ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງປະທານາທິບໍດີ ສະຫະລັດ ທ່ານດໍໂນລ
ທຣຳ ກ່າວວ່າ ຄວາມຮຸນແຮງທີ່ເຮັດໃຫ້ມີການສູນເສຍຊີວິດ ທີ່ໄດ້ເກີດຂຶ້ນ ຢູ່ບ່ອນ
ໂຮມຊຸມນຸມຂອງ ກຸ່ມຄົນຜິວຂາວທີ່ຖືວ່າຕົນເປັນຍອດມະນຸດ ຫຼື WHITE
SUPREMACISTS ໃນເມືອງ Charlottesville ຂອງລັດ ເວີຈີເນຍ “ມີຄວາມໝາຍ
ເໝາະສົມກັບຄຳວ່າ ການກໍ່ການຮ້າຍ.”
ທ້າວ James Alex Fields Jr. ຢູ່ໃນພາບຖ່າຍ ຂອງຄົນຮ້າຍ ທີ່ໄດ້ຖືກເປີດເຜີຍ ໂດຍກົມ ຕຳຫຼວດ ເມືອງ Charlottesville ລັດ Virginia.
ທ່ານ H.R. McMaster ໃນ
ການ ໃຫ້ ສຳພາດ ກັບລາຍການ
ໂທລະພາບ ABC News ໄດ້
ອະທິບາຍ ເຖິງລົດທີ່ແລ່ນຕຳ
ພວກຝຸງຄົນ ປະທ້ວງຕອບໂຕ້ກຸ່ມ
ດັ່ງກ່າວ ໃນວັນເສົາຜ່ານມານີ້
ແລະ ໄດ້ສັງຫານ ນາງ Heather
Heyer ອາຍຸ 32 ປີ ນັ້ນ ວ່າ ເປັນ
“ການກະທຳທາງອາຍາກໍາ
ທີ່ອາດມາຈາກແຮງຈູງໃຈ
ໂດຍຄວາມກຽດຊັງ ແລະ
ຄວາມເຊື່ອໃນແນວຄິດຜິດໆ.”
ລົດທີ່ເຫັນຢູ່ນີ້ ໄດ້ຫັນທິດທາງ ຫຼັງຈາກ ທີ່ໄດ້ແລ່ນຕຳ ພວກຝຸງຄົນ ທີ່ເຕົ້າໂຮມກັນ ຢູ່ຖະໜົນສາຍນຶ່ງ ໃນເມືອງ Charlottesville ລັດ Virginia, ຫຼັງຈາກທີ່ເຈົ້າໜ້າທີ່ຕຳຫຼວດ ໄດ້ກະຈາຍການປະທະກັນ ລະຫວ່າງ ພວກຊາດນິຍົມຜິວຂາວ ແລະ ພວກປະທ້ວງຕອບໂຕ້, ວັນທີ 12 ສິງຫາ 2017.
ອີກ 19 ຄົນ ກໍໄດ້ຮັບບາດເຈັບ ແລະ ເຈົ້າໜ້າທີ່ຕຳຫຼວດຂອງລັດເວີຈີເນຍ 2 ຄົນ
ຜູ້ທີ່ໄດ້ສັງເກດການ ຄວາມບໍ່ສະຫງົບ ຈາກເບື້ອງເທິງອາກາດ ຢູ່ນັ້ນ ກໍໄດ້ເສຍຊີວິດ
ໃນເຮລິຄອບເຕີ້ ທີ່ເກີດອຸບັດຕິເຫດຕົກ.
ພາບສະໄລດ໌: ຜົນສະທ້ອນ ຈາກຄວາມຮຸນແຮງທີ່ເຮັດໃຫ້ມີການເສຍຊີວິດ ໃນເມືອງ
Charlottesville
Rallies in Aftermath of Charlottesville Deadly Violence
ພວກຜູ້ເຄາະຮ້າຍ ໄດ້ຖືກລະນຶກເຖິງ ຢູ່ທີ່ ພິທີໄວ້ອາໄລ ໃນວັນອາທິດວານນີ້ ໃນເມືອງ
Charlottesville ໃນຂະນະທີ່ ປະຊາຊົນ ຈາກທົ່ວເມືອງຕ່າງໆ ຂອງສະຫະລັດ ໄດ້ມາ
ເຕົ້າໂຮມກັນ ເພື່ອປະທ້ວງຕໍ່ຄວາມຮຸນແລງດັ່ງກ່າວ ແລະ ຕຳນິການໃຫ້ຄຳຕອບຂອງ
ທ່ານດໍໂນລ ທຣຳ ທີ່ບໍ່ໄດ້ປະນາມ ບັນດາກຸ່ມຂວາຈັດ ຢ່າງຊັດເຈນ.
Your browser doesn’t support HTML5
Virginia Governor Tells White Supremacists to 'Go Home'
ຢູ່ທີ່ນະຄອນນິວຢອກ ພວກເດີນຂະບວນ ໄດ້ໄປເຕົ້າໂຮມກັນຢູ່ທີ່ ຕຶກສູງ Trump
Tower ເພື່ອສົ່ງສຽງຄວາມບໍ່ພໍອົກພໍໃຈ ຂອງພວກເຂົາເຈົ້າ ໃນຂະນະດຽວກັນ ຫຼາຍ
ຮ້ອຍຄົນ ກໍໄດ້ໂຮມຊຸມນຸມຕໍ່ຕ້ານ ພວກກຸ່ມຜິວຂາວຊາດນິຍົມ ຢູ່ໃນນະຄອນ Los
Angeles. ປະມານ 1,000 ຄົນ ໄດ້ເຕົ້າໂຮມກັນ ຢູ່ທີ່ການຊຸມນຸມຕໍ່ຕ້ານ ຄວາມ
ກຽດຊັງ ອີກແຫ່ງນຶ່ງ ໃນນະຄອນ Denver.
ພາບສະໄລດ໌: ເມືອງ Charlottesville ຖືກບຸກລຸກ ໂດຍພວກປະທ້ວງ ຜິວຂາວ ຊາດນິຍົມ
Virginia City Rocked by White Nationalist Protests
ການຊຸມນຸມ ຢູ່ນະຄອນ Seattle ໂດຍກຸ່ມຫົວອະນຸລັກ ສະໜັບສະໜູນ ທ່ານທຣຳ
ກ່ອນໜ້າເຫດການໃນເມືອງ Charlottesville ນັ້ນ ໄດ້ປະເຊີນກັບພວກປະທ້ວງ
ຕອບໂຕ້ ແລະ ເຈົ້າໜ້າທີ່ຕຳຫຼວດ ກໍໄດ້ໃຊ້ບັ້ງສີດພິດໝາກເພັດ ເພື່ອກະຈາຍຝຸງຄົນ
ຫຼັງຈາກລູກໄຟດອກໄດ້ຖືກໂຍນໃສ່ພວກເຈົ້າໜ້າທີ່ຕຳຫຼວດ.
Your browser doesn’t support HTML5
Trump's Remarks on Violence in at White Supremacist Rally in Virginia