ປ. ທຣຳ ​ຊຸກຍູ້​ ໃຫ້ສະພາ​ ເຄື່ອນໄຫວ ເພື່ອ ປັບປຸງ ກົດໝາຍ ປະກັນໄພ ສຸຂະພາບ

Your browser doesn’t support HTML5

ປະທານາທິບໍດີສະຫະລັດ ທ່ານ ດໍ​ໂນລ ທຣຳ ​ໄດ້​ຊຸກຍູ້​ໃຫ້ລັດຖະສະພາ​ທີ່​ຄວບ​ຄຸມ​ໂດຍ
​ພັກ Republican ໃນວັນຈັນວານນີ້ ປັບປຸງກົດໝາຍປະກັນໄພສຸຂະພາບຂອງສະຫະລັດ
ທີ່ເປັນສັນຍາລັກສຳຄັນຂອງອະດີດປະທານາທິບໍດີ ບາຣັກ ໂອບາມາ ກ່ອນທີ່ຈະ​ໄປພັກ
ປະຈຳປີ ໃນເດືອນສິງຫາທີ່ຈະມາເຖິງນີ້, ແຕ່ວ່າ ບັນດາສະມາຊິກສະພາທັງຫຼາຍຍັງບໍ່ທັນ
ໄດ້ຕົກລົງ ທີ່ຈະລົບລ້າງແລະ ຫາ​ກົດໝາຍ​ໃໝ່​ ມາສັບປ່ຽນກົດໝາຍປະກັນໄພສຸຂພາບ ດັ່ງກ່າວນີ້ ແນວໃດ?

“ຂ້າພະເຈົ້າບໍ່ສາມາດທີ່ຈະວາດພາບໄດ້ວ່າ ລັດຖະສະພາ ຈະກ້າທີ່ຈະອອກຈາກ
ວໍຊີງຕັນ ໂດຍປາດສະຈາກຂ່າວດີທີ່ສວຍງາມ ໃນກົດໝາຍໃໝ່ປະກັນໄພສຸຂະພາບ
ທີ່ໄດ້ຮັບການອະນຸມັດແລະພ້ອມທີ່ຈະມີຜົນບັງຄັບໃຊ້,”
ຊຶ່ງນັ້ນແມ່ນຂໍ້ຄວາມຂອງ
ທ່ານທຣຳ ທີ່ໄດ້ຂຽນລົງໃນ Twitter.

ທ່ານໄດ້ກ່າວວ່າ ກ່ອນທ່ານຈະໄດ້ມາເປັນປະທານາທິບໍດີນັ້ນ ທ່ານໄດ້ຟັງພັກ
Republican ຮຽກຮ້ອງໃຫ້ມີການລົບລ້າງກົດໝາຍປະກັນໄພສຸຂພາບຂອງທ່ານ
ໂອບາມາ ທີ່ຮູ້ກັນດີໃນນາມ ObamaCare “ເວລານັ້ນ ມັນກໍມາເຖິງ ແລະພວກ
ເຂົາເຈົ້າກໍມີໂອກາດນັ້ນແລ້ວ!
” ຊຶ່ງທ່ານທຣຳ ໄດ້ກ່າວໄວ້ເຊັ່ນນັ້ນ.

ແຕ່ວ່າຄວາມແຕກແຍກພາຍໃນບັນດາສະມາຊິກພັກ Republican ນັ້ນ ແມ່ນລາຍ
ລະອຽດຕ່າງໆຂອງກົດໝາຍ ຂອງການສັບປ່ຽນກົດໝາຍຊຸດໃໝ່ໃດໆ ປ່ອຍໃຫ້ຄວາມ
ພະຍາຍາມທີ່ຈະລົບລ້າງນັ້ນ ມີຄວາມສົງໄສ ໃນຂະນະທີ່ການສຳຫຼວດໄດ້ສະແດງ
ໃຫ້ເຫັນເຖິງຄວາມພະຍາຍາມໜ້ອຍດຽວຈາກການສະເໜີຂອງທາງພັກ Republican.

ປະທານຄັງອາວຸດຂອງສະພາສູງ ທ່ານ John McCain, ສັງກັດພັກ Republican ຈາກລັດ Arizona ກ່າວໃນລັດຖະສະພາ ທີ່ວໍຊີງຕັນ, 13 ມິຖຸນາ, 2017.

ກອງປະຊຸມພິເສດຂອງພັກ Republican ທີ່​ກຳສຽງສ່ວນຫຼາຍໃນສະພາສູງ ໃນວັນ
ອັງຄານມື້ນີ້ ແມ່ນຈະພະຍາຍາມທີ່ຈະບັນລຸຂໍ້ຕົກລົງທີ່ວ່ານີ້. ສະມາຊິກສະພາສູງ
ບາງທ່ານ ຕ້ອງການທີ່ຈະລົບລ້າງໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ ຂອງກົດໝາຍ
ObamaCare ໃນຂະນະທີ່ ບາງພວກແມ່ນກຳລັງເບິ່ງເຖິງກົດໝາຍບາງຂໍ້ທີ່ເປັນທີ່ນິຍົມ
ນັ້ນ ຊຶ່ງຮວມທັງກອງທຶນປະກັນໄພ ຕໍ່ຊາວອາເມຣິກັນຜູ້ຍາກໄຮ້ທັງຫຼາຍ.

ໃນບ່າຍວັນຈັນວານນີ້ ມີພວກປະທ້ວງຫຼາຍກວ່າ 80 ຄົນ ໄດ້ຖືກຈັບກຸມ ທີ່​ຕຶກ​ສະພາ​
ສະຫະລັດ ໃນຂະນະທີ່ປະທ້ວງຕໍ່ຄວາມພະຍາຍາມຂອງພັກ Republican ທີ່ຈະລົບລ້າງ
ແລະສັບປ່ຽນກົດໝາຍປະກັນໄພ ObamaCare.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ທ່ານ Mitch McConnell, ສັງກັດພັກ Republican ຈາກລັດ KY ກ່າວໃນງານລ້ຽງຮັບປະທານອາຫານຄ່ຳ ໃນວັນ Lincoln Day, 30 ມິຖຸນາ, 2017, ໃນ Elizabethtown, Ky.