ສະພາສູງ ສືບຕໍ່ ຊັກຖາມ ຜູ້ຖືກເລືອກ ເປັນ ລມຕ ກະຊວງຊັບພະຍາກອນ ທຳມະຊາດ ແລະສຶກສາ ຂອງທ່ານທຣໍາ

ປະທານາທິບໍດີທີຖືກເລືອກໃໝ່ ທ່ານ Donald Trump ເລືອກເອົາ ທ່ານນາງ Betsy DeVos ເປັນລັດຖະມົນຕີ ກະຊວງສຶກສາ.

ຄະນະ​ກຳມະການ​ສະ​ພາ​ສູງ​ສະຫະລັດສືບ​ຕໍ່ຊັກ​ຖາມ​ຄະນະບໍລິຫານລັດຖະບານ ​ທີ່ຖືກແຕ່ງ​ຕັ້ງ ​ໂດຍປະທານາທິບໍດີຖືກ​ເລື​ອກໃໝ່ ທ່ານ Donald Trump ​ໃນ​ວັນ​ອັງຄານ​ມື້​ນີ້​ ໂດຍ​ການ​ຮັບ​ຟັງ​ຄຳ​ໃຫ້ການແກ່​ບຸກຄົນ​ທີ່​ທ່ານ​ເລືອກ​ໃຫ້​ເປັນ​ລັດ ຖະມົນຕີ​ກະຊວງາຊັບ ພະຍາກອນ​ທຳ​ມະ​ຊາດ ແລະ​ກະຊວງ​ສຶກສາ.

ຜູ້ຖືກ​ສະ​ເໜີ ​ໃຫ້​ເປັນ​ລັດຖະມົນຕີ​ກະຊວງຊັບ​ພະ​ກອນ​ທຳ​ມະ​ຊາດ ທ່ານ Ryan Zinke ຈະ​ໃຫ້ການ​ຕໍ່ຄະນະ​ກຳມະການ​ດ້ານພະລັງງານແລະຊັບພະຍາກອນ​ທຳ​ມະ​ຊາດຂອງ ສະພາ​ສູງ​.

ທ່ານ Zinke ອະດີດໜ່ວຍ​ກ້າ​ຕາຍ​ຂອງ​ກອງທັບ​ເຮືອ Navy SEAL ​ເປັນຜູ້​ສະໜັບສະ​ໜູນນະ​ໂຍບາຍ​ ກາ​ນຮັກສາ​ທີ​ດິນ​ສາທາລະນະ ​ໃຫ້​ຢູ່ພາຍ​ໃຕ້ການ ​ເປັນ​ເຈົ້າຂອງໆ​ລັດຖະບານ​ກາງ​ ຊຶ່ງ​ນັ້ນ ​ໄດ້​ເຮັດ​ໃຫ້​ທ່ານ​ຢູ່ໃນ​ທ່າ​ທີ​ທີ່​ຂັດ​ແຍ້​ງ ກັບບັນດາ​ສະ​ມາ​ຊິກ​ພັກ ຣີພັບ​ບລິກກັນ ​ທີ່​ເຫັນ​ພ້ອມ​ໃຫ້​ໂອນ​ດິນເປັນ​ຂອງເອກ​ກະ​ຊົນ ຫລື​ມອບດິນ ຂອງລັດຖະ ບານ​ກາງ ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ລັດ. ທ່າ​ທີ​ຂອງ​ທ່ານ Zinke ​ເໝາະສົມ​ກັບວິ​ໄສ​ທັດ​ຂອງ​ທ່ານ Trump ຜູ້​ທີ່​ກ່າວ​ວ່າ ທ່ານ​ບໍ່​ຄິດ​ວ່າ​ ດິນ​ສາທາລະນະບໍ່​ຄວນ​ຢູ່​ພາຍ​ໃຕ້​ການ​ກາ​ນຄວບ​ຄຸມ​ຂອງ​ລັດ.

​ກຸ່ມ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມຫຼາຍກຸ່ມ​ບໍ່​ເຫັນ​ພ້ອມ​ກັບ​ທ່ານ Zinke ຜູ້​ທີ່​ໄດ້​ສະ​ເໜີ​ໃຫ້​ເພີ້​ມ ການ​ຂຸດ​ຄົ້ນພະລັງງານ ​ແລະ​ບໍ່​ແຮ່​ຢູ່ໃນ​ດິນ​ສາທາລະນະ ​ແລະ​ໄດ້​ສະ​ແດງ​ຄວາ​ມສົງ​ໄສ​ກ່ຽວ​ກັບ​ການປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດຢ່າງ​ໄວວາ​ນັ້ນ.

ກະຊວງຊັບພະຍາກອນ​ທຳ​ມະ​ຊາດ ມີ​ພະນັກງານ​ຫຼາຍ​ກວ່າ 70,000 ຄົນ​ແລະ ເປັນ​ຜູ້​ກຳ ກັບ​ດູ​ແລ​ຫລາຍ​ກວ່າ 20 ​ເປີ​ເຊັນຂອງ​ດິນລັດຖະບານ​ກາງ ຮວມທັງ​ບັນດາອຸດທະຍານ​ແຫ່ງ​ຊາດຕ່າງໆ.

ຜູ້ທີ່​ຖືກ​ສະ​ເໜີ​ໃຫ້​ເປັນ​ລັດຖະມົນຕີ​ກະຊວງ​ສຶກສາ ທ່ານ​ນາງ Betsy DeVos ຈະ​ໄປ​ປາກົດ​ໂຕ​ ​ຕໍ່ໜ້າ​ຄະນະ​ກຳ​ມະ​ການຝ່າຍ​ສາທາ​ລະນະ​ສຸກ ສຶກສາ ​ແຮງ​ງານ ​ແລະ​ເບ້ຍ​ບຳນານຂອງສະພາ​ສູງ.

ທ່ານ​ນາງ​ເປັນ​ມະຫາ​ເສດຖີ​ໃຈ​ບຸນ ຈາກ​ລັດ Michigan ທີ່​ເປັນ​ຫົວໜ້າ​ນຳພາ ສະຫະພັນ​ ​ເດັກນ້ອຍອາ​ເມຣິກັນ​ ​ແລະເປັນຜູ້​ສະໜັບສະໜຸນ​ອົງການຈັດ​ຕັ້ງ​ທີ່ ຊຸກຍູ້​ໃຫ້ມີ​ການ​ຂະຫຍາຍ ໂຄງການຈ່າຍ​ເງິນ​ໃຫ້​ພໍ່​ແມ່​ນັກຮຽນເພື່ອ​ຊ່ວຍສົ່ງ​ລູກ​ຂອງ​ເຂົາ​ເຈົ້າໄປ​ຮຽນຢູ່ ໂຮງຮຽນເອກ​ກະ​ຊົນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ