ທຳນຽບຂາວ ກ່າວວ່າ ການກົດດັນ ຢ່າງໜັກ ຕໍ່ເກົາຫຼີເໜືອ ຈະດຳເນີນຕໍ່ໄປ ຈົນກວ່າ ມີການປົດ ອາວຸດນິວເຄລຍ

ຄົນກຳລັງເບິ່ງໂທລະພາບ ສະແດງໃຫ້ເຫັນ ພາບຂອງ ປະທານາທິບໍດີ ດໍໂນລ ທຣໍາ ແລະຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງອືນ (ວັນທີ 21 ແມສາ 2018)

ທຳນຽບຂາວ​ກ່າວ​ວ່າ ​ເປົ້າ​ໝາຍຂັ້ນສຸດທ້າຍຂອງການ​ເຈລະຈາ​ໃດໆກໍຕາມ ລະຫວ່າງ
​ປະ​ທາ​ນາ​ທິບໍດີ ​ດໍ​ໂນ​ລ ທຣໍາ ​ແລະ​ຜູ້ນຳ​ເກົາຫຼີ​ເໜືອ ທ່ານ​ກິມ ຈົງ​ ອຶນ ​ແມ່ນ​ການ​ປົດອາ
ວຸດ​ນິວ​ເຄລຍ ​ເພີ້​ມ​ໃສ່ ການປຸກລະດົມເພື່ອ “ກົດ​ດັນ​ຢ່າງ​ໜັກ” ​ຕໍ່​ພຽງ​ຢາງ​ຈະດຳ​ເນີນຕໍ່
ໄປ ​ແລະການ​ລົງ​ໂທດ​ຕໍ່​ປະ​ເທດ​ທີ່​ໂດ​ດດ່ຽວດັ່ງກ່າວ ຈະ​ບໍ່​ຍົກ​ເລີກ​ ຈົນ​ກວ່າ​ມີການເອົາ
ບາດກ້າວ​ຢ່າງ​ໜັກແໜ້ນ ​ໄປ​ໜ້າສູ່​ການ​ປົດອາວຸດ ​ນິວ​ເຄລຍທັງ​ໝົດແລະຢ່າງສິ້ນເຊີງ.
ໂຄສົກ​ທຳນຽບຂາວ​ທ່ານ​ນາວ​ຊາຣາ ຮັກ​ກາ​ບີ ​ແຊນ​ເດີສ໌ ກ່າວ​ໃນ​ວັນ​ຈັນ​ວານ​ນີ້ໃນ​ການ
​ຕອບ​ຄຳ​ຖາມ​ຂອງນັກ​ຂ່າວວີ​ໂອ​ເອ ກ່ຽວ​ກັບ​ການ​ປະກາດ​ຂອງ​ພຽງ​ຢາງ​ຫວ່າງ​ມໍ່ໆ​ມາ​ນີ້ ໂດຍເວົ້າ​ວ່າ “ພວກ​ເຮົາ​ຈະ​ບໍ່​ຖືເອົາ​ຄວາ​ມ​ເວົ້າ​ຂອງ​ເກົາຫຼີ​ເໜືອ​ພຽງ​ແຕ່ການປະກາດ
ຂອງ​ເຂົາ​ເ​ຈົ້າເທົ່າ​ນັ້ນ​.”

ທ່ານ​ນາງ​ຮັກ​ເກີ​ບີ ແຊນ​ເດີສ໌ ກ່າວ​ເພີ້​ມອີກ​ວ່າ “ພວກ​ເຮົາ​ບໍ່​ໄຮ້​ດຽງສາ​ໃນ​ການ​ດຳ​ເນີນ​ຂັ້ນຕອນເລື້ອງ​ນີ້. ພວກ​ເຮົາ​ໄດ້​ເຫັນ​ການເອົາບາດກ້າວບາງຢ່າງ​ໃນ​ທິດ​ທາງ​ທີ່​ຖືກຕ້ອງ
​ແຕ່​ພວກ​ເຮົາ​ຍັງມີ​ທາງ​ທີ່ຈະ​ເດີນຕໍ່ໄປ​ໄກ​ອີກ.”

ຜູ້ນຳເກົາຫຼີເນື້ອ ທ່ານກິມ ຈົງອຶນ ກຳລັງເບິ່ງການຍິງລູກສອນໄຟ ຮວາດຊົງ 12 ເຜີຍແຜ່ໂດຍ ອົງການຂ່າວເກົາຫຼີເໜື້ອ (KCNA).

ທ່ານ​ກິມ​ໄດ້​ປະກາດ​ຢຸດ​ການ​ທົດ​ລອງ​ອາວຸດ​ນິວ​ເຄລຍ ​ແລະ​ການ​ຍິງ​ລູກ​ສອນ​ໄຟ​ຂີ​ປະ
​ນາ​ວຸດ​ຂ້າມ​ທະວີບ.

ປະທານາທິບໍດີ​ທຣໍາ​ໃນ​ວັນ​ອາທິດ​ທີ່​ຜ່ານມານີ້ ​ປາກົດໄດ້​ສະຫລຸບວ່າ ຜູ້ນຳ​ເກົາ ຫຼີ​ເໜືອ
​ໄດ້​ຕົກລົງໄປແລ້ວ ​ທີ່​ຈະ​ລົ້ມ​ເລີກການເກັບສະສົມ​ອາວຸດ​ນິວ​ເຄລຍ ​ເຖິງ​ແມ່ນ​ວ່າ​ບໍ່​ມີ​ການ​ປະກາດ​ດັ່ງກ່າວ​ຈາກ​ພຽງ​ຢາງກໍຕາມ.

ຜູ້ຊາຍຄົນນຶ່ງກຳລັງເບິ່ງການສົນທະນາລະດັບສູງ ລະຫວ່າງສອງເກົາຫຼີ ຢູ່ບ້ານສະຫງົບເສິກ ພັນມຸນຈົມ ໃນນະຄອນໂຊລ ເກົາຫຼີໃຕ້ ມັນທີ 9 ມັງກອນ 2018.

ປະທານາທິບໍດີ​ກ່າວ​ຢູ່ໃນ​ການ​ສົ່ງ​ຂໍ້ຄວາ​ມທາງ​ທວິດ​ເຕີ​ວ່າ “ພວກ​ເຮົາ​ບໍ່​ໄດ້​ຍິນ​ຍອມ
​ຫຍັງເລີຍ ​ແລະເຂົາ​ເຈົ້າ​ໄດ້​ຕົກລົງທີ່​ຈະ​ປົດ​ນິວ​ເຄຍລ ອັດບ່ອນຍິງ ​ແລະ​ບໍ່​ມີ​ການ​ທົດ
​ລອງຕໍ່​ໄປ​ອີກ.”

ທ່ານ​ນາງ​ຮັກ​ກາ​ບີ ແຊນ​ເດີສ໌ ​ໃນ​ວັນ​ຈັນ​ວານ​ນີ້ ​ໄດ້ໃຫ້​ຂໍ້ສັງ​ເກດ​ວ່າ​ ຈີນ​ມີ​ບົດບາດ​ຫລາຍ
​ຂຶ້ນ​ໃນ​ການ​ກົດ​ດັນ​ພຽງ​ຢາງ ຊຶ່ງ​ທ່ານ​ນາງ​ໃຫ້​ສາ​ເຫດ​ໃນ​ທາງບວກ ວ່າ ຍເນຄວາມ​ສຳພັນ
ໃນ​ການ​ເຮັດ​ວຽກ ​ລະຫວ່າງ ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ​ແລະ​ປະທານ​
ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິ​ງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

Trump North Korea