ຄວາມພະຍາຍາມຂອງອັງກິດ ທີ່ຈະຖອນໂຕອອກຈາກສະຫະພາບຢູໂຣບຍັງເປັນບັນຫາທີ່ຝົດເດືອດ ໃນຂະນະທີ່ ລັດຖະບານ ຂອງທ່ານນາງ Theresa May ໄດ້ສະເໜີຮ່າງກົດ ໝາຍຊຶ່ງໃນທີ່ສຸດກໍຈະອະນຸຍາດໃຫ້ປະເທດດັ່ງກ່າວເລີ້ມຂັ້ນຕອນໃນການຖອນໂຕອອກ ໄດ້.
ບັນດາສະມາຊິກສະພາ ຈະມີເວລາບໍ່ຮອດສອງອາທິດເພື່ອທົບທວນກົດໝາຍທີ່ເຮັດໃຫ້ ພັກແຮງງານ ຊຶ່ງເປັນພັກຝ່າຍຄ້ານມີຄວາມໂກດແຄ້ນໂດຍໄດ້ກ່າວຫາລັດຖະບານທ່ານນາງ May ວ່າ ມີຄວາມຕັ້ງໃຈ ທີ່ຈະເຮັດໃຫ້ພວກທີ່ຄັດຄ້ານ ຕໍ່ການຖອນໂຕ ອອກຈາກ ສະຫະພາບຢູໂຣບ ມີເວລາບໍ່ພຽງພໍ ເພື່ອຈະທັບມ້າງຮ່າງກົດໝາຍນີ້.
ຮ່າງກົດໝາຍດັ່ງກ່າວ ມີການນຳສະເໜີ ພຽງແຕ່ສອງມື້ ຫລັງຈາກສານສູງສຸດອັງກິດ ໄດ້ຕັດສິນວ່າ ລັດຖະບານຕ້ອງໄດ້ຮັບການອະນຸມັດຈາກສະພາ ກ່ອນຈະນຳໃຊ້ມາດຕາ 50 ຂອງສົນທິສັນຍາສະຫະພາບຢູໂຣບ ແລະດັ່ງນັ້ນຈຶ່ງສາ ມາດກະຕຸ້ນ ໃຫ້ເລີ້ມຂັ້ນຕອນໃນການຖອນໂຕອອກຈາກກຸ່ມຂອງ 28 ປະເທດ.
ໂດຍການອອກໄປປ່ອນບັດລົງຄະແນນສຽງ 72 ເປີເຊັນ ຊາວອັງກິດ ໃນເດືອນມິຖຸນາປີກາຍນີ້ ໄດ້ລົງປະຊາມະຕິໂດຍມີຄະແນນລື່ນ 4 ເປີເຊັນເຫັນດີໃຫ້ຖອນ ໂຕອອກຈາກສະຫະພາບຢູໂຣບ. ການລົງປະຊາມະຕິເປັນພຽງການໃຫ້ຄຳແນະນຳແລະບໍ່ມີຂໍ້ຜູກມັດ
ຈຶ່ງເຮັດໃຫ້ພວກຝ່າຍຄ້ານທ້າທາຍຕໍ່ການບັງຄັບຢູ່ໃນສານ.
Your browser doesn’t support HTML5
Britain's May Discusses US, UK 'Special Relationship'
ລັດຖະມົນຕີຮັບຜິດຊອບໃນການຖອນໂຕ ທ່ານ David Davis ກ່າວວ່າ “ປະ ຊາຊົນອັງ ກິດໄດ້ຕັດສິນໃຈຖອນໂຕ້ອອກຈາກສະຫະພາບຢູໂຣບ. ມື້ນີ້ພວກເຮົາໄດ້ສະເໜີຮ່າງກົດ ໝາຍຢູ່ໃນສະພາທີ່ຈະອະນຸຍາດໃຫ້ພວກເຮົານຳໃຊ້ຢ່າງເປັນທາງການມາດຕາ 50 ພາຍ ໃນທ້າຍເດືອນມີນາຈະມາເຖິງນີ້.
ຮ່າງກົດໝາຍນີ້ ທີ່ໄດ້ຖືກນຳສະເໜີໃນວັນພະຫັດວານນີ້ມີພຽງແຕ່ສອງປະໂຫຍກຍາວ ແລະກ່າວວ່າ ນາຍົກລັດຖະມົນຕີ “ອາດຈະເຕືອນ ພາຍໃຕ້ມາດຕາ 50 ກ່ຽວກັບ ສົນທິ
ສັນຍາສະຫະພາບຢູໂຣບ ຄວາມຕັ້ງໃຈຂອງອັງກິດທີ່ຈະຖອນໂຕອອກຈາກສະຫະພາບ
ຢູໂຣບ.”
ຫລາຍພັນຄົນພາກັນເດີນປະທ້ວງ ປະທານາທິບດີ ທ່ານ Donald Trump ເວລາຢ້ຽມຢ່າມນະຄອນ Philadelphia.
ການອະພິປາຍກັນຈະເລີ້ມໃນວັນທີ 31 ເດືອນມັງກອນນິ້ ໃນຂະນະທີ່ທ່ານນາງ May ພະຍາຍາມທີ່ຈະປະຕິບັດໃຫ້ທັນກັບເສັ້ນຕາຍ ໃນທີ 31 ເດືອນມີນາ ທີ່ທ່ານນາງໄດ້ຕັ້ງເອົາໄວ້ ທີ່ຈະເລີ້ມຂັ້ນຕອນ ຊຶ່ງຄາດວ່າຈະໃຊ້ເວລາຢູ່ສອງປີ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Trump May