ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ກ່າວໃນອັງຄານມື້ນີ້ວ່າ ທ່ານຫວັງວ່າ
ສະຫະລັດຈະສາມາດຊ່ວຍຊຸກຍູ້ ໃຫ້ມີສັນຕິພາບ ລະຫວ່າງ Israel ແລະປາແລສໄຕນ໌
ໂດຍກ່າວເພີ່ມຕື່ມວ່າ ທ່ານເຊື່ອວ່າ ຂໍ້ຕົກລົງໃນທຳນອງນີ້ຈະລິເລີ່ມ “ຂັ້ນຕອນສັນຕິພາບ
ທັງໝົດ ໃນພາກຕາເວັນອອກກາງ.”
ແຜ່ນທີ່ ຂອງບັນດາປະເທດຕ່າງໆ ທີ່ ດໍໂນລ ທຣຳ ຈະໄປຢ້ຽມຢາມ ໃນການເດີນທາງອອກນອກປະເທດ ເປັນຄັ້ງທຳອິດຂອງທ່ານ.
ໃນການຖະແຫຼງຄຽງຂ້າງປະທານາທິບໍດີປາແລສໄຕນ໌ທ່ານ Mahmoud Abbas
ທີ່ເມືອງ Bethlehem ນັ້ນ ທ່ານ ທຣຳ ໄດ້ກ່າວວ່າ ທ່ານຈະເຮັດຈົນສຸດຄວາມສາມາດ
ຂອງທ່ານ ເພື່ອຈະໃຫ້ບັນລຸຂໍ້ຕົກລົງດັ່ງກ່າວ.
ທ່ານ ທຣຳ ໄດ້ກ່າວວ່າ “ປະທານາທິບໍດີ Abbas ໃຫ້ການຄ້ຳປະກັນ ກັບຂ້າພະເຈົ້າວ່າ
ທ່ານແມ່ນພ້ອມແລ້ວທີ່ຈະເຮັດວຽກໄປສູ່ເປົ້າໝາຍນັ້ນ ດ້ວຍຄວາມຊື່ສັດຈິງໃຈ
ແລະທ່ານນາຍົກລັດຖະມົນຕີ Benjamin Netanyahu ກໍແມ່ນໄດ້ໃຫ້ຄຳໝັ້ນສັນຍາ
ເຊັ່ນກັນ. ຂ້າພະເຈົ້າຫວັງວ່າ ຈະໄດ້ເຮັດວຽກຮ່ວມກັນກັບບັນດາຜູ້ນຳທີ່ວ່ານີ້ເພື່ອໃຫ້
ໄດ້ມາຊຶ່ງສັນຕິພາບ ອັນຖາວອນ.”
ເຊີນຂົມ: ທ່ານ ທຣຳ ປະນາມອີຣ່ານ ໃນຂະນະທີ່າວຄຳຖະແຫຼງ ເມືອງ Jerusalem
Your browser doesn’t support HTML5
Trump on Iran Conflict Uniting Middle East
ນອກນັ້ນ ປະທານາທິບໍດີ Abbas ຍັງໄດ້ກ່າວວ່າ ທ່ານກໍຫວັງໄວ້ເຊັ່ນກັນວ່າ ຈະມີການ
ບັນລຸຂໍ້ຕົກລົງສັນຕິພາບ ແລະພ້ອມແລ້ວທີ່ຈະເປັນຄູ່ພາຄີ ໃນອັນທີ່ທ່ານເອີ້ນວ່າ ພາລະ
ກິດ “ອັນມີກຽດ” ນີ້.
ການເຈລະຈາສັນຕິພາບຄັ້ງສຸດທ້າຍ ລະຫວ່າງ Israel ແລະປາແລສໄຕນ໌ ໄດ້ແຕກຫັກ
ລົງໃນປີ 2014.
Your browser doesn’t support HTML5
In Israel, Trump Touts Peace, Slams Iran
ໝາຍກຳໜົດການຂອງທ່ານ ທຣຳ ໃນວັນອັງຄານມື້ນີ້ ແມ່ນຍັງຮວມທັງ ການໄປຢ້ຽມຢາມ ອະນຸສອນສະຖານ Holocaust ທີ່ Yad Vashem ແລະກ່າວຄຳປາໄສທີ່ນັ້ນ.
ທ່ານໄດ້ພົບປະກັບທ່ານ Netanyahu ໃນວັນຈັນວານນີ້ ແລະໄດ້ຮັບການສະໜັບ
ສະໜຸນ ຢ່າງໄວວາ ໃນຂະນະທີ່ີທ່ານກ່າວໂຈມຕີ ການຮຸກຮານແລະຄວາມໄຝ່ຝັນ
ທາງທະຫານຂອງອີຣ່ານ.
ປ. ດໍໂນລ ທຣຳ ແລະປ. Israel ທ່ານ Reuven Rivlin ເດີນຊົມພິທີກອງກຽດຕິຍົດ ໃນ Tel Aviv, 22 ພຶດສະພາ,2017.
ທ່ານທຣຳ ຍັງໄດ້ກ່າວໂຈມຕີລັດຖະບານຂອງອະດີດປະທານາທິບໍດີ ບາຣັກ ໂອບາມາ
ທີ່ໄດ້ເຫັນພ້ອມກັບຂໍ້ຕົກລົງນາໆຊາດ ປີ 2015 ເພື່ອຢັບຢັ້ງໂຄງການອາວຸດນິວເຄລຍ
ຂອງອີຣ່ານ ໃນການແລກປ່ຽນກັບການຍົກເລີກການລົງໂທດຕໍ່ Tehran, ຊຶ່ງເປັນຂໍ້
ຕົກລົງທີ່ປະເທດອິສຣາແອລ ຄັດຄ້ານຢ່າງແຂງຂັນ ແຕ່ວ່າ ບໍ່ໄດ້ປະສົບຜົນສຳເລັດ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ
ເຊີນຊົມ: ຢ້ຽມຢາມ ສະຖານທີ່ສັກສິດ Holy Sepulchre
Your browser doesn’t support HTML5
Trump, First Lady Visit Church of Holy Sepulchre
Trump Visits Israel