ທ່ານ Trump ຈະໂອ້ລົມ ກັບ ກິມຈົງອຸນ ຜູ້ນຳ ຂອງເກົາຫຼີເໜືອ

ຜູ້ສະໝັກປະທານາທິບໍດີຂອງພັກຣີພັບບລີກັນ ທ່ານ Donald Trump ພວມໂບກມື ຂະນະທີ່ທ່ານໄປຮອດ ເພື່ອພົບປະ ກັບປະທານສະພາຕ່ຳ ທ່ານ Paul Ryan.

ທ່ານ Donald Trump ທີ່​ຄາດ​ວ່າ​ຈະ​ໄດ້​ຮັບ​ການ​ແຕ່ງຕັ້ງຈາກ​ພັກຣີພັບ​ບລີ​ກັນໃຫ້​ເປັນ​ຜູ້ ສະໝັກ​ປະທານາທິບໍດີ ​ຂອງ​ພັກ​ນັ້ນ ກ່າວ​ວ່າ ​ທ່ານ​ແມ່ນ​ເປີດ​ກວ້າງ​ ໃນການ​ທີ່​ຈະ​ໂອ້​ລົມ ກັບ​ຜູ້ນຳ​ຂອງ​ເກົາຫລີ​ເໜືອ ທ່ານ​ກິມຈົງ​ອຸນ​ ​ເພື່ອ​ວ່າ​ຈະ​ພະຍາຍາມ​ຫາ​ທາງ​ຍຸຕິ​ໂຄງການ​ອາວຸດ​ນິວ​ເຄລຍຂອງ​ປະ​ເທດ​ດັ່ງກ່າວ.

ທ່ານ Trump ກ່າວ​ລະຫວ່າງ ການ​ໃຫ້​ສຳພາດ ແກ່​ອົງການ​ຂ່າວ​ຣອຍ​ເຕີ້​ໃນ​ວັນ​ອັງຄານ ​ວານ​ນີ້ວ່າ ຂ້າພະ​ເຈົ້າຈະ​ໂອ້​ລົມ​ກັບ​ລາວ ຂ້າພະ​ເຈົ້າບໍ່​ມີ​ບັນຫາ​ໃດໆ​ທີ່​ຈະ​ໂອ້​ລົມ​ກັບລາວ.

ນອກ​ນັ້ນ​ແລ້ວ ທ່ານ​ຍັງ​ກ່າວ​ວ່າ ທ່ານຈະ​ໃຊ້​ໃນ​ອັນ​ທີ່​ທ່ານບັນຍາຍ​ວ່າ​ເປັນ​ອິດ​ທິພົນ​ທາງ ດ້ານ​ເສດຖະກິດ​ທີ່​ສະຫະລັດ​ມີ​ຕໍ່​ຈີນເພື່ອ​ກົດ​ດັນ​ລັດຖະບານ​ຈີນໃຫ້​ເອົາບົດບາດ​ໃນ​ການ ຊອກ​ຫາ​ຊ່ອງ​ທາງ​ແກ້​ໄຂ.

​ເກົາຫລີ​ເໜືອ​ກຳລັງ​ຢູ່​ພາຍ​ໃຕ້​ການ​ລົງ​ໂທດ​ຫລາຍໆ​ຮອບ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ທີ່​ແນ​ໃສ່​ໂຄງການ​ນິ​ວ​ເຄລຍ​ແລະ​ການ​ທົດ​ລອງ​ລູກ​ສອນ​ໄຟ​ທີ່​ຖືກ​ຫ້າມຫລາຍໆ​ຄັ້ງນັ້ນ.

ຈີນ​ແລະ​ສະຫະລັດ ພ້ອມ​ທັງ​ເກົາຫລີ​ໃຕ້ ຣັດ​ເຊຍ ​ແລະ​ຍີປຸ່ນ​ແມ່ນ​ໄດ້​ເຂົ້າຮ່ວມ​ການ​ເຈລະ ຈາ​ກັບ​ເກົາຫຼີ​ເໜືອ ທີ່​ແນ​ໃສ່​ເພື່ອ​ຍຸຕິ​ກິດຈະການ​ນິວ​ເຄລຍຂອງ​ປະ​ເທດ​ດັ່ງກ່າວ ​ແຕ່​ການ ດຳ​ເນີນ​ຄວາມ​ພະຍາຍາມ​ນີ້​ໄດ້​ແຕກ​ຫັກ​ລົງ​ໃນ​ປີ 2008.

ທ່ານກິມຈົງອຸນ ຜູ້ນຳຂອງເກົາຫຼີເໜືອ.

ທ່ານ Jake Sullivan ທີ່​ປຶກສາ​ຂອງ​ຜູ້​ທີ່​ມີ​ທ່າ​ທາງ​ວ່າ​ ຈະ​ເປັນ​ຄູ່​ແຂ່ງ​ຂອງ​ທ່ານ Trump ​ໃນ​ການ​ເລືອກ​ຕັ້ງ​ ໃນ​ເດືອນ​ພະຈິກ​ ກໍຄື​ອະດີດ​ ລັດຖະມົນຕີ​ການ​ຕ່າງປະເທດ​ສະຫະລັດ ທ່ານ​ນາງ Hillary Clinton ​ໄດ້​ຕຳ​ໜິຕິຕຽນ​ຄຳ​ເວົ້າຂອງ​ທ່ານ Trump. ທ່ານ​ໄດ້​ເນັ້ນຄຳ ເວົ້າກ່ອນ​ໜ້ານັ້ນທີ່​ທ່ານ Trump ກ່າວວ່າ ທ່ານ​ບໍ່ມີ​ທ່າ​ທາງ​ວ່າ​ຈະ​ມີ​ຄວາມ​ສຳພັນ​ທີ່​ດີ​ກັບ ນາຍົກລັດຖະມົນຕີອັງກິດ ທ່ານ David Cameron.

ທ່ານ Sullivan ກ່າວ​ວ່າ ທ່ານ Donald Trump ​ໄດ້​ສົບປ​ະໝາດ​ຕໍ່​ພັນທະ​ມິດ​ທີ່​ໃກ້ຊິດ​ທີ່ ສຸດຂອງ​ພວກ​ເຮົາ ຫລັງ​ຈາກ​ນັ້ນ ກໍ​ປິ່ນ​ໜ້າ​ໜີ​ແລ້ວ​ເວົ້າວ່າ ທ່ານມັກ​ທີ່​ຈະ​ໂອ້​ລົມ​ກັບ​ກິມຈົງ​ອຸນ?

ທ່ານ Trump ກ່າວ​ຕໍ່​ອົງການ​ຂ່າວ​ຣອຍ​ເຕີ້ວ່າ ທ່ານ Cameron ມີ​ບັນຫາ​ແຕ່ ທ່ານ​ກໍ​ແນ່ ໃຈ​ວ່າທັງ​ສອງ​ຝ່າຍ​ຈະ​ມີ​ຄວາມ​ສຳພັນ​ທີ່​ດີ​ຕໍ່​ກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Your browser doesn’t support HTML5

US North Korea Trump