ທ່ານ Trump ປົດທ່ານ Bannon ຈາກສະພາ​ ຄວາມ​ປອດ​ໄພ​ແຫ່ງ​ຊາດ

ຫົວໜ້າ​ຍຸດ​ທະ​ສາດ ທ່ານ Stephen Bannon ນັ່ງຟັງໃນຄະນະ ປະທານາທິບໍດີ Donald Trump ກ່າວ ໃນກອງປະຊຸມ​ດ້ານ ຄວາມປອດໄພທາງໄຊເບີ ທີ່ຫ້ອງ Roosevel ໃນທຳນຽບຂາວ.

ທ່ານ Stephen Bannon ​ຫົວໜ້າ​ຍຸດ​ທະ​ສາດປະຈຳ​ທຳນຽບຂາວ ​ໄດ້​ຖືກ​ປົດ​ອອກ​ຈາກ
​ຕຳ​ແໜ່​ງ ​ໃນ​ສະພາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ​ໃນ​ການ​ປ່ຽນ​ແປງ ທີ່​ຈະ​ຟື້ນຟູ​ຕຳແໜ່​ງ​ຜູ້
ອຳນວຍການໜ່ວຍ​ສືບ​ລັບ​ແຫ່ງ​ຊາດ ​ແລະ​ປະທານເສນາ​ທິການ​ຮ່ວມ ຊຶ່ງ​ເປັນ​ຜູ້​ທີ່​ເຂົ້າ
​ຮ່ວມ​ຕາມ​ປົກກະຕິ ຄະນະ​ກຳມະການ​ສະພາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ.

ການ​ປ່ຽນ​ແປງ​ທີ່​ວ່າ​ນີ້ ແມ່ນ​ໄດ້​ຖຶກເປີດ​ເຜີຍ ​ໃນ​ບົດ​ບັນທຶກ​ຄວາມ​ປອດ​ໄພແຫ່ງ​ຊາດ​ຂອງ​ປະທານາທິບໍດີ ທີ່​ໄດ້​ພິມ​ເຜີຍ​ແຜ່​ໃນ​ວັນ​ພຸດ​ວານ​ນີ້ ໂດຍ​ Federal Register ຊຶ່ງ​ເປັນ​ບັນທຶກປະຊຸມ​ປະຈຳ​ວັນ​ຂອງ​ລັດຖະບານ​ສະຫະລັດ.

ໜັງສືພິມ New York Times ​ໄດ້ລາຍ​ງານ​ ໃນ​ແລງ​ວັນ​ພຸດ​ວານ​ນີ້ວ່າ ທ່ານ Bannon ​
ໄດ້​ຄັດຄ້ານຕໍ່​ການ​ຍົກຍ້າຍນີ້ ​ເຖິງ​ກັບໄດ້​ຖືກ​ຂົ່ມຂູ່​ວ່າ​ຈະລາ​ອອກ ຖ້າ​ຫາກ​ການ​ຍົກຍ້າຍ
​ມີ​ຂຶ້ນ​ແທ້ ອິງ​ຕາມເຈົ້າ​ໜ້າ​ທີ່ທຳນຽບຂາວ ຜູ້​ຊຶ່ງ​ປະສົງ​ບໍ່​ອອກ​ຊື່ ​ໃນ​ການ​ສົນທະນາກ່ຽວ​
ກັບເລື່ອງ​ພາຍ​ໃນນີ້.

ປະທານເສນາທິການປະຈຳທຳນຽບຂາວ ທ່ານ Reince Priebus (ກາງ), ນັ່ງຢູ່ກັບທ່ານ Stephen Bannon ຫົວໜ້າຍຸດທະສາດປະຈຳທຳນຽບຂາວ(ຊ້າຍ), ໃນກອງປະຊຸມທາງການເມືອງ ແບບນິຍົມແນວທາງເດີມ ທີ່ທ່າເຮືອແຫ່ງຊາດ, Maryland, 23 ກຸມພາ2017.

“​ມັນ​ເປັນ​ການ​ຍາກ​ທີ່​ຈະ​ຊັ່ງຊາວ່າ ​ພວກ​ເຂົາ​ເຈົ້າ​ເຮັດ​ຫຍັງ​ແທ້,” ອິງ​ຕາມ​ທ່ານ Brian
Katulis ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ ຈາກ​ສູນ​ກາງເພື່ອຄວາມ​ກ້າວໜ້າອາ​ເມຣິກັນ ຫຼື Center
for American Progress ຊຶ່ງ​ທ່ານ​ໄດ້​ກ່າວ​ຕື່ມ​ວ່າ “​ເປັນ​ທີ່​ຈະ​ແຈ້ງວ່າ ຄະນະ​ຂອງ
ທ່ານTrump ນັ້ນ ​ແມ່ນ​ໄດ້ເອົາບາດ​ກ້າວ​ທີ່​ຜິດໆ ​ໃນ​ການ​ເຂົ້າກຳ​ຕຳ​ແໜ່​ງ​ໃນໄລຍະ
ຫຼາຍໆ​ສັບປະດາ ຕົ້ນໆ​ນີ້,”
ທ່ານ Katulis ​ແມ່ນ​ເປັນ​ເຈົ້າ​ໜ້າ​ທີ່​ລະດັບ​ນ້ອຍ​ຂອງຄະນະ​ກຳມະການສະພາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ​ໃນ​ຊ່ວງ​ທີ່​ທ່ານ Bill Clinton ດຳລົງ​ຕຳ​ແໜ່​ງ
​ເປັນ​ປະທານາທິບໍດີ ​ໄດ້​ບອກ​ກັບ VOA.

ປະທາ​ນາ​ທິບໍດີ​ສະຫະລັດ ທ່ານ Danold Trump ​ໃນ​ເດືອນ​ມັງກອນ​ຜ່ານ​ມາ​ນີ້ ​ໄດ້
​ອອກ​ດຳລັດ​ຝ່າຍ​ບໍລິຫານ ​ອະນຸຍາດໃຫ້​ທ່ານ Bannon ອະ​ດີດ​ຜູ້​ບໍລິຫານ​ຂອງ​ຄວາມ
​ຄິດ​ເຫັນທາງ​ອິນ​ເຕີ​ແນັດ ແລະ website ຂ່າວຂອງ​ຝ່າຍຂວາ ​ມີ​ອຳນາດ​ເຂົ້າຮ່ວມ
ກອງ​ປະຊຸມຄະນະ​ກຳມະການສະພາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ.

ປະທານາທິບໍດີສະຫະລັດ ທ່ານ Donald Trump ໂອ້ລົມກັບຫົວໜ້າຍຸດທະສາດ ປະຈຳທຳນຽບຂາວ ທ່ານ Stephen Bannon (ຂວາ), ກັບທ່ານ Jared Kushner, ທີ່ປຶກສາລະດັບສູງ, ໃນພິທີສາບານຕົວ ຂອງເສນາທິການ ທີ່ທຳນຽບຂາວ, ວໍຊິງຕັນ, 22 ມັງກອນ 2017.

ມີ​ຄວາມ​ເປັນ​ຫວ່ງ​ກັນວ່າທ່ານ Bannon ຜູ້​ຊຶ່ງ​ເປັນ​ຫົວໜ້າໃນ​ການ​ໂຄສະນາ​ຫາ​ສຽງ​ຂອງ
​ທ່ານ Trump ​ໃນ​ເດືອນ​ສຸດ​ທ້າຍ​ຂອງ​ການ​ຫາ​ສຽງ ຈະ​ນຳ​ເອົາ​ນະ​ໂຍບາຍ​ພາຍ​ໃນ ​ເຂົ້າ​ສູ່
​ການ​ພິຈາລະນາ ​ເຂົ້າ​ໃນ​ການ​ສົນທະນາ​ກ່ຽວ​ກັບຄວາມ​ປອດ​ໄພ​ແຫ່ງ​ຊາດ. ທ່ານ​ເປັນ​ຜູ້​ທີ່
​ໄດ້​ຮັບ​ຄວາມ​ນິຍົມ ທີ່​ເຂົ້າ​ອອກນອກ​ໃນ​ ປະຈຳຫ້ອງການ​ໃນ​ທຳນຽບຂາວ ທີ່​ເອີ້ນ​ວ່າ
West Wing ​ໃນ​ອັນ​ທີ່​ເອີ້ນ​ວ່າ “ການ​ລົບ​ລ້າງ​ການ​ບໍລິຫານ​ໃນ​ລະດັບ​ຊາດ” ​ແລະ​ເປັນ​
ຜູ້​ສະໜັບສະໜູນ “​ເສດຖະກິດ​ຊາດນິຍົມ.”

​ແຕ່​ວ່າ​ພວກ​ທີ່​ສະໜັບສະໜຸນ ຕໍ່​ປະທານາທິບໍດີ ​ໄດ້​ຮ້ອງ​ໂຮ​ສົ່ງ​ເສີມ​ຕໍ່​ການ​ຮັບ​ເອົາ​ຜູ້​ທີ່​ມີ​
ບົດບາດ ທີ່​ບໍ່​ແ​ມ່ນ​ແບບ​ເດີມໆ​ໃນ​ຜູ້​ຄົນ​ທີ່​ໃກ້ຊິດ​ທ່ານ ຊຶ່ງເປັນ​ສ່ວນ​ນຶ່ງຂອງ​ການ​ໂຄສະ
ນາຫາ​ສຽງທີ່​ໄດ້​ປະຕິຍານ​ວ່າ ທ່ານ “ຈະ​ປ່ອຍ​ນ້ຳ​ທີ່​ຂັງ​ອອກ​ໝົດ” ​ແລະ​ສ້າງຕັ້ງ​ລັດຖະ
ບານໃນແບບ​ແຜນໃໝ່ ທີ່​ແຕກ​ຕ່າງ​ອອກ​ໄປ​ໃນ​ທຳນຽບຂາວ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ