ທຳນຽບຂາວກ່າວວ່າ ປະທານາທິບໍດີ ດໍໂນລ ທຣໍາ ໄດ້ໃຫ້ການອະນຸມັດ ຕໍ່ການລົງ
ໂທດສະບັບໃໝ່ ຂອງລັດຖະສະພາຕໍ່ຣັດເຊຍ ແລະທ່ານມີຄວາມຕັ້ງໃຈ ທີ່ຈະເຊັນ
ຮ່າງກົດໝາຍດັ່ງກ່າວ.
ຢູ່ໃນຖະແຫລງການໃນວັນສຸກວານນີ້ ໂຄສົກທຳນຽບຂາວກ່າວວ່າ ປະທານາທິບໍດີ
ໄດ້ທົບທວນເບິ່ງຮ່າງກົດໝາຍສະບັບຫລ້າສຸດ ທີ່ທຳການລົງໂທດເພີ້ມເຕີມຕໍ່ ອຸດສາ
ຫະກຳຣັດເຊຍໃນຂອບເຂດກວ້າງຂວາງ. ຮ່າງກົດໝາຍນີ້ຍັງເຮັດໃຫ້ລັດຖະສະພາມີຄວາມສາມາດທີ່ຈະຂັດຂວາງບໍ່ໃຫ້ປະທານາທິບໍດີ ຍົກເລີກການລົງໂທດຕໍ່ຣັດເຊຍ.
ລັດຖະບານປະທານາທິບໍດີທຣໍາ ໄດ້ຄັດຄ້ານຕໍ່ມາດຕະການລົງໂທດທີ່ແນ່ໃສ່ຣັດເຊຍ
ຍ້ອນການກ່າວຫາວ່າຣັດເຊຍ ແຊກແຊງການເຂົ້າໃນການເລືອກຕັ້ງປະທາ ນາທິບໍດີສະຫະລັດປີກາຍນີ້. ທຳນຽບຂາວໄດ້ໂຕ້ຖຽງວ່າ ຕົນຕ້ອງການຄວາມສາມາດໃນການ
ຕໍ່ລອງ ເພື່ອຈະປັບປຸງຄວາມສຳພັນລະຫວ່າງສອງປະເທດ. ແຕ່ວ່າຫລັງຈາກໄດ້ມີການ
ສືບສວນເປັນເວລາຫລາຍເດືອນກ່ຽວກັບການຕິດຕໍ່ລະຫວ່າງບັນດາເຈົ້າໜ້າທີ່ຣັດເຊຍ
ແລະສະມາຊິກ ໃນຄະນະໂຄສະນາຫາສຽງຂອງທ່ານທຣໍາແລ້ວ ກໍໄດ້ມີການສະໜັບ
ສະໜູນ ຢ່າງກວ້າງຂວາງ ຈາກທັງສອງພັກການເມືອງ ຢູ່ໃນທັງສອງສະພາຂອງ
ສະຫະລັດ ເພື່ອໃຫ້ເອົາມາດຕະການທີ່ເຄັ່ງຄັດຫລາຍຂຶ້ນກວ່າເກົ່າ.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣໍາ (ຂວາ) 8ພົບປະກັບ ປະທານາທິບໍດີຣັດເຊຍ Vladimir Putin ທີ່ກອງປະຊຸມສຸດຍອດ G-20 ທີ່ນະຄອນ Hamburg.
ຣັດເຊຍໄດ້ຕອບໂຕ້ແລ້ວ ດ້ວຍມາດຕະການລົງໂທດສະບັບໃໝ່ ທີ່ແນໃສ່ການປະຕິບັດ
ງານສະຫະລັດຢູ່ໃນປະເທດດັ່ງກ່າວ. ມົສກູກ່າວວ່າ ວໍຊິງຕັນຕ້ອງຫລຸດຈຳນວນນັກການ
ທູດ ແລະພະນັກງານດ້ານເທັກນິກທີ່ປະຕິບັດງານຢູ່ໃນຣັດເຊຍລົງມາເປັນ 445 ຄົນ
ພາຍໃນວັນທີ 1 ກັນຍາຈະມາເຖິງນີ້ ຊຶ່ງເປັນຈໍານວນທີ່ເທົ່າກັນ ກັບພວກນັກການທູດຣັດເຊຍແລະພະນັກງານດ້ານເທັກນິກທີ່ມົສກູກ່າວວ່າ ກຳລັງເຮັດວຽກຢູ່ໃນສະຫະລັດ. ບໍ່
ເປັນທີ່ແຈ້ງຂາວເທື່ອວ່າ ຈະມີເຈົ້າໜ້າທີ່ອາເມຣີກັນຫລາຍປານໃດ ທີ່ຈະໄດ້ຮັບຜົນກະ
ທົບ ອາດເປັນໄປໄດ້ຫລາຍຮ້ອຍຄົນ.
ລົດຄັນນຶ່ງທີ່ຕິດປ້າຍການທູດ ກຳລັງອອກມາຈາກສະຖານທີ່ໃກ້ກັບ Glen Cove, New York, Long Island.
ນອກຈາກການຫລຸດພະນັກງານການທູດສະຫະລັດແລ້ວ ຣັດເຊຍຍັງກ່າວວ່າ ຕົນຈະກີດ
ກັ້ນບໍ່ໃຫ້ສະຖານທູດສະຫະລັດ ຢູ່ໃນຣັດເຊຍ ເຂົ້າໄປຫາບ່ອນເກັບເຄື່ອງຕ່າງໆຢູ່ໃນ
ມົສກູ ແລະສະຖານທີ່ພັກຜ່ອນໃນເມືອງ Serebryany Bor.
ສະມາຊິກສະພາຕໍ່າ ທ່ານ Ed Royce ສັງກັດພັກຣີພັບບລິກັນ ຈາກລັດ California ກຳລັງຟັງ ກອງປະຊຸມນັກຂ່າວ ທີ່ລັດຖະສະພາ.
ກະຊວງຕ່າງປະເທດຣັດເຊຍກ່າວວ່າ “ພວກເຮົາຍັງຂໍສະຫງວນສິດທິທີ່ຈະເອົາມາດຕະການອື່ນໆ ອີງຕາມຫລັກການແລກປ່ຽນ ທີ່ອາດຈະເປັນຜົນກະທົບຕໍ່ຜົນປະໂຫຍດ
ຂອງສະຫະລັດ.”
ປະທານາທິບໍດີ Putin ໄດ້ອະນຸມັດກ່ຽວກັບການຕັດສິນໃຈດັ່ງກ່າວນີ້ແລ້ວ.