ພວກປະທ້ວງປະມານ 1,000 ຄົນພາກັນເດີນຂະບວນແລະຮ້ອງໂຮຢູ່ນອກສູນປະຊຸມໃນ ນະຄອນ San Diego ໃນຂະນະທີ່ ຜູ້ສະໝັກ ຊຶ່ງຄາດວ່າ ຈະໄດ້ຮັບການສະເໜີແຕ່ງຕັ້ງເປັນຜູ້ຕາງໜ້າຂອງພັກຣີພັບບລີກັນ ທ່ານ Donald Trump ຖະແຫຼງຕໍ່ພວກສະໜັບສະ ໜຸນຢູ່ຂ້າງໃນ.
ພວກປະທ້ວງທີ່ພາກັນໂບກທຸງຊາດສະຫະລັດແລະເມັກຊິໂກໄດ້ປະເຊີນໜ້າກັບຕຳຫຼວດ ຢູ່ໃນນະຄອນທີ່ຕັ້ງຢູ່ທາງພາກຕາເວັນຕົກສຽງໃຕ້ຂອງສະຫະລັດ ຊຶ່ງຫ່າງຈາກຊາຍແດນ ເມັກຊິໂກແຕ່ພຽງ 24 ຫຼັກກິໂລແມັດ ແລະນຶ່ງສ່ວນສາມ ຂອງປະຊາຊົນໃນເມືອງດັ່ງກ່າວ ເປັນຊາວອາເມຣິກາລາຕິນ.
ຕຳຫຼວດກ່າວວ່າ ຕົນໄດ້ຈັບ 3 ຄົນ ຮວມທັງຊາຍຄົນນຶ່ງ ທີ່ໄດ້ປີນຂ້າມເຄື່ອງກີດຂວາງທີ່ ນຳມາຕັ້ງໄວ້ ເພື່ອແຍກພວກປະທ້ວງ ແລະຕຳຫຼວດອອກຈາກກັນ. ການຈັບກຸມດັ່ງກ່າວ ເຮັດໃຫ້ພວກປະທ້ວງສີດນ້ຳ ແລະແກວ່ງແກ້ວປລາສຕິກເປົ່າເຂົ້າໃສ່ຕຳຫຼວດ.
ຕຳຫລວດຈັບແມ່ຍິງຄົນນຶ່ງ ຢູ່ນອກບ່ອນໂຄສະນາຫາສຽງຂອງທ່ານ Donald Trump ທີ່ເມືອງ Fresno ລັດແຄລີຟໍເນຍ.
ກ່ອນໜ້ານັ້ນໃນວັນສຸກວານນີ້ ພວກປະທ້ວງຈຸນ້ອຍໆກຸ່ມນຶ່ງໄດ້ໂຮມຊຸມນຸມກັນຂະນະທີ່ ທ່ານ Trump ຖະແຫຼງຕໍ່ພວກສະໜັບສະໜຸນຢູ່ທີ່ເມືອງ Fresno ໃນເຂດພາກກາງຂອງ ລັດແຄລີຟໍເນຍໂດຍກ່າວວ່າ ທ່ານສາມາດແກ້ໄຂບັນຫາຂາດແຄນນ້ຳຂອງພວກເຂົາເຈົ້າ ໄດ້ໂດຍປະກາດວ່າບໍ່ມີໄພແຫ້ງແລ້ງໃດໆ.
ທ່ານ Trump ໄດ້ກ່າວຫາເຈົ້າໜ້າທີ່ລັດແຄລີຟໍເນຍວ່າ ປະຕິເສດບໍ່ຍອມປ່ອຍນ້ຳໄປໃຫ້ ຊາວສວນໃນເຂດຮ່ອມພູພາກກາງ ຂອງລັດດັ່ງກ່າວ ເພື່ອວ່າເຂົາເຈົ້າຈະໄດ້ປ່ອຍລົງທະ ເລເພື່ອປົກປ້ອງປາບາງຊະນິດທີ່ຍາວປະມານ 3 ນິ້ວ.