ຜູ້ທີ່ ທ່ານທຣໍາ ສະເໜີເປັນ ລມຕ ປ້ອງກັນ ປະເທດ ແລະຫົວໜ້າຊີໄອເອ ຮຽກຮ້ອງໃຫ້ ເອົາທ່າທີແຂງຂຶ້ນ ຕໍ່ຣັດເຊຍ

ນາຍພົນທະຫານມາຣິນເບ້ຍບຳນານ ທ່ານ James Mattis ໄປປາກົດໂຕ ຕໍ່ໜ້າຄະນະກຳມະການກອງທັບ ສະພາສູງສະຫະລັດ.

ຜູ້​ທີ່ປະທານາທິບໍດີ​ທີ່​ຖືກ​ເລືອກໃໝ່ ທ່າ​ນ Donald Trump ​ເລືອກ​ເອົາ​ເປັນຜູ້ນຳພາກະ​ຊວງປ້ອງ​ກັນ​ປະ​ເທດແລະ​ອົງກາງ​ສື​ບລັບ CIA ​ໄດ້​ວາງ​ໂຕ​ອອກຫ່າງ​ ຈາກປະທານາທິບໍ ດີ ​ທີ່​ຈະ​ເຂົ້າ​ຮັ​ບຕຳ​ແໜ່​ງ ​ໂດຍແນະນຳ​ໃຫ້​ດຳ​ເນີນ​ນະ​ໂຍບາຍ ​ທີ່​ເຂັ້ມ​ແຂງ​ກວ່າ​ເກົ່າ ​ຕໍ່ຣັດ​ເຊຍ ​ໃນ​ວັນ​ພະຫັດ​ວານ​ນີ້ ລະຫວ່າງ​ການ​ຮັບ​ຟັງຄຳ​ໃຫ້ການ​ຢູ່​ທີ່ສະພາ.

ສະມາຊິກ​ສະພາ​ຕໍ່າ​ພັກຣີພັບ​ບລິ​ກັນ ທ່ານ Mike Pompeo ຜູ້ທີ່​ທ່ານ Trump ​ໄດ້​ສະ​ເໜີແຕ່ງຕັ້ງໃຫ້​ເປັນ​ຫົວໜ້າອົງການ CIA ກ່າວ​ວ່າ ການແຊກ​ແຊງຂອງ ຣັດ​ເຊຍ ເຂົ້າ​ໃນ​ການ​ເລືອກ​ຕັ້ງ ປະທານາທິບໍດີ​ສະຫະລັດ ໃນປີ 2016 “ແມ່ນ​ເປັນ​ການ​ກະທຳ​ແບບ​ຮຸກ​ຮານ ໂດຍ​ຜູ້ນຳ​ຂັ້ນ​ສູງ​ຢູ່​ໃນຣັ​ດ​ເຊຍ” ​ແລະ​ທ່ານ​ໄດ້​ຮຽກ ຮ້ອງ​ໃຫ້ “ສະຫະລັດທຳການ​ຕອບ​ໂຕ້​ຢ່າງ​ແຮງ​.”

ການ​ໃຫ້​ຄວາມ​ເຫັນຂອງ​ທ່ານ Pompeo ​ຕໍ່ໜ້າຄະນະ​ກຳມະການ​ສືບ​ລັບຂອງສະພາ​ສູງ
ມີ​ຂຶ້ນ​ທ່າມກາງ​ການ​ປະ​ເຊີນ​ໜ້າ​ດ້ວຍຄວາ​ມ​ເຄັ່ງ​ຕຶງລະຫວ່າງ ທ່ານ Trump ​ແລະ​ປະ​ຊາ ຄົມ​ສືບ​ລັບ ກ່ຽວ​ກັບ​ການ​ໂຈມ​ຕີ​ເຈາະ​ຂໍ້​ມູນຄອມ​ພິວ​ເຕີຂອງ ຣັດ​ເຊຍທີ່​ໄດ້​ມີ​ຂຶ້ນ​ໃນລະ
ຫວ່າງ​ການ​ເລືອກ​ຕັ້ງ.

ທ່ານ Trump ​ໄດ້​ຕິ​ຕຽນ​ປະຊາ​ຄົມ​ສືບ​ລັບ​ສະຫະລັດ​ຢູ່​ເລື້​ອຍໆ ​ແລະໄດ້ກ່າວ​ຫາ ບັນດາ​ອົງການ​ສືບ​ລັບ​ວ່າ ເປັນ​ຜູ້​ຮັບຜິດຊອບ​ຕໍ່​ການ​ຮົ່ວ​ໄຫຼກ່ຽວ​ກັບ​ການກ່າວ​ຫາ ​ບໍ່ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຢືນຢັນ ​ໃນ​ຄວາມ​ສຳພັນຂອງ​ທ່ານ​ກັບຣັ​ດ​ເຊຍ. ​ແຕ່ທ່ານ Pompeo ​ໄດ້​ກ່າວ​ຕໍ່​ບັນດາ​ສະມາຊິກ​ສະພາ​ວ່າ ທ່ານ​ເຫັນ​ວ່າ “ບໍ່​ມີ​ຫຍັງ​ເປັນ​ທີ່​ສົງ​ໄສ” ​ໃນ​ການ​ລົງ​ຄວາມ​ເຫັນ​ຂອງປະຊາ​ຄົມ​ສືບ​ລັບ​ວ່າ ຣັ​ດ​ເຊຍເປັນ​ຜູ້​ຮັບຜິດ ຊອບ​ຕໍ່​ການ​ໂຈມ​ຕີ​ທາງ​ອິນ​ເຕີ​ແນັດ.

ສ່ວນຜູ້​ທີ່​ທ່ານ Trump ສະ​ເໜີ​ໃຫ້​ເປັນ​ນຳພາ​ກະຊວງ​ປ້ອງກັນ​ປະ​ເທດ ນາຍ​ພົນ​ເບ້​ຍບຳ
ນານທະຫານມາຣິນ ທ່ານ James Mattis ​ໄດ້​ໃຫ້ການ​ຕໍ່​ຄະນະ​ກຳມະການກອງທັບ​ຂອງ​ສະພາ​ສູງ​ວ່າ ຄວາມ​ກໍ້າ​ເກິ່ງ​ທາງອຳນາດ​ຂອງ​ໂລກທີ່​ໄດ້​ມີ​ການ​ສ້າງຕັ້ງຂຶ້ນ​ຫລັງສົງຄາມ
ໂລກ​ຄັ້ງທີສອງ ກຳລັງ​ຖືກ​ຂົ່ມຂູ່​ຫລາຍ​ຂຶ້ນແບບ​ບໍ່​ເຄີຍ​ມີ​ມາກ່ອນ ​ສ່ວນນຶ່ງ ​ແມ່ນ​ໂດຍຣັດ​ເຊຍ.

ນາຍ​ພົນ Mattis ກ່າວ​ວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ​ມັນ​ຢູ່​ພາຍ​ໃຕ້​ການ​ໂຈມ​ຕີທີ່​ໃຫຍ່ ສຸດ​ນັບ​ແຕ່​ສົງຄາມ​ໂລກ​ຄັ້ງ​ທີ່ສອງ​ເປັນຕົ້ນມາ ແລະ​ນັ້ນ​ ແມ່ນ​ມາ​ຈາກຣັດ​ເຊ​ຍ ຈາກ​ພວກກຸ່ມ​ກໍ່​ການ​ຮ້າຍ ​ແລະຈາກ​ອັນ​ທີ່​ຈີນ ​ກຳລັງ​ເຮັດ​ຢູ່ ​ໃນ​ທະ​ເລຈີນ​ໃຕ້” ນາຍ​ພົນ Mattis ​ໄດ້ກ່າວ​ຕໍ່​ໄປ​ອີກ​ວ່າ “ການ​ສະກັດ​ກັ້ນ​ແມ່ນ​ເປັນ​ສິ່ງ​ສຳຄັນ​ສຸດ​ໃນ​ປັດ​ຈຸ​ບັນ” ​ແຕ່​ກໍໄດ້​ກ່າວເພີ້ມວ່າ ກຳລັງ​ທະຫານ​ສະຫະລັດ​ປັດ​ຈຸ​ບັນ​ນີ້​ບໍ່​ເຂັ້ມ​ແຂງ​ພໍ​ທີ່​ຈະ​ຮັບ​ມື​ກັບ​ບັນຫາ​ທ້າ​ທາຍ​ເຫລົ່ານີ້​.​

Your browser doesn’t support HTML5

Trump Nominees Mattis, Pompeo Tough on Russia

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ