ທ່ານ Trump ກ່າວເຖິງ ນະໂຍບາຍ ຂອງທ່ານ ໃນຄຳປາໄສ ຕໍ່ກອງປະຊຸມໃຫຍ່ ຂອງພັກ

ທ່ານ Donald Trump ຮັບເອົາ ການສະເໜີຊື່ແຕ່ງຕັ້ງ ໃຫ້ທ່ານເປັນຜູ້ສະໝັກ ປະທານາທິບໍດີຂອງພັກ ທີ່ກອງປະຊຸມໃຫຍ່ແຫ່ງຊາດ ພັກຣີພັບບລີກັນ ທີ່ນະຄອນ Cleveland ລັດ Ohio. (21 ກໍລະກົດ 2016)

ໃນ​ຄຳ​ປາ​ໄສ​ເທື່ອ​ທຳ​ອິດ ​ໃນ​ຄືນ​ວັນ​ພະຫັດນີ້​ ​ໃນ​ຖານະ​ຜູ້ຖືກ​ສະ​ເໜີ​ຊື່ ​ໃຫ້​ເປັນ​ຜູ້​ສະໝັກ​ປະທານາທິບໍດີ​ຂອງ​ພັກຣີພັບ​ບລີ​ກັນທ່ານ Donald Trump ​ໄດ້​ກ່າວ​ເຖິງຄວາມ​ຮີບ​ດ່ວນ​ກ່ຽວ​ເຫດ​ການຮຸນ​ແຮງ​ເມື່ອ​ໄວໆ​ມານີ້ຢູ່​ໃນ​ສະຫະລັດແລະ​ເອີ້ນທ່ານ​ວ່າ​ເປັນ​ຜູ້​ບອກ​ຄວາມ​ຈິງ​ໂດຍ​ກ່າວ​ວ່າ ພາຍ​ໃຕ້​ລັດຖະບານ​ຂອງ​ປະທານາທິບໍດີ Trump ນັ້ນສະຫະລັດ​ຈະ​ເປັນ​ປະ​ເທດ​ທີ່​ປະຕິບັດ​ຕາມ​ລະບຽບ​ກົດໝາຍ​ຢ່າງເຄັ່ງ​ຄັດ.

ຜູ້ທີ່ຖືກສະເໜີ ໃຫ້ເປັນຜູ້ສະໝັກ ປະທານາທິບໍດີ ຂອງພັກຣີພັບບລີກັນ ທ່ານ Donald Trump ກ່າວຄຳປາໄສ ຕໍ່ກອງປະຊຸມ ມື້ສຸດທ້າຍ ຂອງພັກຣີພັບບລີກັນ ທີ່ນະຄອນ Cleveland ລັດ Ohio. (21 ກໍລະກົດ 2016)

“ກອງ​ປະຊຸມ​ໃຫຍ່​ຂອງ​ພວກ​ເຮົາ​ໄດ້​ມີ​ຂຶ້ນ ​ໃນ​ເວລາ​ທີ່​ເກີດ​ວິ​ກິດ​ການ​ ຢູ່​ໃນ​ປະ​ເທດຂອງ​ພວກ​ເຮົາ. ການໂຈມ​ຕີ​ຕໍ່​ຕຳຫຼວດຂອງ​ພວກ​ເຮົາ ​ແລະ​ການ​ກໍ່​ການ​ຮ້າຍ​ຢູ່​ຕາມ​ຫົວ​ເມືອງ​ຕ່າງໆ​ຂອງ​ພວກ​ເຮົາ ການ​ຂົ່ມຂູ່ຕໍ່​ການ​ດຳລົງ​ຊີວິດ​ຂອງ​ພວກ​ເຮົາໃນແຕລະມື້. ​ແລະນັກ​ການ​ເມືອງຄົນ​ໃດ ​ທີ່ຍັງ​ບໍ່​ເຂົ້າ​ໃຈ​ກ່ຽວ​ກັບ​ໄພ​ອັນຕະລາຍ​ນີ້ ກໍ​ບໍ່​ເໝາະ​ສົມ​ທີ່​ຈະ​ເປັນ​ຜູ້ນຳ​ພາ​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ” ນັ້ນຄື​ຄຳ​ເວົ້າຂອງ​ທ່ານ Trump.

ເບິ່ງລາຍງານຂອງຜູ້ສື່ຂ່າວ Jim Malone

Your browser doesn’t support HTML5

Trump Accepts GOP Nomination, Lays Out 'Law and Order' Platform

ໃນຄຳປາ​ໄສ​ທີ່​ກ່າວ​ເຖິງ​ບັນຫາ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງນັ້ນ ທ່ານ Trump ຍັງ​ໄດ້ເວົ້າ ເຖິງ​ແຜນການ​ຂອງ​ທ່ານ​ທີ່​ຈະ​ຕໍ່ສູ້​ກັບ​ກຸ່ມ​ລັດ​ອິສລາມ ແລະ​ກຸ່ມ​ກໍ່​ການຮ້າຍ​ອື່ນໆໃນ​ຂອບ​ເຂດ​ຊາຍ​ແດນຂອງ​ສະຫະລັດ ​ແລະ​ຢູ່​ໃນ​ທົ່ວ​ໂລກ. ທ່ານ Trump ຍັງ​ໄດ້​ກ່າວ​ຄັດຄ້ານ​ຕໍ່​ແນວຄິດຂອງ​ພັກ​ຣີພັບ​ບລີ​ກັນ ​ໂດຍ​ຮຽກຮ້ອງ​ໃຫ້ຍຸຕິຂໍ້​ຕົກລົງ​ການ​ຄ້າ​ຫຼາຍຝ່າຍ ສະໜັບ ສະໜຸນ​ສິດທິ​ປະຊາ​ຄົມ ກະ​ເທີຍ ພວກ​ຮັກ​ຮ່ວມ​ເພດ ພວກ​ຮັກສອງ​ເພດ ແລະພວກ​ປ່ຽນ​ເພດທີ່​ເອີ້ນຫຍໍ້​ວ່າ LGBTແລະສະໜັບສະໜຸນ​ຕໍ່ນະ​ໂຍບາຍ​ບໍ່​ເຂົ້າ​ແຊກແຊງ​ເວລາ​ຮັບ​ມື​ກັບ​ວິ​ກິດ​ການ​ນາໆຊາດ.

​ທ່ານ Trump ກ່າວ​ວ່າ ໃນ​ຖານະ​ປະທານາທິບໍດີ​ຂອງ​ພວກ​ທ່ານ ຂ້າພະ​ເຈົ້າຈະ​ດຳ​ເນີນ​ການ​ທຸກ​ສິ່ງ​ຢ່າງ ທີ່ຢູ່​ໃນ​ອຳນາດ​ຂອງ​ຂ້າພະ​ເຈົ້າ ​ເພື່ອ​ປົກ​ປ້ອງ​ ປະຊາຊົນ LGBT ຂອງ​ພວກ​ເຮົາຈາກ​ຄວາມ​ຮຸນ​ແຮງແລະ​ການ​ກົດ​ຂີ່ໂດຍພວກມີ​ແນວ​ຄິດ​ກຽດ​ຊັງ​ຕ່າງປະ​ເທດ​ເພື່ອປົກ​ປ້ອງ​ພວກ​ເຮົາ​ຈາກ​ພວກ​ກໍ່​ການ​ຮ້າຍ ພວກ​ເຮົາ​ຕ້ອງ​ໄດ້​ເພັ່ງ​ເລັງ​ໃສ່ 3 ຢ່າງ​ດ້ວຍ​ກັນ.

Your browser doesn’t support HTML5

Republican Convention Wraps Up

3 ຢ່າງ​ທີ່​ທ່ານ Trump ກ່າວ​ເຖິງ​ນັ້ນ ​ແມ່ນ​ຮວມທັງການ​ປະຕິບັດ​ງານ​ສືບ​ລັບທີ່​ດີ​ທີ່​ສຸດ​ໃນ​ໂລກ​ ປະຖິ້ມ​ໃນ​ອັນ​ທີ່​ທ່ານ​ເອີ້ນວ່າ ນະ​ໂຍບາຍ​ທີ່​ລົ້ມ​ແຫລວ ​ໃນ​ການບູລະນະສ້າງ​ຊາດ​ແລະ​ການ​ປ່ຽນ​ແປງ​ລະບອບ​ການ​ປົກຄອງທີ່​ທ່ານ​ນາງ Hillary Clinton ຊຸກຍູ້​ໃຫ້​ມີ​ຂຶ້ນຢູ່​ໃນ​ອີຣັກ ລີ​ເບຍ ອີ​ຈິບ ​ແລະ​ຊີ​ເຣຍແລະ​ໂຈະ​ການ​ຮັບ​ເອົາ​ຄົນ​ເຂົ້າ​ເມືອງ​ຈາກ​ປະ​ເທດ​ໃດ​ກໍ​ຕາມທີ່​ໄດ້​ມີ​ການ​ປະນີປະນອມ​ໃນ​ເລື້ອງພວກ​ກໍ່ການ​ຮ້າຍ ຈົນ​ກວ່າ​ກົ​ນ​ໄກ​ທີ່​ເໝາະ​ສົມ​ໄດ້​ມີ​ການຈັດຕັ້ງປະຕິບັດ.

Day 4 of the RNC in Photos

ທ່ານ Trump ກ່າວ​ວ່າ ຂ້າພະ​ເຈົ້າມີແຕ່ ຈະຮັບ​ເອົາສ່ວນ​ບຸກຄົນ ​ເຂົ້າມາ​ໃນ​ປະ​ເທດ​ຂອງ​ພວກ​ເຮົາ ຜູ້ທີ່​ໃຫ້ການ​ສະໜັບສະໜຸນ​ ຕໍ່​ຫລັກ​ຄຸນຄ່າ​ຂອງ​ພວກ​ເຮົາ ​ແລະ ​ຮັກ​ປະ​ຊາ​ຊົນ ຂອງ​ພວກ​ເຮົາ.​ ບຸກຄົນ​ໃດ​ກໍ​ຕາມ​ ທີ່​ສະໜັບສະໜຸນ​ຄວາມ​ຮຸນ​ແຮງ ຄວາມ​ກຽດ​ຊັງ​ຫຼືກາ​ນ ກົດ​ຂີ່ ພວກ​ເຮົາ​ບໍ່​ຍິນ​ດີ​ຕ້ອນຮັບເຂົ້າມາ​ໃນ​ປະ​ເທດ​ຂອງ​ພວກ​ເຮົາ​ແລະ​ຈະ​ບໍ່​ຮັບ​ເອົາ​ເດັດ ຂາດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ