ໃນການຮັບສາລະພາບຕໍ່ໜ້າສາທາລະນະຊົນ ທີ່ບໍ່ຄ່ອຍເຫັນກັນ ໃນວັນພະຫັດວານນີ້ ຜູ້ສະໝັກປະທານາທິບໍດີຂອງພັກຣີພັບບລີກັນ ທ່ານ Donald Trump ກ່າວວ່າ ທ່ານຮູ້ສຶກ “ເສຍໃຈ” ໃນການໃຊ້ໂວຫານ ກ່າວໂຈມຕີ ແລະໝິ່ນປະໝາດ ຈຳນວນນຶ່ງ ທີ່ໄດ້ກາຍມາເປັນສັນຍາລັກຂອງທ່ານ ໃນລະຫວ່າງການໂຄສະນາຫາສຽງ.
ທ່ານກ່າວຕໍ່ພວກສະໜັບສະໜຸນທີ່ເມືອງ Charlotte ໃນລັດ North Carolina ວ່າ “ບາງຄັ້ງບາງຄາວໃນລະຫວ່າງການອະພິປາຍແລະໂຕ້ຖຽງທີ່ດຸເດືອດເພັດຮ້ອນກ່ຽວກັບຫຼາຍໆ ບັນຫານັ້ນ ທ່ານບໍ່ສາມາດເລືອກໃຊ້ ຄຳເວົ້າທີ່ຖືກຕ້ອງ ແລະເຊື່ອຫຼືບໍ່ວ່າ ຂ້າພະເຈົ້າຮູ້ສຶກ ເສຍໃຈ ໂດຍສະເພາະແລ້ວມັນອາດຈະພາໃຫ້ເກີດຄວາມເຈັບປວດໃນທາງສ່ວນຕົວແກ່ຄົນອື່ນ.”
Your browser doesn’t support HTML5
Clinton, Trump Vie for Police Support
ຫລັງຈາກນັ້ນບໍ່ດົນຕໍ່ມາ ທ່ານ Trump ທີ່ພວກເຮົາເຄີຍເຫັນ ກໍກັບຄືນມາອີກ ເວລາທ່ານເອີ້ນປະທານາທິບໍດີ ບາຣັກ ໂອບາມາວ່າ “ຄົນຂີ້ຕົວະ” ໂດຍປະຕິເສດວ່າ ການຈ່າຍເງິນ 400 ລ້ານໂດລາ ຫວ່າງບໍ່ດົນມານີ້ໃຫ້ແກ່ອີຣ່ານ ເປັນເງິນຄ່າໄຖ່ ສຳລັບໂຕປະກັນ.
ນອກນັ້ນ ທ່ານຍັງໄດ້ກ່າວຫາ ທ່ານນາງ Hillary Clinton ເປັນຄົນຫົວດື້ຍ້ອນ ທ່ານກ່າວວ່າ ທ່ານນາງມອງເຫັນຊາວອາເມຣິກັນເຊື້ອສາຍອາຟຣິກາເປັນພຽງ ແຕ່ຄະແນນສຽງແລະບໍ່ເອົາຫົວຊາຕໍ່ໂອກາດທີ່ພວກເຂົາເຈົ້າສົມຄວນຈະໄດ້ຮັບ.
ທ່ານ Trump ໄດ້ຮຽກຮ້ອງໂດຍກົງຂໍຄະແນນສຽງຈາກພວກຜູ້ມີສິດປ່ອນບັດຜິວດຳໂດຍ ກ່າວວ່າ ລັດຖະບານຂອງພັກເດໂມແຄຣັດແລະນະໂຍບາຍແບບເສລີນັ້ນໄດ້ເຮັດໃຫ້ເຂົາເຈົ້າປະສົບກັບຄວາມຜິດຫວັງ. ທ່ານໄດ້ໃຫ້ຄຳໝັ້ນສັນຍາ ຕໍ່ຊາວຜິວດຳວ່າ ຈະເຫັນຜົນແບບບໍ່ໜ້າເຊື່ອຖ້າທ່ານຫາກຖືກເລືອກເປັນປະທານາທິບໍດີ.
ທ່ານ Trump ຕັ້ງຄຳຖາມວ່າ “ພວກທ່ານຈະເສຍຫາຍຫຍັງໂດຍພະຍາຍາມເຮັດໃນສິ່ງທີ່ໃໝ່ໆ.”
ພວກຊາວຜິວດຳ ຕາມປົກກະຕິແລ້ວ ຈະປ່ອນບັດ ໃຫ້ແກ່ພັກເດໂມແຄຣັດ ນັບຕັ້ງແຕ່ໄດ້ເກີດສະພາບເສດຖະກິດຕົກຕ່ຳຄັ້ງໃຫຍ່ ໃນຊຸມປີ 1930 ຫລັງຈາກໄດ້ໃຫ້ການສະໜັບສະ ໜັບແກ່ຜູ້ສະໝັກຂອງພັກຣີພັບບລີກັນມາເປັນເວລາຫຼາຍໆທົດສະວັດ.