ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກ່າວວ່າ ທ່ານ ຄິດວ່າ ບັນດາສະມາຊິກ
ພັກຣີພັບບລີກັນ ມີຄະແນນສຽງພຽງພໍຢູ່ໃນສະພາຕ່ຳ ເພື່ອທີ່ຈະເອົາຊະນະ ການລົງ
ຄະແນນສຽງທີ່ສຳຄັນ ໃນວັນພະຫັດມື້ອື່ນນີ້ ເພື່ອຍົກເລີກ ກົດໝາຍປະກັນໄພສຸຂະພາບ
ແຫ່ງຊາດ ທີ່ອະດີດປະທານາທິບໍດີບາຣັກ ໂອບາມາ ໄດ້ພິຈາລະນາວ່າ ເປັນກົດໝາຍ
ທີ່ເປັນສັນຍາລັກ ໃນການປະສົບຄວາມສຳເລັດ ຂອງທ່ານນັ້ນ.
ປະທານສະພາຕ່ຳ ທ່ານ Paul Ryan ຈາກລັດ Wisconsin, ຄຽງຂ້າງໂດຍ ສະມາຊິກສະພາ ຈາກລັດ Washington ສັງກັດພັກຣີພັບບລີກັນ ທ່ານນາງ Cathy McMorris Rodgers, ຂວາ, ກ່າວຄຳປາໄສ ໃນກອງປະຊຸມຖະແຫລງຂ່າວ ຫຼັງຈາກທີ່ໄດ້ເຂົ້າຮ່ວມກອງປະຊຸມ ຂອງພັກ ຢູ່ທີ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 15 ມີນາ 2017.
ທ່ານທຣຳ ໄດ້ໃຫ້ການຄາດຄະເນ ໃນວັນອັງຄານວານນີ້ ຫຼັງຈາກທີ່ໄດ້ພົບປະ ກັບບັນດາ
ສະມາຊິກພັກຣີພັບບລີກັນໃນສະພາຕ່ຳ ຢູ່ທີ່ຕຶກລັດຖະສະພາ.
ທ່ານປະທານາທິບໍດີ ໄດ້ຊັກຊວນບັນດາສະມາຊິກສະພາ ຜູ້ທີ່ຍັງມີຄວາມລັງເລໃຈ ໃຫ້
ການ ສະໜັບສະໜູນ ຕໍ່ແຜນການຂອງທ່ານ ຊຶ່ງອາດຈະເປັນຍ້ອນວ່າ ພວກເພິ່ນເຊື່ອວ່າ
ມັນຈະບໍ່ໄປໄກພຽງພໍ ໃນການຕ່າວປີ້ນຂໍ້ກຳນົດ ຂອງກົດໝາຍປະ ກັນສຸຂະພາບລາຄາ
ຖືກ ຫຼື Affordable Care Act ທີ່ຮູ້ຈັກກັນທົ່ວໄປ ໃນຊື່ Obamacare ນັ້ນ ຫຼືວ່າ ໃນ
ທາງກົງກັນຂ້າມ ເປັນຍ້ອນມັນຈະເຮັດໃຫ້ປະຊາ ຊົນຜູ້ທຸກຍາກ ຫຼາຍໆຄົນບໍ່ມີປະກັນໄພ
ສຸຂະພາບ.