ສະພາຕ່ຳຂອງສະຫະລັດທີ່ນຳພາໂດຍພັກຣີພັບບລິກັນ ໄດ້ຮັບຜ່ານຮ່າງງົບປະມານ
ລາຍຈ່າຍຊົ່ວຄາວ ທີ່ອະນຸມັດເງິນ 5 ຕື້ໂດລາ ໃຫ້ແກ່ປະທານາທິບໍດີ ດໍ ໂນລ ທຣຳ
ເພື່ອສ້າງກຳແພງຢູ່ຊາຍແດນຂອງທ່ານ.
ການລົງຄະແນນສຽງຂອງສະພາຕ່ຳ ໃນວັນພະຫັດວານນີ້ ທີ່ມີ 217 ສຽງເຫັນດີຕໍ່
185 ສຽງຄັດຄ້ານ ຫວັງວ່າຈະຫລີກລ່ຽງການປິດການທຳງານຂອງລັດຖະບານລົງ
ໃນທ່ຽງຄືນຂອງວັນສຸກມື້ນີ້ໄດ້.
ຮ່າງງົບປະມານດັ່ງກ່າວ ດຽວນີ້ໄດ້ຖືກຍື່ນໄປໃຫ້ສະພາສູງທີ່ບໍ່ມີໂອກາດວ່າ ຈະໄດ້
ຮັບການອະນຸມັດ.ທ່ານທຣຳ ໄດ້ຮຽກຮ້ອງເອົາເງິນເພື່ອໄປສ້າງກຳແພງຢູ່ຕາມຊາຍ
ແດນສະຫະລັດ ກັບເມັກຊິໂກ, ຊຶ່ງໄດ້ບອກໃຫ້ພວກຜູ້ນຳພັກຣີພັບບລິກັນ ໃນວັນພະ
ຫັດວານນີ້ ວ່າ ທ່ານຈະບໍ່ເຊັນຮ່າງງົບປະມານທີ່ໄດ້ຮັບອະນຸມັດຈາກສະພາສູງດັ່ງກ່າວ
ຖ້າຫາກວ່າ ມັນບໍ່ມີເງິນເພື່ອສ້າງກຳແພງຢູ່ໃນນັ້ນ.
"ໃນເວລານີ້, ທ່ານປະທານາທິບໍດີ ບໍ່ຢາກເຮັດຫຍັງຫຼາຍໄປກວ່ານັ້ນອີກໂດຍປາສະ
ຈາກການຮັບປະກັນຄວາມປອດໄພຢູ່ຊາຍແດນ ທີ່ມີຮົ້ວເຫລັກ ຫລືກຳແພງ," ນັ້ນຄືຄຳເວົ້າຂອງທ່ານນາງ ຊາຣາ ແຊນເດີສ໌, ໂຄສົກປະຈຳທຳນຽບຂາວ ທີ່ກ່າວຢູ່ໃນຖະແຫລງການສະບັບນຶ່ງ. "ທ່ານປະທານາທິບໍດີ ກຳລັງສືບຕໍ່ຊັ່ງຊາທາງເລືອກຕ່າງໆຂອງເພິ່ນ."
ທ່ານ ຈຊັກ ຊຸມເມີ (Chuck Schumer) ຜູ້ນຳສຽງສ່ວນໜ້ອຍຢູ່ໃນສະພາສູງກ່າວໃນ
ວັນພະຫັດວານນີ້ວ່າ "ປະທານາທິບໍດີທຣຳ ກຳລັງນຳເອົາປະເທດກ້າວໄປຢູ່ໃນສະພາບ
ໂກລາຫົນວຸ້ນວາຍ. ຕະຫລາດຫລັກຊັບໄດ້ຕົກລົງໄປອີກ 500 ຄະແນນ. ນາຍພົນແມັດ
ຕິສ ກຳລັງລາອອກຈາກຕຳແໜ່ງ…. ແລະດຽວນີ້ ປະທານາທິບໍດີທຣຳ ກຳລັງປ່ອຍອາ
ລົມແບບໂກດເຄືອງຢ່າງແຮງອອກມາ ແລະກໍ່ໃຫ້ເກີດມີການປິດລັດຖະບານທຣຳລົງ."
The Democrats, who know Steel Slats (Wall) are necessary for Border Security, are putting politics over Country. What they are just beginning to realize is that I will not sign any of their legislation, including infrastructure, unless it has perfect Border Security. U.S.A. WINS!
— Donald J. Trump (@realDonaldTrump) December 20, 2018
ທ່ານທຣຳໄດ້ຮຽກໃຫ້ສະມາຊິກລັດຖະສະພາທີ່ສັງກັດພັກຣີພັບບລິກັນຄົນສຳຄັນ ໃຫ້
ເຂົ້າມາທຳນຽບຂາວຢ່າງບໍ່ຄາດຝັນ ເພື່ອປຶກສາຫາລືກັນ ກ່ຽວກັບເລື້ອງກຳແພງ ແລະ
ຮ່າງກົດໝາຍງົບປະມານລາຍຈ່າຍຊົ່ວຄາວ ທີ່ຕ້ອງການເພື່ອເຮັດໃຫ້ ນຶ່ງສ່ວນສີ່
ຂອງການປະຕິບັດງານລັດຖະບານບໍ່ຖືກປິດລົງ ເມື່ອງົບປະມານທີ່ມີໃນປັດຈຸບັນ
ໝົດລົງໃນທ່ຽງຄືນວັນສຸກມື້ນີ້, ຊຶ່ງເປັນເວລາບໍ່ພໍເທົ່າໃດມື້ກ່ອນຈະຮອດວັນບຸນ
ຄຣິສມັສ ໃນອາທິດໜ້ານີ້.
With so much talk about the Wall, people are losing sight of the great job being done on our Southern Border by Border Patrol, ICE and our great Military. Remember the Caravans? Well, they didn’t get through and none are forming or on their way. Border is tight. Fake News silent!
— Donald J. Trump (@realDonaldTrump) December 20, 2018
ສຽງຂອງທ່ານທຣຳ ນັບມື້ນັບສະແດງໃຫ້ເຫັນຄວາມບໍ່ເພິງພໍໃຈຫລາຍຂຶ້ນ ທີ່ລັດຖະສະ
ພາໄດ້ປະຕິເສດຄຳຮ້ອງຂໍຂອງທ່ານເພື່ອເອົາເງິນຈຳນວນຫ້າຕື້ໂດລາທີ່ເປັນເງິນຈ່າຍ
ລ່ວງໜ້າ ສຳລັບການເຮັດກຳແພງ ທີ່ມີມູນຄ່າ 20 ຕື້ໂດລາ ທີ່ທ່ານເວົ້າວ່າຈະກີດກັ້ນ ບໍ່
ໃຫ້ມີການເຂົ້າເມືອງຢ່າງຜິດກົດໝາຍໄດ້ນັ້ນ. ການກໍ່ສ້າງກຳແພງເປັນຄຳຮຽກຮ້ອງທີ່
ໂດ່ງດັງຂອງຄົນທີ່ໄປໂຮມຊຸມນຸມຢູ່ໃນດານໂຄສະນາຫາສຽງຂອງທ່ານທຣຳໃນເວລາທີ່
ທ່ານລົງສະໝັກແຂ່ງຂັນເອົາຕຳແໜ່ງ ກຳທຳນຽບຂາວ ຢ່າງສຳເລັດຜົນໃນປີ 2016 ນັ້ນ.