ທ່ານ Trump ວາດພາບ Saddam Hussein ວ່າ ເປັນຄົນ ເຂັ້ມແຂງ ຕໍ່ຕ້ານ ພວກກໍ່ການຮ້າຍ

ທ່ານ Saddam Hussein ຍິງປືນຂຶ້ນຟ້າ ໃນຂະນະທີ່ທ່ານຄຳນັບ ພວກອາສາສະໝັກອີຣັກ ທີ່ຈະສູ້ລົບກັບຊາວປາແລສໄຕນ໌ຕໍ່ຕ້ານ ອິສຣາແອລ.

Saddam Hussein ​ໄດ້ເສຍ​ຊີວິດ​ມາ ເກືອບນຶ່ງ​ທົດ​ສະ​ວັດ​ແລ້ວ. ປະທານາທິບໍດີ ທີ່​ກຳ​ຕຳ​ແໜ່​ງມາ​ເປັນ​ເວລາ​ດົນນານ​ຂອງ​ອີຣັກ​ໄດ້​ຖືກ​ແຂວນ​ຄໍ ຫຼັງຈາ​ກສານ ​ໄດ້​ພົບ​ເຫັນ​ວ່າ ​ທ່ານ​ມີ​ຄວາມ​ຜິດ​ ​ໃນ​ຖານ​ກໍ່​ໂທດ​ກຳ​ຕ້ານມະນຸດ​ຊາດໃນປີ 2006.

​ໃນ​ວັນ​ອັງຄານ​ວານ​ນີ້ ທ່ານ Hussein ​ໄດ້​ເປັນ​ຫົວ​ຂໍ້​ຂ່າວ​ສຳຄັນ​ຢູ່​ໃນ Twitter ຫລັງ​ຈາກ​ຜູ້​ສະໝັກ​ປະທານາທິບໍດີ ທ່ານ Donald Trump ​ໄດ້​ຍ້ອງຍໍ​ວິ​ທີ​ການ​ນຳພາ​ຂອງ​ທ່ານ.

ທ່ານ Trump ​ໄດ້ກ່າວ​ຕໍ່​ບັນດາ​ຜູ້​ສະໜັບສະໜູນ​ວ່າ “Saddam Hussein ​ ​ເປັນ​ຄົນ​ທີ່​ບໍ່​ດີ ​ແມ່ນ​ບໍ່? ລາວ​ເປັນ​ຄົນ​ບໍ່​ດີ ບໍ່ດີ​ອີ່ຫລີ. ​ແຕ່​ທ່ານ​ຮູ້​ບໍ່​ວ່າ​ສິ່ງ​ທີ່​ລາວ​ເຮັດ​ໄດ້​ດີ? ລາວ​ສັງຫານ​ພວກ​ກໍ່​ການ​ຮ້າຍ. ລາວ​ເຮັດ​ໄດ້​ດີຫຼາຍ. ​ເຂົາ​ເຈົ້າ​ບໍ່​ໄດ້​ອ່ານ​ໃຫ້​ຟັງ​ ເລື້ອງ​ສິດທິ​ຂອງ​ເຂົາ​ເຈົ້າ ​ເຂົາ​ເຈົ້າ​ບໍ່​ໄດ້​ເວົ້າ​ໄດ້​ວ່າ. ​ເຂົາ​ເຈົ້າ​ເປັນ​ພວກ​ກໍ່​ການ​ຮ້າຍ ມັນ​ໝົດ​ເທົ່າ​ນັ້ນ.”

ທ່າ​ນ​ໄດ້​ກ່າວ​ຄ້າຍຄື​ກັນ ​ໃນ​ບໍ່​ເທົ່າ​ໃດ​ປີ​ທີ່​ຜ່ານ​ມາ ຮວມ​ທັງ​ປີ 2014 ​ເວລາ​ທ່ານ​ຂຽນຜ່ານ​ທາງ Twitter ວ່າ ອີຣັກ​ໄດ້​ຕົກ​ຢູ່​ໃນ​ອັນ​ຕະລາຍ​ ຫລາຍ​ກວ່າ​ທີ່​ເຄີ​ຍມີ​ມາພາຍ​ໃຕ້ Hussein.

ຜູ້ສະໝັກເປັນປະທານາທິບໍດີ ພັກຣີພັບບລິກກັນ ທ່ານ Donald ເວົ້າກ່ຽວກັບຊົງຜົມຂອງທ່ານ.

“ສົງຄາມ​ເປັນ​ຄວາມ​ຜິດພາດ ດັ່ງ​ທີ່​ຂ້າພະ​ເຈົ້າໄດ້​ກ່າວແຕ່​ຂັ້ນ​ເລີ້ມ​ຕົ້ນ. ທ່ານ Bush ​ແລະ ທ່ານ Obama ຄວນ​ທີ່​ຈະ​ຂໍ​ຂະມາ​ໂທດ.”

​ແຕ່​ວ່າ​ຫລັງ​ຈາກ​ນັ້ນຫລາຍ​ມື້ ​ເວລາ​ກຳລັງ​ສະຫະລັດ​ໄດ້​ພົບ​ເຫັນທ່ານ Hussein ລີ້​ຢູ່​ໃນ​ຂຸມໃກ້​ກັບ​ເມືອງ Tikrit ​ໃນ​ເດືອນ​ທັນວາ ປີ 2003 ທ່ານ Trump ປາ ກົດ​ວ່າ​ ໄດ້​ຮັບ​ການ​ສະໜັບສະໜູນ​ຫລາຍ​ຂຶ້ນ ​ຕໍ່ການໂຄ່ນ​ລົ້ມຜູ້​ນໍາ​ອີຣັກລົງ​ຈາກ ອຳນາດ​.

ທ່ານ Trump ກ່າວ​ໃນ​ການ​ໃຫ້​ສຳພາດ​ຕໍ່​ໂທລະ​ພາບ Fox News ວ່າ “ບາງ ຄົນເຫັນ​ພ້ອມ ​ແລະ​ບາງ​ຄົນ​ບໍ່​ເຫັນ​ພ້ອມ ​ແຕ່​ພວກ​ເຮົາ​ໄດ້​ຢູ່​ທີ່​ນັ້ນ. ​ແລະ​ຖ້າ​ພວກ​ເຮົາ​ຢູ່​ທີ່​ນັ້ນ ທ່ານ​ຕ້ອງ​ເອົາ Saddam Hussein ລົງ​ ​ແລະ​ເຂົາ​ເຈົ້າ​ໄດ້ດຳ​ເນີນ ການ​ດັ່ງ​ກ່າວ ​ແລະ​ເຂົາ​ເຈົ້າ​ບໍ່​ໄດ້​ເຮັດ​ໄວ ​ດັ່ງ​ທີ່​ເຂົາ​ເຈົ້າ​ຄິດ​ໃນ​ການ​ຊອກ​ຫາ​ລາວ ​ແຕ່​ເຂົາ​ເຈົ້າ​ໄດ້​ພົບ​ເຫັນ​ລາວ. ​ແລະ​ນັ້ນ​ເປັນ​ວັນຍິ່ງ​ໃຫຍ່​ສຳລັບປະ​ເທດ​ນີ້.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ