ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ໃນວັນສຸກວານນີ້ ໄດ້ກ່າວໂຈມຕີ ການສືບ
ສວນກ່ຽວກັບການແຊກແຊງຂອງຣັດເຊຍ ໂດຍອົງການສັນຕິບານກາງ ຫລື FBI ຂອງ
ສະຫະລັດ ແລະໄດ້ເປີດກວ້າງໃນຄວາມເປັນໄປໄດ້ທີ່ ປະທານາທິບໍດີ ໃຫ້ອະໄພໂທດ ແກ່ອະດີດທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານໄມເກີລ ຟລິນ ຜູ້ທີ່ສາລະພາບຜິດ
ວ່າ ໄດ້ຕົວະບັນດາເຈົ້າໜ້າທີ່ອົງການ FBI ນັ້ນ.
ປະທານາທິບໍດີທຣໍາກ່າວຕໍ່ບັນດານັກຂ່າວ ຢູ່ນອກທຳນຽບຂາວກ່ອນເດີນທາງໄປສະ
ຖາບັນແຫ່ງຊາດຂອງອົງການສັນຕິບານກາງ ຢູ່ທີ່ກວນຕິໂກໃນລັດເວີຈີເນຍ ທີ່ຕັ້ງຢູ່ໃກ້
ຄຽງນັ້ນວ່າ “ຂ້າພະເຈົ້າບໍ່ຢາກເວົ້າກ່ຽວກັບການໃຫ້ອະໄພໂທດໃຫ້ແກ່ທ່ານໄມເກີລ ຟລິນ
ເທື່ອ” ທ່ານກ່າວເພີ້ມອີກວ່າ “ພວກເຮົາຈະຖ້າເບິ່ງວ່າ ມີຫຍັງເກີດຂຶ້ນ. ຂ້າພະເຈົ້າສາ
ມາດເວົ້າໄດ້ວ່າ ເວລາທ່ານເບິ່ງວ່າ ມີຫຍັງເກີດຂຶ້ນ ກັບອົງການສັນຕິບານກາງແລະກັບ
ກະຊວງຍຸຕິທໍາ ຜູ້ຄົນພາກັນໂກດແຄ້ນເປັນທີ່ສຸດ.”
ທ່ານໄມເກີລ ຟລິນ ອະດີດທີປຶກສາ ດ້ານຄວາໝັ້ນຄົງແຫ່ງຊາດ ກຳລັງອອກຈາກສານ.
ຕໍ່ມາໃນວັນສຸກ ເຖິງຢ່າງໃດກໍດີ ທະນາຍຄວາມຂອງທຳນຽບຂາວ ທ່ານທາຍ ຄອບບ
ກ່າວວ່າ “ບໍ່ ບໍ່ມີການພິຈາລະນາຢູ່ທີ່ທຳນຽບຂາວ ຕໍ່ການທີ່ຈະໃຫ້ອະໄພໂທດແກ່
ທ່ານໄມເກີລ ຟລິນ.”
ທ່ານໂຣເບີດ ມັນເລີ ໄອຍະການພິເສດ ກຳລັງອອກຈາກຫ້ອງປະຊຸມປິດລັບ ກັບຄະນະກຳມະການ ຍຸຕິທຳ ກ່ຽວກັບ ການແຊກແຊງຣັດເຊຍ ໃນການເລືອກຕັ້ງ ປີ 2016.
ໃນຕົ້ນເດືອນນີ້ ທ່ານຟລິນໄດ້ສາລະພາບຜິດວ່າ ຕົວະບັນດາເຈົ້າໜ້າທີ່ອົງການສັນຕິ
ບານກາງ ແລະໄດ້ຕົກລົງ ທີ່ຈະໃຫ້ການຮ່ວມມືແກ່ການສືບສວນຂອງໄອຍະການພິເສດເພື່ອກວດກາເບິ່ງການກ່າວຫາຕ່າງໆກ່ຽວກັບການແຊກແຊງຂອງ ຣັດເຊຍ ເຂົ້າໃນການ
ເລືອກຕັ້ງປີ 2016 ແລະການສົມຮູ້ຮ່ວມຄິດລະຫວ່າງມົສ ກູ ແລະການໂຄສະນາຫາສຽງ
ຂອງທ່ານທຣໍາ.
Your browser doesn’t support HTML5
Trump Reasserts No Collusion with Russia
ທ່ານຟລິນ ນາຍພົນເບ້ຍບຳນານ ອາຍຸ 59 ປີ ໄດ້ຮັບສາລະພາຍຜິດຕໍ່ນຶ່ງກະທົງໃນ
ການໃຫ້ການເທັດຕໍ່ອົງການສັນຕິບານກາງ ກ່ຽວກັບການສົນທະນາສ່ວນໂຕຂອງທ່ານ
ກັບທ່ານເຊີເກ ກິສລີຢັກ ໃນເດືອນທັນວາປີ 2016 ຊຶ່ງໃນເວລານັ້ນ ຜູ້ກ່ຽວຍັງເປັນເອກ
ອັກຄະລັດຖະທູດຣັດເຊຍປະຈຳວໍຊິງຕັນ.