ທ່ານ McCain ກ່າວວ່າ ທ່ານ Putin ແຫ່ງຣັດ​ເຊຍ ​ແມ່ນເປັນສິ່ງທີ່ທ້າທາຍໃຫຍ່ຫຼວງ ຕໍ່ພວກເຮົາ

ສະມາຊິ​ກສະພາ​ສູງສະຫະລັດ ທ່ານ John McCain ປະທານ ຄະນຳກຳມະການດ້ານອາວຸດຂອງສະພາສູງ ໃຫ້ການຖະແຫຼງ ຕໍ່ລັດຖະສະພາ, 23 ພຶດສະພາ, 2017.

ໃນວັນ​ຈັນວານ​ນີ້ ສະມາຊິ​ກສະພາ​ສູງສະຫະລັດ ທ່ານ John McCain ​ກ່າວວ່າ​
ທ່ານ​ມອງເຫັນ​ວ່າ ຣັດ​ເຊຍ ​ກັບ​ປະທານາທິບໍດີ​ ທ່ານ VladimirPutin ​ນັ້ນ​ວ່າ
“​ເປັນ​ການ​ທ້າ​ທາຍ​ທີ່​ໃຫຍ່​ຫຼວງ​,” ຊຶ່ງ​ເປັນ​ເລື່ອງກັງວົນ​ຫຼາຍ​ກວ່າ ການ​ຂົ່ມຂູ່​ຈາກ
​ກຸ່ມລັດ​ອິສລາມ.

ທ່ານ McCain ​ໄດ້​ກ່າວ​ໃນ​ຂະນະ​ທີ່​ທຳ​ການ​ຢ້ຽມຢາມ​ໃນ​ອອສ​ເຕຣຍ​ເລຍ ​ທ່ານ
McCain ​ໄດ້​ບອກບໍລິສັດ​ກະຈາຍສຽງອອສ​ເຕຣຍ​ເລຍ ​ວ່າ ຣັດ​ເຊຍ​ໄດ້​ພະຍາຍາມ
ທີ່​ຈະ “ທຳລາຍຮາກ​ຖານ​ປະຊາທິປະ​ໄຕ” ​ໃນ​ຄວາມ​ພະຍາຍາມ​ທີ່​ຈະ​ໃຊ້​ອິດ​ທິພົນ​
ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ສະຫະລັດ ​ແລະ​ຫຼາຍໆແຫຼ່​ງ​ໃນ​ທົ່ວ​ໂລກ.

ທ່ານ Jared Kushner ທີ່ປຶກສາຂັ້ນສູງປະຈຳທຳນຽບຂາວ, ຊ້າຍ, ແລະທີ່ປຶກສາຮັກສາຄວາມປອດໄພແຫ່ງຊາດ ທ່ານ H.R. McMaster ທີ່ເຂົ້າຮ່ວມກອງປະຊຸມສອງຝ່າຍ ລະຫວ່າງປ. ທຣຳ ກັບ ກະສັດ Hamad bin Isa Al Khalifa ຈາກ Bahrain, 21 ພຶດສະພາ, 2017.

ຄວາມ​ຄິດ​ເຫັນ​ດັ່ງກ່າວ​ມີ​ຂຶ້ນ​ວ່າ ລັດຖະບານ​ຂອງປະທານາທິບໍດີສະຫະລັດ
ທ່ານ​ດໍ​ໂນ​ລທຣຳ ພວມປະ​ເຊີນ​ໜ້າ​ກັບ​ການ​ສືບສວນ ທີ່​ວ່າໄດ້​ມີ​ສ່ວນ​ພົວພັນ​ກັບ
ຣັດ​ເຊຍ ຫຼື​ບໍ່, ທີ່​ຮວມທັງລາຍ​ງານ​ທີ່​ວ່າ ທ່ານ Jared Kushner ຜູ້​ເປັນລູກ​ເຂີຍ
ແລະທີ່​ປຶກສາ​ຂັ້ນ​ສູງປະຈຳ​ທຳນຽບຂາວ ​ຂອງ​ທ່ານ​ທຣຳ ໄດ້ພະຍາຍາມ​ທີ່​ຈະ​ກໍ່​ຕັ້ງ
​ການ​ສົນທະນາ​ຢູ່​ດ້ານ​ຫຼັງ ທີ່​ພົວພັນ​ກັບເຈົ້າ​ໜ້າ​ທີ່ຣັດເຊຍ ​ໃນ​ຫຼາຍໆ​ສັບປະດາ
ກ່ອນ​ທີ່​ທ່ານ​ທຣຳ ຈະ​ເຂົ້າສາບານ​ຕົວ.

ທ່ານ McCain​ ໄດ້​ກ່າວໃນ​ວັນ​ຈັນ​ວານ​ນີ້ວ່າ “ຂ້າພະ​ເຈົ້າ​ຮູ້​ດີ ​ເຖິງ​ບາງ​ເລື່ອງ​ທີ່ ​
ທາງ​ເຈົ້າ​ໜ້າ​ທີ່​ລັດຖະບານຈະ​ເວົ້າ​ວ່າ “ນັ້ນ​ແມ່ນ​ຂັ້ນ​ຕອນ​ການ​ປະຕິບັດ​ງານ​ແບບ​
ທົ່ວ​ໆໄປ, ​ແລະ​ຍັງ​ໄດ້​ກ່າວ​ວ່າ “ຂ້າພະ​ເຈົ້າ​ບໍ່​ຄິດ​ວ່າ ມັນ​ເປັນ​ຂັ້ນ​ຕອນ​ການ​ປະຕິບັດ​
ງານ​ທຳ​ມະ​ດາກ່ອນ​ທີ່​ຈະ​ເຂົ້າ​ສາບານ​ຕົວ ຂອງ​ປະທານາທິບໍດີ​ສະຫະລັດ​
ໂດຍຜູ້​ທີ່​ກຳ​ຕຳ​ແໜ່​ງ​ໂດຍ​ທີ່ບໍ່​ໄດ້​ຖືກ​ແຕ່ງ​ຕັ້ງ.””

ໜັງສືພິມ The New York Times ​ໄດ້​ອ້າງ​ເອົາ​ຄຳ​ເວົ້າ​ຂອງ​ໂຄສົກ​ທຳນຽບຂາວ
​ທ່ານ​ນາງ Hope Hicks ທີ່ກ່າວ​ວ່າ ທ່ານ Kushner “​ໄດ້ປະຕິບັດ​ຕາມ​ໜ້າທີ່
​ຂອງ​ເພິ່ນໃນຖານະ​ເຈົ້າ​ໜ້າ​ທີ່​ຂ້າມ​ຜ່ານ,”
​ແລະ​ທ່ານກໍ​ໄດ້ຕົກລົງວ່າຈະໂອ້​ລົມ
ເລື່ອງການພົບປະດັ່ງກ່າວ​ກັບ​ຄະນະສື​ບສວນ​ຂອງ​ລັດຖະສະພາ.

ທ່ານ​ທຣຳ ​ໄດ້​ປະຕິ​ເສດ ຂໍ້​ກ່າວ​ຫາ​ໃດໆ ທີ່​ວ່າການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ ​
ໄດ້ມີການສົມຮູ້​ຮ່ວມ​ຄິດ​ກັບຣັດ​ເຊຍ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ