ຜູ້ລົງແຂ່ງຂັນແຖວໜ້າ ເພື່ອໃຫ້ໄດ້ຮັບການແຕ່ງຕັ້ງເປັນຕົວແທນ
ຂອງພັກ Republican ໃນການແຂ່ງຂັນເປັນປະທານາທິບໍດີ
ທ່ານ Donald Trump ໄດ້ກ່າວຍ້ອງຍໍ Israel ວ່າ “ເປັນປະເທດ
ດຽວເທົ່ານັ້ນໃນຕາເວັນອອກກາງທີ່ເປັນປະເທດປະຊາທິປະ
ໄຕ” ແລະປະນາມຂໍ້ຕົກລົງນິວເຄລຍກັບອິຣ່ານນັ້ນວ່າ ເປັນ
“ຄວາມຫາຍະນະ” ໃນຂະນະທີ່ທ່ານໄດ້ກ່າວຄຳປາໄສຕໍ່ກຸ່ມຊາວ
ອາເມຣິກັນສະໜັບສະໜຸນ Israel ທີ່ໃຫຍ່ທີ່ສຸດ.
“ຂ້າພະເຈົ້າເປັນຜູ້ທີ່ເຂົ້າມາໃໝ່ໃນວົງການການເມືອງ ແຕ່ວ່າ
ບໍ່ໄດ້ນ້ອຍໜ້າໃນການສະໜັບສະໜຸນປະເທດຂອງຊາວຢິວ”
ມະຫາເສດຖີພັນລ້ານທ່ານ Trump ໄດ້ກ່າວໃນກອງປະຊຸມປະຈຳ
ປີ ຂອງຄະນະກຳມະການປະຊາສຳພັນ ອາເມຣິກັນ - Israel ຫລື AIPAC ແຕ່ມີພຽງນຶ່ງໃນບັນດາຜູ້ລົງແຂ່ງຂັນເປັນປະທານາທິບໍດີທັງໝົດ ໄດ້ນຳຂຶ້ນມາກ່າວໃນສັບປະດາ ນີ້.
ເຊີນຊົມ: ພວກປະທ້ວງ ທ່ານTrump ຂ້າງນອກກອງປະຊຸມ AIPAC
Your browser doesn’t support HTML5
Code Pink Protests Trump at AIPAC
ຄຳຖະແຫຼງການຂອງທ່ານ Trump ແມ່ນໄດ້ຖືກຈັບຕາມອງເປັນພິເສດ ນັບຕັ້ງແຕ່ ທ່ານໄດ້ສະແດງຄວາມເຫັນຫຼາຍໆຄັ້ງ ທີ່ພວກສະໜັບສະໜຸນ Israel ພົບວ່າມີຄວາມເປັນຫວ່ງເປັນໃຍນັ້ນ. ແຕ່ວ່າມະຫາເສດຖີອະສັງຫາລິມມະຊັບຜູ້ກ້າປາກກ້າເວົ້າແລະສະແດງອອກ ພະຍາ
ຍາມຈະຫຼີກເວັ້ນບັນຫາໂຕ້ແຍ້ງ ແທນທີ່ຈະຢູ່ກັບຄຳປາໄສໃນຄຳເວົ້າແບບເດີມໆນັ້ນ.
ທ່ານ Trump ໄດ້ກ່າວວ່າ “ສິ່ງທີ່ເປັນບູລິມະສິດທີນຶ່ງຂອງຂ້າພະເຈົ້າແມ່ນການທັບມ້າງ
ຂໍ້ຕົກລົງກັບອິຣ່ານ. ຂ້າພະເຈົ້າຢູ່ກັບວົງການທຸລະກິດມາເປັນເວລາດົນນານແລ້ວ. ຂ້າພະເຈົ້າຮູ້ແຈ້ງເຫັນຈິງກ່ຽວກັນການເຈລະຈາ ຕໍ່ຮອງຂອງຂໍ້ຕົກລົງ ແລະຂ້າພະເຈົ້າຈະບອກທ່ານວ່າຂໍ້ຕົກລົງນິວເຄລຍຂອງອິຣ່ານນີ້ ແມ່ນຄວາມຫາຍະນະສຳຫຼັບອາເມຣິກາ ສຳຫຼັບ Israel ແລະສຳຫຼັບພາກຕາເວັນອອກກາງທັງໝົດ.”
ທ່ານນາງ Hillary Clinton ສັງກັດພັກ Democratic ກ່າວໃນກອງປະຊຸມ AIPAC ກ່າວວ່າ ສະຫະລັດ ບໍ່ສາມາດເປັນກາງໄດ້ ຖ້າເວົ້າເຖິງເລື້ອງຄວາມປອດໄພ.
ທ່ານ Trump ຍັງໄດ້ປະຕິຍານຕື່ມວ່າ ທ່ານຈະໃຊ້ສິດຢັບຢັ້ງ
ຕໍ່ມາດຕະການໃດໆກໍຕາມຂອງອົງການສະຫະປະຊາຊາດ
ທີ່ຈະ “ບັງຄັບ” ໃຫ້ Israel ແລະທ່ານຍັງໄດ້ກ່າວວ່າ ທ່ານຈະ
ຍ້າຍສະຖານເອກອັກລັດຖະທູດອາເມຣິກັນ ຈາກ ນະຄອນ
Tel Aviv ໄປຍັງ “ເມືອງຫຼວງຕະຫລອດການຂອງປະຊາຊົນ
ຢິວ ກໍຄື ນະຄອນ Jerusalem.”
ພວກທີ່ເຂົ້າຮ່ວມກອງປະຊຸມຂອງ AIPAC ຫຼາຍທ່ານ ໄດ້ຂົ່ມ
ຂູ່ວ່າ ຈະຍ່າງອອກປະທ້ວງ ໃນການຂຶ້ນກ່າວຄຳປາໄສຂອງ
ທ່ານ Trump ແຕ່ແທນທີ່ຈະເປັນເຊັ່ນນັ້ນ ພວກເຂົາເຈົ້າກັບ
ຕົບມືເຫັນດີ ໃນຂະນະທີ່ີທ່ານ Trump ອ່ານຂໍ້ຄວາມແຕ່ລະແຖວ ຈາກ teleprompter ຊຶ່ງເປັນການທີ່ຈະບໍ່ຄ່ອຍຈະເຫັນໜັກສຳຫຼັບທ່ານ Trump ຜູ້ຊຶ່ງມັກຈະເວົ້າຫຍັງອອກມາແບບປະຈຸບັນທັນດ່ວນ ທັນທີທັນໄດນັ້ນ.