ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ກ່າວວ່າ ລັດຖະບານຂອງທ່ານມີທ່າທາງ
ວ່າ ຈະໃຫ້ການຖະແຫຼງ “ຫຼັງຈາກທີ່ຮູ້ຄວາມຈິງ” ວ່າ ຕົນໄດ້ຕັດສິນໃຈ ທີ່ຈະຕອບໂຕ້
ແບບໃດ ກ່ຽວກັບການສົງໄສວ່າ ມີໂຈມຕີດ້ວຍສານເຄມີຢູ່ໃນເຂດຊານເມືອງຂອງນະ
ຄອນຫຼວງຊີເຣຍ.
ປະທານາທິບໍດີທຣໍາ ກ່າວກ່ອນໜ້າກອງປະຊຸມກັບບັນດາຜູ້ນຳຂັ້ນສູງຂອງກອງທັບໃນ
ຕອນແລງວັນຈັນວານນີ້ວ່າ “ມັນຈະມີການຕອບໂຕ້ແລະຈະຕອບໂຕ້ຢ່າງຮ້າຍແຮງ.”
ທ່ານໄດ້ກ່າວຢ້ຳ ຕໍ່ອັນທີ່ທ່ານເວົ້າວ່າ ເປັນອຳນາດຂອງສະຫະລັດ ທີ່ຈະຢຸດຢັ້ງການກໍ່
ໂທດກຳຄືກັບການໂຈມຕີໃນວັນເສົາທີ່ຜ່ານມາໃນເຂດຄວບຄຸມຂອງພວກຕໍ່ຕ້ານລັດ
ຖະບານ ໃນເຂດກູຕາ ຕາເວັນອອກ ທີ່ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງ
ໜ້ອຍ 40 ຄົນ.
ທ່ານກ່າວໂດຍບໍ່ໄດ້ໃຫ້ລາຍລະອຽດຢ່າງສະເພາະເຈາະຈົງວ່າ “ພວກເຮົາມີທາງເລືອກ
ຫຼາຍທາງ ທາງດ້ານທະຫານ.” ໃນປີກາຍນີ້ທ່ານໄດ້ສັ່ງໃຫ້ທຳການໂຈມຕີທາງອາກາດ
ໃສ່ເດີ່ນເຮືອບິນຊີເຣຍ ທີ່ໃຊ້ໃນການໂຈຕີດ້ວຍສານເຄມີ.
ປະທານາທິບໍດີທຣໍາ ໄດ້ຕິຕຽນອະດີດປະທນາທິບໍດີ ບາຣັກ ໂອບາມາ ໃນອັນທີ່ທ່ານ
ກ່າວວ່າ ເປັນຄວາມລົ້ມແຫຼວທາງຍຸດທະສາດ ໃນການເປີດເຜີຍລ່ວງໜ້າ ກ່ຽວກັບ
ແຜນການປະຕິບັດງານທາງທະຫານ ກ່ອນທີ່ເກີດຂຶ້ນ.
ຊີເຣຍໄດ້ປະຕິເສດ ກ່ຽວກັບການໃຊ້ອາວຸດເຄມີ ໃນຕະຫຼອດບັນຫາຂັດແຍ້ງທີ່ໄດ້ເລີ້ມ
ມີມາ ແຕ່ປີ 2011 ຮວມທັງການໂຈມຕີດ້ວຍສານພິດເຄມີຫວ່າງມໍ່ໆມານີ້. ຣັດເຊຍກ່າວ
ວ່າ ບໍ່ມີຫລັກຖານທີ່ຊີເຣຍເປັນຜູ້ໂຈມຕີດັ່ງກ່າວ.
ທີ່ປຶກສາທຳນຽບຂາວ ທ່ານຈອນ ແຄລລີ (ຢືນຟັງ) ປະທານາທິບໍດີ ດໍໂນລ ທຣໍາ ກ່າວລະຫວ່າງ ກອງປະຊຸມຄະນະບໍລິຫານ ຢູ່ທຳນຽບຂາວ ນະຄອນຫຼວງວໍຊິງຕັນ ທີ 9 ເມສາ 2018.
ປະທານາທິບໍດີທຣໍາກ່າວໃນວັນຈັນວານນີ້ວ່າ “ພວກເຮົາກຳລັງໄດ້ຮັບຄວາມກະຈ່າງ
ແຈ້ງດີທີ່ສຸດ” ກ່ຽວກັບວ່າໃຜເປັນຜູ້ຮັບຜິດຊອບຊຶ່ງພາລະກິດທີ່ມີຄວາມຫຍຸ້ງ ຍາກມາ
ໂດຍຕະຫຼອດໃນສົງຄາມຊີເຣຍ ແລະແຫຼ່ງທີ່ີມາ ຂອງບັນຫາຂັດແຍ້ງທີ່ມີການພົວພັນ
ກັບຫຼາຍໆປະເທດ.
Your browser doesn’t support HTML5
Ambassador Haley: US Will Respond to Deadly Attack in Syria
ໃນຕອນຕົ້ນທ່ານໄດ້ກ່າວຕໍ່ຄະນະລັດຖະບານຂອງທ່ານ ຢູ່ທີ່ກອງປະຊຸມໃນທໍານຽບ
ຂາວວ່າ ສະຫະລັດຈະຮູ້ວ່າໃຜເປັນຜູ້ຮັບຜິດຊອບຕໍ່ການໂຈມຕີ ແມ່ນຊີເຣຍຣັດເຊຍ
ອີຣ່ານ ຫຼື “ພວກເຂົາທັງໝົດ.”
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ (ຂວາ) ຈັບມືກັບ ປະທານາທິບໍດີຝຣັ່ງ ທ່ານເອັມມານູແອລ ມາກຣົງ ລະຫວ່າງກອງປະຊຸມຢູ່ ໂຮງແຮມພາເລສ ທີ 18 ກັນຍາ 2017 ໃນນະຄອນນິວຢອກ.
ການລະບຸຄວາມຮັບຜິດຊອບ ໄດ້ເປັນສິ່ງສຳຄັນ ສຳລັບບັນດາຜູ້ສືບສວນຈາກ ໂດຍ
ການສືບສວນຮ່ວມ ລະຫວ່າງສະຫະປະຊາຊາດແລະອົງການເກືອດຫ້າມການໃຊ້ອາ
ວຸດເຄມີຊຶ່ງໄດ້ຖືກຍຸບຫຼັງຈາກຣັດເຊຍໄດ້ຢັບຢັ້ງການແຕ່ງຕັ້ງຄະນະ ສືບສວນຄືນໃໝ່
ໃນເດືອນພະຈິກທີ່ຜ່ານມາ. ສະຫະລັດໄດ້ທຳການສະເໜີໃໝ່ໃນວັນຈັນວານນີ້ ຕໍ່ສະມາຊິກສະພາຄວາມໝັ້ນຄົງ ເພື່ອສ້າງຕັ້ງກົນໄກການສືບ ສວນຄືນໃໝ່ ແຕ່ຍັງບໍ່
ທັນເປັນທີ່ຈະແຈ້ງ ໂດຍທັນທີເທື່ອວ່າ ຈະໄດ້ຮັບການສະ ໜັບສະໜູນທີ່ຈຳເປັນຈາກ
ຣັດເຊຍຫຼືບໍ່.