ທະນາຍຄວາມຂອງທ່ານທຣຳ ຄັດ​ຄ້ານ ຕໍ​່ການ​ອະ​ນຸ​ຍາດໃຫ້​ເຈົ້າ​ໜ້າ​ທີ່ ສັນ​ຕິ​ບານ​ກາງ ໃຊ້ເອ​ກະ​ສານ​ລັບ​ທີ່​ຍຶດມາ​ໄດ້

ອະດີດປະທານາທິບໍດີ ດໍໂນລ ທຣຳຂັບ​ລົດ​ອ​ອ້ມສະ​ໜາມກ​ັອ​ຟ​​ ຢູ່​ສະ​ໂມ​ສອນ​ກັອ​ຟ​ແຫ່ງ​ຊາດ​ຂອງ​ທຣຳ ຫລື Trump National Golf Club ໃນ​ເມືອງ Sterling, ລັດ​ເວີ​ຈີ​ເນຍ, ວັນ​ທີ 12 ກັນ​ຍາ, 2022.

ພວກທະນາຍຄວາມຂອງອະດີດປະທານາທິບໍດີ ດໍໂນລ ທຣຳ ໃນວັນຈັນວານນີ້ ໄດ້ຮ້ອງຂໍໃຫ້ຜູ້ພິພາກສາຂອງສະຫະລັດປະຕິເສດບໍ່​ໃຫ້ກະຊວງຍຸຕິທຳເຂົ້າ​ເຖິງເອກະສານ ລັບຫຼາຍກວ່າ 100 ສະ​ບັບ ທີ່ຖືກຍຶດຈາກບ້ານ​ພັກ ມາ-ອາ-ລາ​ໂກ ໃນລັດຟ​ລໍ​ຣິ​ດາເຊິ່ງເປັນສ່ວນນຶ່ງຂອງການສືບສວນກ່ຽວກັບການຈັດການກັບບັນທຶກ ຂອງລັດຖະບານນັ້ນ.

ກະ​ຊວງ​ຍຸ​ຕິ​ທຳ​ກ່າວ​ວ່າ ຖ້າ​ບໍ່​ໄດ້​ນຳ​ໃຊ້​ເອ​ກະ​ສານເຫລົ່າ​ນັ້ນ ເຈົ້າ​ໜ້າທີ່ສັນ​ຕິ​ບານ​ກາງ ຫລື FBI ​ກໍຈະ​ບໍ່​ສາ​ມາດ​ດຳ​ເນີນ​ການ​ສືບ​ສວນທີ່​ມີ​ມາ​ເປັນ​ເວ​ລາ​ຫຼາຍ​ເດືອນ​ໂດຍ​ການ​ສອບ​ຖາມ​ພະ​ຍານ​ ແລະ​ການ​ພັດ​ທະ​ນາ​ຫຼັກ​ຖານ​ອື່ນໆ​ໄດ້.

ການທີ່ບໍ່​ສາ​ມາດເຂົ້າເຖິງເອກະສານລັບ ຍັງເຮັດ​ໃຫ້ການປະເມີນຂອງປະ​ຊາ​ຄົມ​ສືບ​ລັບກ່ຽວກັບຄວາມສ່ຽງດ້ານຄວາມໝັ້ນ​ຄົງທີ່ເກີດຈາກການເກັບຮັກສາມັນ​ໄວ້ ຢູ່ທີ່ບ້ານ​ພັກ ມາ-ອາ-ລາ​ໂກນັ້ນ ​ຢຸດ​ສະ​ງັກ​ລົງ, ຕາມ​ທີ່​ກະ​ຊວງຍຸຕິທໍາເປີດເຜີຍໃນອາທິດ ແລ້ວນີ້.

ສ່ວນດ້ານຄວາມ​ຖົດຖອຍ​ຂອງ​ການ​ສືບ​ສວນນັ້ນ, ຜູ້​ພິ​ພາກ​ສາ​ປະ​ຈຳເຂດຂອງ​ສະ​ຫະ​ລັດ, ທ່ານ​ນາງອາຍ​ລີນ ແຄນນັນ (Aileen Cannon) ໃນ​ອາ​ທິດ​ແລ້ວນີ້​ໄດ້​ສັ່ງ​ໃຫ້​ແຕ່ງ​ຕັ້ງ​ເຈົ້າ​ໜ້າ​ທີ່​ພິ​ເສດ​ເພື່ອ​ທົບ​ທວນ​ຄືນ​ບັນ​ດາ​ເອ​ກະ​ສານ ແລະ​ໄດ້​ຫ້າມ​ກະ​ຊວງ​ຍຸ​ຕິ​ທຳ​ບໍ່​ໃຫ້​ນຳ​ໃຊ້​ບັນ​ທຶກດັ່ງ​ກ່າວ​ເພື່ອ "ຈຸດ​ປະ​ສົງ​ການ​ສືບ​ສວນ​ທາງ​ອາ​ຍາ" ໃນ​ຂະ​ນະ​ທີ່​ການ​ທົບ​ທວນນັ້ນ​ພວມ​ດຳ​ເນີນໄປ​ຢູ່.

ໃນການໂຕ້ຖຽງວ່າ ເອກະສານລັບທີ່ຍຶດໄດ້ແມ່ນຂອງລັດຖະບານນັ້ນ ກະ​ຊວງຍຸຕິທໍາ ໃນວັນພະຫັດທີ່ຜ່ານມາໄດ້ຂໍໃຫ້ທ່ານ​ນາງ​ແຄນນັນ "ຮັກ​ສາ" ຄໍາສັ່ງຂອງທ່ານນາງ ຊຶ່ງອະນຸຍາດໃຫ້ເຈົ້າ​ໜ້າທີ່​ເຂົ້າເຖິງບັນທຶກຄືນໄດ້​ອີກ ແລະຈໍາກັດການເຂົ້າເຖິງ​ຂອງ​ຜູ້ກວດ​ກາ​ພິ​ເສດຕໍ່ເອກະສານທີ່ບໍ່​ແມ່ນ​ເອ​ກະ​ສານ​ລັບ.

ໄອຍະການຂອງລັດຖະບານກາງ ໄດ້ແຈ້ງໃຫ້ທ່ານ​ນາງ​ແຄນ​ນັນຊາບວ່າ ພວກເຂົາ ເຈົ້າ ຈະອຸທອນຄຳຕັດສິນຂອງທ່ານນາງ ຖ້າຫາກວ່າທ່ານນາງບໍ່ອະ​ນຸ​ຍາດໃຫ້ມີການ ຮ້ອງຂໍຂອງເຂົາເຈົ້າສໍາລັບຮັ​ກ​ສາເອ​ກະ​ສານ​ໄວ້ເປັນບາງສ່ວນ. ການອຸທອນ ອາດຍືດ ເວລາການສືບສວນທີ່ກະຊວງຍຸຕິທໍາຢາກໃຫ້ສະ​ຫລຸບ​ໄວເທົ່າທີ່ຈະໄວໄດ້ ນັ້ນອອກ​ໄປອີກ.

ທ່ານ​ນາງ​ແຄນ​ນັນ, ຜູ້​ທີ່ຖືກ​ແຕ່ງ​ຕັ້ງ​ໂດຍ​ທ່ານທ​ຣຳ ໄດ້​ໃຫ້ເວ​ລາ​ແກ່​ທະ​ນາຍ​ຄວາມ ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ຈົນ​ຮອດ​ວັນ​ຈັນວານນີ້ ເພື່ອຕອບຄຳ​ສະ​ເໜີ​ຕໍ່​ສານ​ຂອງ​ກະ​ຊວງ​ຍຸ​ຕິ​ທຳ ວ່າ​ໃຫ້​ຫລຸດ​ຜ່ອນຂອບ​ເຂດ​ທາງ​ກົດ​ໝາຍ ​ຂອງ​ຜູ້ກວດ​ກາ​ພິ​ເສດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ