ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ກ່າວປ້ອງກັນ ການກະກຽມຂອງທ່ານສຳ
ລັບກອງປະຊຸມສຸດຍອດ ທີ່ສຳຄັນ ໃນອາທິດໜ້ານີ້ ກັບຜູ້ນຳ ເກົາຫຼີເໜືອ ທ່ານກິມ ຈົງ
ອຶນໂດຍກ່າວຕໍ່ບັນດານັກຂ່າວໃນວັນສຸກວານນີ້ວ່າ “ຂ້າພະເຈົ້າໄດ້ຕຽມພ້ອມໃນເລື້ອງ
ນີ້ມາຕະຫຼອດຊີວິດຂອງຂ້າພະເຈົ້າ.”
ປະທານາທິບໍດີດຳໂນລ ທຣໍາ ເດີນທາງໄປເຖິງກອງປະຊຸມສຸດຍອດ G7 ວັນທີ 8, 2018 ທີ່ປະເທດການາດາ..
ກ່ອນອອກເດີນທາງຈາກນະຄອນຫຼວງວໍຊິງຕັນ ໄປຮ່ວມກອງປະຊຸມກຸ່ມ G-7 ທີ່ແຂວງ
ເກເບັກ ປະເທດການາດານັ້ນ ປະທານາທິບໍດີກ່າວວ່າ ທ່ານໄດ້ເອົາເອກກະສານ “15
ແກັດ” ໄປນຳ ທີ່ທ່ານຈະທົບທວນ ກ່ອນການພົບປະ ກັບທ່ານກິມ ຢູ່ສິງກະໂປ ໃນວັນ
ທີ 12 ມິຖຸນາ ອາທິດໜ້ານີ້.
ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ ພົບປະກັບນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຊິນໂຊ ອາເບະ ທີ່ທຳນຽບຂາວ ວັນທີ 7 ມິຖຸນາ 2018.
ປະທານາທິບໍດີເອງ ໄດ້ພາໃຫ້ມີການສົນທະນາ ກ່ຽວກັບການກະກຽມຂອງທ່ານໃນວັນພະຫັດທີ່ຜ່ານມາ ເວລາທ່ານກ່າວຕໍ່ພວກນັກຂ່າວວ່າ ເຖິງແມ່ນທ່ານເຊື່ອວ່າ ທ່ານໄດ້ຕຽມພ້ອມເປັນຢ່າງດີກ່ຽວກັບການສົນທະນາ “ຂ້າພະເຈົ້າບໍ່ຄິດວ່າ ຂ້າພະເຈົ້າບໍ່ມີຄວາຈຳເປັນຫຍັງຫຼາຍ. ມັນກ່ຽວກັບນິໄສ ມັນກ່ຽວກັບຄວາມພໍໃຈທີ່ຈະເຮັດໃຫ້ສຳເລັດ.”
ລັດຖະບານປະທານາທິບໍດີທຣໍາ ກຳລັງຊອກຫາຊ່ອງທາງ ເພື່ອເຮັດໃຫ້ແຫລມ ເກົາຫຼີເປັນເຂດປອດອາວຸດນິວເຄລຍ. ເພື່ອເປັນການແລກປ່ຽນ ເປັນທີ່ເຊື່ອກັນ ວ່າ ພຽງຢາງຈະຊອກຫາຊ່ອງທາງ ເພື່ອໃຫ້ມີການຫລຸດຜ່ອນການລົງໂທດສາ ກົນຕໍ່ປະເທດດັ່ງກ່າວ