'ບໍ່​ມີ​ທ່າ​ທາງ' ແຕ່ທ່ານທຣໍາ ກໍບໍ່ໄດ້ປະ​ຕິ​ເສດ ເຖິງ​ຄວາມ​ເປັນ​ໄປ​ໄດ້ ທີ່ຈະໃຫ້ອະໄພ​ໂທດຕົນເອງ

ອະດີດປະທານາທິບໍດີດໍໂນລ ທຣໍາ ກ່າວຢູ່ ກອງປະຊຸມການເມືອງນິຍົມແນວທາງເດີມ 2022 (CPAC) ໃນເມືອງ Orlando ລັດຟລໍຣິດາ Florida ວັນທີ 26 ກຸມພາ 2022

ອະດີີດປະທານາທິບໍດີດໍໂນລ ທຣໍາ ກ່າວຢູ່ໃນການໃຫ້ສຳພາດໃໝ່ວ່າ ທ່ານໄດ້ອອກຈາກຕໍາແໜ່ງ ໃນປີ 2021 ທ່ານໄດ້ຕັດສິນໃຈຕໍ່ຕ້ານມາດຕະການ ໃຫ້ອະ ໄພໂທດທ່ານເອງ ໃນ​ຄວາມເປັນໄປໄດ້ ຕໍ່ການກ່າວຫາທາງອາຍາ. ທ່ານທຣໍາ ຜູ້​ກຳ​ລັງປະເຊີນໜ້າການກ່າວຫາຫລາຍສິບຂໍ້ ເຖິງຢ່າງໃດກໍດີໄດ້ປະຕິເສດ ຖ້າ ຫາກທ່ານຊະນະການເລືອກ ໃນປີ 2024.

ທ່ານທຣໍາໄດ້ກ່າວຕໍ່ລາຍ​ການ “Meet the Press” ຂອງໂທລະພາບ NBC ໃນການໃຫ້ສຳພາດຫວ່າງມໍ່ໆມານີ້ ທີ່ໄດ້ອອກ​ອາ​ກາດໃນວັນອາທິດວານນີ້ວ່າ ທ່ານໄດ້ຟັງຂໍ້ຂັດແຍ້ງທີ່ີໄດ້ແນະນຳຈາກບັນດາຜູ້ຊ່ວຍ ກ່ຽວກັບການໃຫ້ອະໄພ ໂທດທ່ານເອງໃນວັນທີ່ທ່ານໝົດອໍານາດສີ່ປີຂອງການເປັນປະທານາທິບໍດີ ແຕ່ໄດ້ຕອບຢ່າງເດັດຂາດວ່າ “ໃຫ້ຂ້າພະເຈົ້າບອກທ່ານ. ຂ້າພະເຈົ້າໄດ້ເວົ້າວ່າ “ສິ່ງສຸດທ້າຍທີ່ຂ້າພະເຈົ້າບໍ່ເຄີຍເຮັດມາກ່ອນ ແມ່ນໃຫ້ການອະໄພໂທດແກ່ໂຕເອງ.”

ບັດນີ້ ທ່ານກຳລັງປະເຊີນໜ້າ 44 ການກ່າວຫາລັດຖະບານກາງ ຊຶ່ງທ່ານສາມາດໃຫ້ອະໄພໂທດແກ່ຕົນເອງ ແລະຂໍ້​ຫາອີກ 47 ລັດ ​ໃນອັນທີທ່່ານບໍ່ສາມາດຕໍານິການກະທຳຜິດຕົນເອງ ທ່ານທຣໍາຍັງບໍ່ທັນໄດ້ເປີດເຜີຍປະຕິເສດສະສາງຕົນເອງ ຢ່າງໜ້ອຍຈຳນວນນຶ່ງຂອງການກ່າວຫາ.

ອ່ານຂ່າວນີ້ເປັນພາສາອັງກິດ