ​ໃນ​ການ​ຍິງໄດ້ໄວຂຶ້ນ​ນັ້ນ.

ທ່ານ Scott Israel ຜູ້ບັນຊາການ​ຕຳຫຼວດ​ໃນ​ເຂດທີ່​ກວມ​ເອົາ​ເມືອງ Parkland ​
ໄດ້​ກ່າວ​ວ່າ ເຫັນດີກັບການອະນຸຍາດ ໃຫ້​ພວກ​ເຈົ້າ​ໜ້າ​ທີ່ ທີ່ໄດ້ຮັບການຝຶກແອບ
​ຖື​ອາວຸດປືນຢູ່​ໃນ​ໂຮງຮຽນ ​ແຕ່​ວ່າ ບໍ່​ເຫັນ​ພ້ອມ​ທີ່​ຈະ​ໃຫ້​ພວກ​ຄູ​ອາຈານ​ຖື​ປືນ.
ຊຶ່ງ​ທ່ານ​ກ່າວ​ວ່າ “ຂ້າພະ​ເຈົ້າ ບໍ່​ເຊື່ອ​ວ່​າ ພວກ​ຄູ​ອາຈານບໍ່​ຄວນ​ຖື​ປືນ. ຂ້າພະ​ເຈົ້າ​
ວ່າ ພວກ​ນາຍຄູ ຄວນຈະ​ສິດສອນ.”

ທ່ານ​ທຣຳ ມີ​ໝາຍ​ກຳໜົດ​ການ​ທີ່​ຈະເປີດ​ກອງ​ປະຊຸມ ອີກຄັ້ງນຶ່ງຕ່າງຫາກ​ ກ່ຽ​ວກັບ
ເລື່ອງຄວາມ​ປອດ​ໄພ​ໃນ​ໂຮງຮຽນ ​ໃນວັນ​ພະຫັດ​ມື້​ນີ້ ທີ່​ທຳນຽບຂາວ ຊຶ່ງໃນຄັ້ງ​ນີ້
​ແມ່ນ​ຈະ​ປະ ກອບ​ມີ​ບັນດາເຈົ້າ​ໜ້າ​ທີ່​ລະດັບ​ລັດ ​ແລະ​ເຂດ​ທ້ອງ​ຖິ່ນນຳ ​ເຂົ້າ​ຮ່ວມ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ບັນດາພໍ່ແມ່ຜູ້ປົກຄອງຂອງນັກຮຽນໂຮງຮຽນມັດທະຍົມປາຍ Marjory Stoneman Douglas ທ່ານ Andrew Pollack, ພ້ອມດ້ວຍພວກລູກຊາຍຂອງທ່ານ ກ່າວກ່ຽວກັບ ການຕາຍຂອງລູກສາວ ນາງ Meadow ໃນຂະນະທີ່ ປະທານາທິບໍດີ ດໍໂນລ ທຣຳ ຈັດການພົບປະແລະຮັບຟັງ ເລື່ອງລາວຕ່າງໆ ຈາກພວກນັກຮຽນທີ່ລອດຊີວິດມາໄດ້ ໃນທຳນຽບຂາວ, 21 ກຸມພາ 2018.