ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ທຳນາຍວ່າເກົາຫຼີເໜືອ “ຈະອຸດົມຮັ່ງມີ”
ແລະ ທ່ານໃຫ້ຄຳໝັ້ນສັນຍາ ຕໍ່ຄອບຄົວ ຂອງທ່ານກິມວ່າ “ຈະໄດ້ຮັບການປົກປ້ອງ
ຢ່າງພຽງພໍ” ເພື່ອໃຫ້ກຳອຳນາດຕໍ່ໄປຖ້າຫາກເຫັນພ້ອມກັບການປົດອາວຸດນິວເຄຼຍ.
ຖ້າຫາກຜູ້ນຳ ກິມ ຈົງ ອຶນ ບໍ່ເຫັນພ້ອມ ກັບເລື້ອງນີ້ ເຖິງຢ່າງໃດກໍດີ ທ່ານທຣໍາ ໄດ້
ເຕືອນວ່າ ປະເທດທີ່ທຸກຈົນດັ່ງກ່າວ ກຳລັງປະເຊີນໜ້າ ກັບການຖືກທຳລາຍ.
ປະທານາທິບໍດີທຣຳ ໃນການໃຫ້ຄວາມເຫັນໃນວັນພະຫັດວານນີ້ ໂດຍຄາດໄວ້ວ່າ
ການປ່ຽນນໍ້າໃນສຽງອາທິດນີ້ ໂດຍເກົາຫຼີເໜືອ ກ່ຽວກັບແຜນພົບປະລະຫວ່າງທ່ານ
ທຣໍາແລະທ່ານກິມ ໃນວັນທີ 12 ມິຖຸນາທີ່ສິງກະໂປນັ້ນ ອາດເປັນຜົນຂອງການປະ
ຊຸມເທື່ອທີສອງ ລະຫວ່າງທ່ານກິມ ແລະປະທານປະເທດຈີນ ທ່ານສີ ຈິ້ນຜິງ.
ປະທານາທິບໍດີທຣໍາ ທີ່ນັ່ງຢູ່ຄຽງຂ້າງ ກັບທ່ານເຈັນສ໌ ສະໂຕເຕັນເບິກ ເລຂາທິການ
ໃຫຍ່ຂອງອົງການເນໂຕ໊ ຢູ່ທີ່ທຳນຽບຂາວ ກ່າວຕໍ່ບັນດານັກຂ່າວວ່າ. ຖ້າຫາກການ
ພົບປະຖືກລົບລ້າງ ປະທານາທິບໍດີທຣໍາກ່າວວ່າ “ພວກເຮົາຈະກ້າວໄປສູ່ລະດັບຕໍ່ໄປ.”
Your browser doesn’t support HTML5
Trump: Libya Is Not US Model for North Korea
ປະທານາທິບໍດີທຣໍາ ກ່າວວ່າແຜນການພົບປະຫາລື ລະຫວ່າງສະຫະລັດແລະບັນດາ
ເຈົ້າໜ້າທີ່ເກົາຫຼີເໜືອ ທີ່ປະພຶດ “ຄືກັບບໍ່ມີຫຍັງເກີດຂຶ້ນນັ້ນ” ເຖິງແມ່ນໄດ້ມີຖະແຫຼງ
ການຈາກພຽງຢາງ ກ່າວເຖິງຄວາມສົງໄສ ຂອງການພົບປະນີ້.
ທະຫານມາຣິນເກົາຫຼີໃຕ້ຄົນນຶ່ງ ກຳລັງສ່ອງກ້ອງໄປເບິ່ງຊາຍແດນເກົາຫຼີເໜືອ ທີ່ບໍ່ຫ່າງໄກຈາກ ໝູ່ບ້ານພັນມຸນຈອມ ເກົາຫຼີໃຕ້ ທີ 16 ພຶດສະພາ.
“ເຂົາເຈົ້າພົວພັນກັບພວກເຮົາ. ພວກເຮົາເຮັດວຽກກັບເຂົາເຈົ້າ” ທ່ານທຣໍາຕໍ່ມາໄດ້
ກ່າວຢໍ້າ ຢູ່ຫ້ອປະຊຸມຄະນະບໍລິຫານກັບທ່ານສະໂຕເຕັນເບີກ ແລະບັນດາເຈົ້າໜ້າ
ທີ່ຂອງອົງການ NATO..
ພວກປະທ້ວງເກົາຫຼີໃຕ້ ພາກັນປະທ້ວງແມັກ ເທີນເດີ ການຮ່ວມຊ້ອມລົບທາງທະຫານ ລະຫວ່າງສະຫະລັດ ແລະເກົາຫຼີໃຕ້ ທີ 16 ພຶດສະພາ 2018.
ຜູ້ເຈລະຈາສູງສຸດເກົາຫຼີເໜືອ ທ່ານຣີ ຊອນ ກວນ ໃນຕອນເຊົ້າວັນພະຫັດໄດ້ປະ
ນາມລັດຖະບານເກົາຫຼີໃຕ້ວ່າ “ບໍ່ຫົວຊາ ແລະບໍ່ມີປັນຍາ” ຊຶ່ງເປັນການກ່າວ
ຫາທີ່ໃສ່ຮ້າຍປ້າຍສີເທື່ອຫຼ້າສຸດຂອງພຽງຢາງ ຫລັງຈາກໄດ້ຍົກເລີກການເຈລະ
ຈາກັບເກົາຫຼີໃຕ້ ທ່າມກາງທີ່ມີການຊ້ອມລົບຮ່ວມ ລະຫວ່າງສະຫະລັດ ກັບເກົາ
ຫລີໃຕ້.
ລົດທະຫານຄັນນຶ່ງກຳລັງຂ້າມຂົວທ້ອນໂຮມ ທີ່ນຳໄປສູ່ ເຂດປອດທະຫານ ໃກ້ໝູ່ບ້ານພັນມຸນຈອມ ເກົາຫຼີໃຕ້ ທີ 16 ພຶດສະພາ 2018.
ຕໍ່ຄຳຖາມຂອງວີໂອເອກ່ຽວກັບວ່າ ການພົບປະສຸດຍອດ ລະຫວ່າງທ່ານທຣຳ
ແລະທ່ານກິມ ຈະດຳເນີນຕໍ່ໄປຫຼືບໍ່ ຖ້າການເຈລະຈາລະຫວ່າງພຽງຢາງແລະ
ໂຊລ ຍັງບໍ່ມີການເລີ້ມຄືນນັ້ນ ໂຄສົກຂອງທຳນຽບຂາວ ທ່ານນາງຊາຣາ ຮັກ
ກາບີ ແຊນເດີ ກ່າວຢ້ຳວ່າ ການພົບປະເຈລະຈາສຸດຍອດທີ່ສິງກະໂປ ແມ່ນ
ແນໃສ່ສະຫະລັດ ແລະເກົາຫຼີເໜືອເທົ່ານັ້ນ ແຕ່ສະຖານະການດັ່ງກ່າວອາດຈະ
ມີການຫາລື ກັບປະທານາທິບໍດີມູນ ແຈ ອິນ ແຫ່ງເກົາຫຼີໃຕ້ ເວລາທ່ານເດີນ
ທາງມາຢ້ຽມຢາມທຳນຽບຂາວໃນອາທິດໜ້າ.
ທ່ານນາງແຊນເດີ ກ່າວໃນເວລາຕໍ່ມາວ່າ “ບໍ່ມີຫຍັງປ່ຽນແປງ.”