ພວກຜູ້ນຳຄົນສຳຄັນໆ ຂອງສະຫະລັດ ຕ່າງກໍພາກັນສະແດງຄວາມເຫັນ ໄປໃນແງ່ດີ
ຫຼາຍຂຶ້ນ ທີ່ວ່າ ຫຼາຍໆທົດສະວັດແຫ່ງການເປັນປໍລະປັກຢູ່ໃນແຫຼມເກົາຫຼີແມ່ນໃກ້ຈະ
ສິ້ນສຸດລົງແລ້ວ.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກ່າວທີ່ກອງປະຊຸມຖະແຫຼງຂ່າວ ຢູ່ທຳ
ນຽບຂາວ ເວລາທ່ານຖືກຖາມ ກ່ຽວກັບ ການພົບປະສຸດຍອດ ຄັ້ງປະຫວັດສາດ ລະ
ຫວ່າງເກົາຫລີເໜືອ ແລະເກົາຫຼີໃຕ້ ໂດຍເວົ້າວ່າ “ຂ້າພະເຈົ້າບໍ່ຄິດວ່າ ລາວເຮັດຫຼິ້ນ ຂ້າພະເຈົ້າບໍ່ຄິດວ່າ ລາວເຮັດຫຼິ້ນ.
Your browser doesn’t support HTML5
ທ່ານທຣຳ ກ່າວກ່ຽວກັບເລື້ອງນີ້ ໃນຂະນະທີ່ ທ່ານຢືນຄຽງຂ້າງ ນາຍົກລັດຖະມົນຕີ
ເຢຍຣະມັນທີ່ມາຢ້ຽມຢາມ ໂດຍເວົ້າວ່າ “ບໍ່ເຄີຍມາໄກ ຮອດຈຸດນີ້ ຈັກເທື່ອ.”
ທ່ານທຣຳກ່າວຕື່ມວ່າ ສະຫະລັດຈະ “ກຽມການປະຊຸມໃນໄວໆນີ້” ແຕ່ບໍ່ໄດ້ໃຫ້ລາຍ
ລະອຽດ ກ່ຽວກັບວັນເວລາ ໂດຍເວົ້າວ່າ ພວກເຈົ້າໜ້າທີ່ ກຳລັງພິຈາລະນາ ເບິ່ງສະ
ຖານທີ່ສອງຫຼືສາມແຫ່ງ ທີ່ອາດເປັນບ່ອນພົບປະສຸດຍອດ ກັບຜູ້ນຳຂອງເກົາຫຼີເໜືອ
ທ່ານກິມ ຈົງ ອຶນ ໃນທ້າຍເດືອນພຶດສະພາ ຫຼືຕົ້ນເດືອນມີຖຸນາທີ່ຈະມາເຖິງນີ້.
ໃນຕອນເຊົ້າວັນສຸກວານນີ້ ທ່ານກິມແມ່ນຜູ້ນຳເກົາຫຼີເໜືອຄົນທຳອິດ ທີ່ໄດ້ໄປຢ້ຽມຢາມ ເກົາຫຼີໃຕ້ ເວລາທ່ານຂ້າມຊາຍແດນໄປຈັບມືກັບປະທານາທິບໍດີເກົາຫຼີໃຕ້ ທ່ານມູນ ແຈ
ອິນ.
ຜູ້ນຳທັງສອງ ໄດ້ຕົກລົງກັນ ທີ່ຈະເຮັດວຽກໄປສູ່ການກຳຈັດອາວຸດນິວເຄລຍທັງໝົດ ຢູ່
ໃນແຫຼມເກົາຫຼີ ແລະປະກາດວ່າ ຈະສືບຕໍ່ການເຈລະຈາຫາລື ເພື່ອຈະເຮັດໃຫ້ສົງຄາມ
ເກົາຫຼີ ສິ້ນສຸດລົງຢ່າງເປັນທາງການ.
ໃນໄລຍະຜ່ານມາ ເກົາຫຼີເໜືອກໍເຄີຍໃຫ້ຄວາມໝັ້ນໝາຍທີ່ຄ້າຍຄືກັນນີ້ກ່ຽວກັບໂຄງ
ການອາວຸດນິວເຄລຍ ແຕ່ບໍ່ສາມາດ ດຳເນີນການ ໄປເຖິງທີ່ສຸດ. ເມື່ອມີການຖາມວ່າ ການໃຫ້ຄວາມໝັ້ນໝາຍຂອງພຽງຢາງໃນເທື່ອນີ້ ເປັນຈິງແທ້ຫຼືບໍ່ນັ້ນ ປະທານາທິບໍດີ
ທຣຳ ກ່າວວ່າ “ພວກເຮົາຈະບໍ່ເຮັດຫຼິ້ນ.”
“ບໍ່ຄືກັນກັບລັດຖະບານຊຸດຜ່ານໆມາ ພວກເຮົາແມ່ນບໍ່ຫຼິ້ນເກມ” ນັ້ນຄືຄຳເວົ້າຂອງ
ປະທານາທິບໍດີທຣຳ ແລະທ່ານກ່າວຕື່ມວ່າ “ລັດຖະບານຊຸດກ່ອນໆ ໄດ້ຖືກໃຊ້ເປັນ
ເຄື່ອງເຊີດ”
After a furious year of missile launches and Nuclear testing, a historic meeting between North and South Korea is now taking place. Good things are happening, but only time will tell!
— Donald J. Trump (@realDonaldTrump) April 27, 2018
ທ່ານກ່າວວ່າ “ພວກເຮົາຈະປຶກສາກັນ ກ່ຽວກັບການແກ້ໄຂ ຖ້າພວກເຮົາບໍ່ເຮັດພວກ
ເຮົາກໍຈະຍ່າງອອກ.” ສ່ວນລັດຖະມົນຕີປ້ອງກັນປະເທດສະຫະລັດທ່ານຈິມ ແມັດຕິສ ກໍໄດ້ສະແດງຄວາມຫວັງອອກມາໃນວັນສຸກວານນີ້ວ່າ ການເຈຈະລາກັບເກົາຫຼີເໜືອ ຈະໃຫ້ດອກອອກຜົນ.
KOREAN WAR TO END! The United States, and all of its GREAT people, should be very proud of what is now taking place in Korea!
— Donald J. Trump (@realDonaldTrump) April 27, 2018
ທ່ານແມັດຕິສ ກ່າວກ່ອນການພົບປະກັບລັດຖະມົນຕີກະຊວງປ້ອງກັນປະເທດໂປແລນ
ທີ່ນຳນຽບຫ້າແຈວ່າ “ຂ້າພະເຈົ້າ ສາມາດບອກພວກທ່ານວ່າ ພວກເຮົາມີຄວາມຫວັງໄປ
ໃນແງ່ດີໃນເວລານີ້ວ່າ ມັນມີໂອກາດ ທີ່ພວກເຮົາບໍ່ເຄີຍມີມາກ່ອນ ນັບແຕ່ປີ 1950 ເປັນ
ຕົ້ນມາ.”