ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump ກ່າວວ່າ ມື້ທຳອິດຢູ່ໃນໜ້າທີ່ ຈະຮວມທັງການອອກຖະແຫລງການເຕືອນຢ່າງເປັນທາງການທີ່ສະຫະລັດຈະຖອນໂຕອອກຈາກພາຄີຂ້າມມະຫາສະມຸດປາຊິຟິກຫຼື TPP ອັນເປັນພາກສ່ວນນຶ່ງໃນການເຄື່ອນໄຫວທີ່ອີງຕາມການເນັ້ນໜັກຂອງທ່ານຕໍ່ການ “ໃຫ້ຄວາມສຳຄັນແກ່ອາເມຣິກາກ່ອນອື່ນໝົດ.”
ຢູ່ໃນການຖະແຫຼງທາງວີດີໂອທີ່ອອກທາງ YouTube ໃນວັນຈັນວານນີ້ ທ່ານ Trump ຮ້ອງຂໍ້ຕົກລົງ TPP ວ່າ “ເປັນໂອກາດແຫ່ງຄວາມພິນາດ” ໃຫ້ແກ່ສະຫະລັດ.
ທ່ານກ່າວວ່າ “ແທນທີ່ ພວກເຮົາຈະເຈລະຈາແບບຍຸຕິທຳ ຂໍ້ຕົກລົງການຄ້າສອງຝ່າຍ ເພື່ອນຳເອົາວຽກເຮັດງານທຳ ແລະອຸດສາຫະກໍາ ກັບຄືນມາສູ່ດິນແດນສະຫະລັດ.
ຕະຫລອດການໂຄສະນາຫາສຽງເປັນປະທານາທິບໍດີນັ້ນ ທ່ານ Trump ໄດ້ຄັດຄ້ານຕໍ່ຂໍ້ຕົກລົງ TPP ທີ່ມີສ່ວນພົວພັນກັບ 12 ປະເທດໃນເຂດເອເຊຍປາ ຊີຟິກ ພ້ອມທັງຂໍ້ຕົກລົງການຄ້າເສລີໃນອາເມຣິກາເໜືອ ກັບການາດາ ແລະເມັກຊິໂກ. ທ່ານໄດ້ກ່າວຢໍ້າເຖີງ ຄວາມສາມາດໃນການເຈລະຈາຂອງທ່ານ ແລະກ່າວວ່າ ທ່ານຈະບັນລຸຂໍ້ຕົກລົງໃໝ່ ທີ່ຈະເປັນຜົນປະໂຫຍດສຳລັບສະຫະລັດ.
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ພົບປະກັບ ປະທານາທິບໍດີ ສະຫະລັດ ທີ່ຖືກເລືອກຄົນໃໝ່ ທ່ານ Donald Trump.
ບັນດາລັດຖະມົນຕີຈາກປະເທດໃນກຸ່ມ TPP ທີ່ໄດ້ເຊັນຂໍ້ຕົກລົງໃນເດືອນກຸມ ພາປີ 2016 ກ່າວວ່າ ເປົ້າໝາຍຂອງເຂົາເຈົ້າ ແມ່ນເສີມຂະຫຍາຍ ໃນການ“ແບ່ງປັນຄວາມ
ຮັ່ງມີ ສ້າງວຽກເຮັດງານທຳ ແລະສົ່ງເສີມຊຸກຍູ້ການພັດທະນາ ເສດຖະກິດແບບຍືນຍົງ ໃຫ້ແກ່ທຸກໆປະເທດຂອງເຮົາ.”
ພວກປະທ້ວງເຕົ້າໂຮມກັນ ປະທ້ວງການຄ້າທີ່ບໍ່ທ່ຽງທຳ ຢູ່ຕໍ່ໜ້ລັດຖະສະພາ ສະຫະລັດ ທີ່ນະຄອນຫລວງ ວໍຊິງຕັນ.
ປະທານາທິບໍດີ Barack Obama ໄດ້ສະໜັບສະໜູນຂໍ້ຕົກລົງນີ້ ແຕ່ວ່າສະພາບໍ່ເຄີຍໃຫ້ການອະນຸມັດ ເພື່ອໃຫ້ສະຫະລັດເຂົ້າຮ່ວມຢ່າງເປັນທາງການເທື່ອ.
ຈາກຊ້າຍ ທ່ານນາງ Mary Fallin ອະດີດຜູ້ປົກຄອງລັດ Oklahoma ແລະທ່ານ Rick Perry ອະດີດຜູ້ປົຄອງລັດ Texas ມາເຖິງຕຶກ Trump Tower ທີ່ນະຄອນ New York.
ຖ້າປາດສະຈາກສະຫະລັດແລ້ວ ຂໍ້ຕົກລົງ TPP ແມ່ນບໍ່ສາມາດທີ່ຈະມີຜົນບັງຄັບໃຊ້ໄດ້. ນັ້ນກໍເພາະວ່າ ກົດລະບຽບກ່າວວ່າ ຕ້ອງໄດ້ຮັບການອະນຸຍາດຈາກ ທັງ 12 ທີ່ໄດ້ລົງນາມ ຫລືໂດຍຢ່າງໜ້ອຍຫົກປະເທດ ຖ້າຫາກຍອດຜະລິດຕະ ພັນຮວມປະກອບເປັນ 85 ເປີເຊັນຂອງກຸ່ມດັ່ງກ່າວ. ສະຫະລັດ ແມ່ນຕາງໜ້າ ໃຫ້ 60 ເປີເຊັນຂອງຍອດຜະລິດຕະພັນຮວມຫລື GDP ທັງໝົດ ເພາະສະນັ້ນ ຈຶ່ງບໍ່ມີທາງທີ່ຈະບັນລຸເປົ້າໝາຍ 85 ເປີເຊັນໄດ້ ຖ້າປາດສະຈາກການປະກອບ ສ່ວນຂອງສະຫະລັດ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Trump Transition TPP