“ຄວາມສື່ຊັດ” ແລະ “ຄວາມໜ້າເຊື່ອຖື” ບໍ່ແມ່ນຄຳເວົ້າທີ່ຊາວອາເມຣິກັນສ່ວນໃຫຍ່ຈະໃຊ້ ເພື່ອບັນລະຍາຍເຖິງຜູ້ສະໝັກປະທານາທິບໍດີທັງສອງຄືທ່ານນາງ Hillary Clinton ຈາກພັກເດໂມແຄຣັດ ແລະ ທ່ານ Donald Trump ຈາກພັກຣີພັບບລີກັນ.
ການຢັ່ງຫາງສຽງຂອງອົງການ Gallup ໃນອາທິດນີ້ສະແດງໃຫ້ເຫັນວ່າມີຊາວອາເມຣິກັນ ພຽງແຕ່ 32 ເປີເຊັນ ທີ່ຈະກ່າວວ່າ ທ່ານນາງ Clinton ເປັນຄົນປະເພດນັ້ນ ໃນຂະນະທີ່ 36 ເປີເຊັນ ຈະໃຊ້ຄຳເວົ້າທັງສອງ ບັນລະຍາຍເຖິງທ່ານ Trump. ໂຕເລກດັ່ງກ່າວໄດ້ມີການປ່ຽນແປງເລັກນ້ອຍ ຈາກການຢັ່ງຫາງສຽງເມື່ອເດືອນກັນຍາ ທີ່ພົບເຫັນວ່າ 34 ເປີເຊັນ ຂອງຊາວອາເມຣິກັນມອງເຫັນວ່າ ທ່ານນາງ Clinton ເປັນຄົນສື່ຊັດແລະໜ້າເຊື່ອ ຖື ແລະ 33 ເປີເຊັນ ເບິ່ງທ່ານ Trump ວ່າ ເປັນ ຄົນປະເພດດັ່ງກ່າວ.
ຜູ້ສະໝັກເປັນປະທານາທິບໍດີສະຫະລັດ ທ່ານ Donald Trump (ເທິງ) ພວມໂຄສະນາຫາສຽງ ທີ່ນະຄອນຫຼວງ ວໍຊິງຕັນ ເມື່ອວັນທີ 26 ຕຸລາ 2016 ແລະທ່ານນາງ Hillary Clinton ພວມຟັງ ໃນລະຫວ່າງ ກອງປະຊຸມ ຕອບຄຳຖາມ ທີ່ນະຄອນ St. Louis ລັດ Missouri ເມື່ອວັນທີ 9 ຕຸລາ ປີ 2016.
ແຕ່ແນວໃດກໍຕາມ ອົງການ Gallup ເປີດເຜີຍວ່າ 50 ເປີເຊັນ ຂອງຊາວອາເມຣິກັນ ຄິດວ່າ ທ່ານນາງ Clinton “ຈະສາມາດນຳໃຊ້ ການພິຈາລະນາທີ່ດີ ໃນເວລາທີ່ເກີດວິກິດ ການ” ແຕ່ມີພຽງ 36 ເປີເຊັນເທົ່ານັ້ນຂອງພວກທີ່ຕອບຄຳຖາມເຊື່ອວ່າທ່ານ Trump ຈະດຳເນີນການແບບດຽວກັນນັ້ນ.
ໃນວັນທ້າຍສັບປະດາ ກ່ອນການເລືອກຕັ້ງ ໃນວັນອັງຄານຈະມານີ້ ທ່ານນາງ Clinton ໄດ້ໄປປາກົດໂຕ ຢູ່ເທິງເວທີ ໃນຕອນແລງວັນສຸກວານນີ້ ທີ່ສູນກາງ Wolstein ໃນນະ ຄອນ Cleaveland ລັດ Ohio ຮ່ວມກັບ ດາຣາດົນຕຣີຮິບຮັອບ Jay Z ແລະນາງ Beyonce ພັນລະຍາທີ່ສວຍງາມຂອງລາວ.
ນາງ Beyonce ກ່າວວ່າ ນາງຢາກໃຫ້ລູກສາວຂອງນາງ “ໃຫຍ່ຂຶ້ນມາເຫັນແມ່ຍິງນຳພາປະເທດນີ້ ແລະຮູ້ວ່າ ຄວາມເປັນໄປໄດ້ຂອງລູກນາງ ບໍ່ມີຂີດຈຳກັດ.”
ສ່ວນທ້າວ Jay Z ກ່າວວ່າ ການໂຄສະນາຫາສຽງ ຂອງທ່ານ Trump ແມ່ນສ້າງຄວາມແຕກແຍກ ແລະນັ້ນຄືວ່າເປັນຫຍັງລາວ ຈຶ່ງເປັນປະທານາທິບໍດີຂອງພວກເຮົາບໍ່ໄດ້.
Your browser doesn’t support HTML5
Candidates Make Final Push As Campaign Nears End
ໃນຕອນເຊົ້າວັນສຸກວານນີ້ທ່ານ Trump ກ່າວວ່າ ທ່ານນາງ Clinton ກຳລັງຕິດພັນຢູຸ່ກັບບັນຫາທາງດ້ານກົດໝາຍ ຊຶ່ງການເລືອກເອົາທ່ານນາງ ຈະແກ່ດຶງເອົາສະຫະລັດ ເຂົ້າໄປສູ່ວິກິດການ ທາງດ້ານລັດຖະທຳມະນູນ. ສ່ວນທ່ານນາງ Clinton ຈາກພັກເດໂມແຄຣັດ ກ່າວວ່າ ຄູ່ແຂ່ງຈາກພັກຣີພັບບລີກັນ ຂອງທ່ານນາງ ຖ້າຫາກຖືກເລືອກ ຈະສ້າງຄວາມບໍ່ແນ່ນອນ ທີ່ເປັນອັນຕະລາຍ ຢູ່ໃນທົ່ວໂລກ ແທນທີ່ຈະເປັນອະນາຄົດ ທີ່ມີຄວາມຫວັງ ທີ່ ທ່ານນາງໄດ້ວາງແຜນໄວ້ສຳລັບປະເທດຊາດ.