ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump ໄດ້ພົບປະກັບອີກທ່ານນຶ່ງທີ່ອາດ
ຈະເປັນລັດຖະມົນຕີຕ່າງປະເທດໃນວັນຈັນວານນີ້ ແລະເປັນບຸກຄົນທີ່ມີທ່າທາງວ່າ ຈະໄດ້ຖືກສອບຖາມຢ່າງໜັກຈາກສະພາສູງສະຫະລັດນັ້ນຄືອະດີີດຫົວໜ້າສືບລັບອົງການ CIA ແລະນາຍພົນເບ້ຍບຳນານ David Petraeus.
ກ່ອນທີ່ຈະມາເປັນຫົວໜ້າອົງການສືບລັບ CIA ທ່ານ Petraeus ໄດ້ເປັນຜູ້ບັນ ຊາການສູງສຸດຂອງສະຫະລັດຢູ່ໃນອີຣັກ ແລະນຳພາກຳລັງອົງການ NATO ຢູ່ໃນອັຟການິສຖານ.
ແຕ່ທ່ານໄດ້ຖືກບັງຄັບໃຫ້ລາອອກຈາກອົງການ CIA ຢ່າງອັບອາຍໃນປີ 2012 ຫລັງຈາກໄດ້ເຮັດຂໍ້ມູນລັບຮົ່ວໄຫລ ໃຫ້ແກ່ນັກຂຽນປະຫວັດຂອງທ່ານ ຜູ້ທີ່ທ່ານໄດ້ມີຄວາມສຳພັນຖານຊູ້ສາວນັ້ນ.
"ຄວາມເສຍຫາຍຮ່ວມກັນ," ປື້ມທີ່ຂຽນໂດຍ ນາງ Jill Kelley ກ່າວວ່າ ອະດີດຫົວໜ້າ CIA ທ່ານ David Petraeus ເປີດເຜີຍຢູ່ໃນອີແມລ ວ່າທ່ານໄດ້ເຮັດ "ສິ່ງໃດສິ່ງນຶ່ງ" ຜິດຢ່າງຮ້າຍແຮງ.
ເຖິງແມ່ນທ່ານ Petraeus ໄດ້ມີປະຫວັດເບື້ອງຫລັງໃນອະດີດກໍຕາມ ແຕ່ທ່ານ Trump ໄດ້ສົ່ງຂໍ້ຄວາມຜ່ານທາງ Tweeter ວ່າ ທ່ານມີ “ຄວາມປະທັບໃຈທີ່ສຸດ” ກັບນາຍພົນເບ້ຍບໍານານທ່ານນີ້.
ບັນດາເຈົ້າໜ້າທີ່ພັກຣີພັບບລິກັນ ກ່າວວ່າ ທ່ານ Trump ຍັງໄດ້ຕັດສິນໃຈກ່ຽວ ກັບການແຕ່ງຕັ້ງຄະນະລັດຖະບານຄົນອີກຄົນນຶ່ງຄືລັດຖະມົນຕີສາທາລະນະສຸກ ແລະສັງຄົມສົງເຄາະ. ການເລືອກຂອງທ່ານໄດ້ກ່າວວ່າ ແມ່ນສະມາຊິກສະພາຕໍ່າລັດ Georgia ທ່ານ Tom Price ຫົວໜ້ານຳພາຕິຕຽນ ກົດໝາຍຮັກສາສຸ ຂະພາບຂອງປະທານາທິບໍດີ Barack Obama ທີ່ຮູ້ກັນໃນຊື່ Obamacare.