ປະທານາທິບໍດີ ດໍໂນລ ທຣໍາ ອາດຈະໝັ້ນໃຈວ່າທ່ານສາມາດຊ່ວຍໃນການເຈລະຈາ
ຂໍ້ຕົກລົງສັນຕິພາບຄັ້ງປະຫວັດສາດ ລະຫວ່າງອິສຣາແອລ ແລະປາແລສໄຕນ໌ນັ້ນໄດ້.
ແຕ່ບໍ່ຕ້ອງໄປຖາມທ່ານວ່່າ ຂໍ້ຕົກລົງສັນຕິພາບນັ້ນແມ່ນເປັນໄປຢ່າງໃດ ເພາະປະກົດ
ວ່່າ ທ່ານຈະບໍ່ບອກໃຫ້ຮູ້ດອກ.
ຜູ້ຍິງຄົນນຶ່ງກໍາລັງອ່ານໜັງສືພິມ ໃນຂະນະທີ່ໂທລະພາບສາຍໃຫ້ເຫັນການພົບປະກັນລະຫວ່າງ ປ. ດໍໂນລ ທຣໍາຂອງສະຫະລັດ ແລະທ່ານ Benjamin Netanyahu ນາຍົກລັດຖະມົນຕີອິສຣະແອລ ທີ່ນະຄອນວໍຊິງຕັນຢູ່ຂ້າງຮ້ານຂາຍກາເຟ ຢູ່ນະຄອນ Tel Aviv ຂອງອິສຣະແອລ ໃນວັນທີ 15 ກຸມພາ 2017
ຢູ່ໃນໄລຍະທີ່ມີການປະຊຸມກັບປະທານາທິບໍດີ ປາແລສໄຕນ໌ ທ່ານ Mahmood
Abbasໃນອາທິດນີ້ ປະທານາທິບໍດີທຣໍາ ໄດ້ສະແດງອອກມາໃຫ້ເຫັນຄັ້ງແລ້ວ ຄັ້ງ
ເຫລົ່າ ວ່າທ່ານມີຄວາມຫວັງ ວ່າ ຈະມີ “ຂໍ້ຕົກລົງ” ຫລື ການເຫັນດີນໍາກັນ ຫລື ຖ້າຈະ
ເວົ້າແບບກວ້າງໆ ກວ່ານັ້ນກໍຄື ເປັນການຈັດແຈງທີ່ຈະເຮັດໃຫ້ເກີດ “ສັນຕິພາບ” ລະ
ຫວ່າງສອງປະທດໄດ້.
ປ້າຍທີ່ຂຽນເປັນພາສາອາຣັບສະໜັບສະໜຸນໃຫ້ຕັ້ງອິສຣະແອລ ແລະປາແລສໄຕນເປັນປະເທດດຽວ.
ອັນທີ່ເຫັນແຈ້ງວ່າຂາດຢູ່ໃນຄຳຖະແຫລງຂອງປະທານາທິບໍດີທຣໍາ ກໍຄືຫລັກຖານອ້າງ
ອີງ ການແກ້ໄຂທີ່ແບ່ງເປັນສອງປະເທດ ຫລືແນວຄິດທີ່ໃຫ້ປາແລສໄຕນ໌ ຕັ້ງປະເທດ
ຊຶ່ງສະຫະລັດໄດ້ເຫັນວ່າເປັນຜົນທີ່ເພິ່ງປາດຖະໜາຂອງການເຈລະຈາສັນຕິພາບຕາ
ເວັນອອກກາງ.
ການທີ່ສິ່ງອ້າງອີງນັ້ນຂາດໄປ ບໍ່ແມ່ນວ່າຈະບໍ່ມີສັງເກດຮູ້.
ກໍາມະກອນຊາວປາແລສໄຕນກໍາລັງສ້າງອາຄານຫລັງນຶ່ງຢູ່ຄຸ້ມ Maale Adumim ຊຶ່ງເປັນເຂດຕັ້ງຖິ່ນຖານໃໝ່ ຢູ່ໃກ້ນະຄອນເຢຣູຊາແລມ ໃນວັນທີ 7 ກຸມພາ 2017
ທ່ານ Hanan Ashrawi ສະມາຊິກຂອງຄະນະກໍາມະການບໍລິຫານຂອງອົງການປົດ
ປ່ອຍ ປາແລັສໄຕ ໄດ້ກ່າວຕໍ່ວີໂອເອວ່າ “ທ່ານໄດ້ສັງເກດບໍ່ວ່າ ທ່ານທຣໍາບໍ່ເຄີຍເວົ້າ
ຄໍາວ່າ ປາແລັສໄຕເລີຍ?” “ຂ້າພະເຈົ້າຄິດວ່າ ເບິ່ງຈັ່ງນຶ່ງ ທ່ານທຣໍາກໍາລັງໄຂວ່ຂວາ
ໄປຈາກນະໂຍບາຍຂອງອາເມຣິກາກ່ຽວກັບມັດຕິໃນການຕັ້ງເປັນສອງປະເທດທີ່ມີມາ
ແຕ່ດົນນານນັ້ນ.”