ປະທານາທິບໍດີ ດໍໂນລ ທຣໍາ ໃນວັນສຸກວານນີ້ ຍັງສືບຕໍ່ໃຊ້ສື່ສັງຄົມ Twitter ໂຈມຕີ
ການສືບສວນກ່ຽວກັບຄວາມເປັນໄປໄດ້ ທີ່ມີຄວາມເຊື່ອມໂຍງລະຫວ່າງຄະນະໂຄສະ
ນາຫາສຽງຂອງທ່ານ ກັບຣັດເຊຍ.
ປະທານາທິບໍດີທຣໍາ ກ່າວວ່າ ທ່ານ “ກຳລັງຖືກສືບສວນໃນຖານປົດຜູ້ອຳນວຍ ອົງການ
ສັນຕິບານກາງ ຫລື FBI ອອກຈາກໜ້າທີ່ໂດຍຜູ້ທີ່ບອກຂ້າພະເຈົ້າວ່າໃຫ້ປົດຜູ້ອຳນວຍ
ການອົງການ FBI ອອກຈາກໜ້າທີ່! ອັນນີ້ເປັນການຊອກຫາຄວາມຜິດເພື່ອມາລົງໂທດ.”
ຍັງບໍ່ທັນເປັນທີ່ແຈ່ມແຈ້ງເທື່ອວ່າ ປະທານາທິບໍດີໄດ້ໝາຍເຖິງ ໄອຍະການພິເສດ ທ່ານ Robert Muller ຫຼືຮອງລັດຖະມົນຕີຍຸຕິທຳທ່ານ Rod Rosen-stein. ພວກນັກຂ່າວ
ຜູ້ທີ່ຮ້ອງຖາມຂໍຄວາມກະຈ່າງແຈ້ງ ຫລັງຈາກປະທານາ ທິບໍດີທຣໍ ໄດ້ລົງຈາກເຮືອບິນ
ເຮລິຄອບເຕີ Marine One ເວລາທ່ານກັບມາທຳນຽບຂາວ ໃນຕອນທ່ຽງວັນສຸກວານ
ນີ້ແຕ່ບໍ່ໄດ້ຮັບຄຳຕອບ.
ສະມາຊິກສະພາສູງພັກເດໂມແຄຣັດ ທ່ານນາງ Dianne Feinstein ຈາກລັດ California ສົນທະນາກັບ ສະມາຊິກສພະສູງ ພັກເດໂມແຄຣັດ ທ່ານ Patrick Leahy ຈາກລັດ Vermont.
ການໂຈມຕີທາງສື່ສັງຄົມເທື່ອຫລ້າສຸດໂດຍທີ່ປະທານາທິບໍດີໄດ້ຂຽນຂໍ້ຄວາມ ຂຽນ
ລົງໃນບັນຊີ Twitter ສ່ວນໂຕຂອງທ່ານ ໄດ້ມີຂຶ້ນ ຫລັງຈາກໜັງສືພິມ Washington
Postລາຍງານວ່າ ທ່ານ Mueller ພວມສືບສວນເບິ່ງການໂອນເງິນ ລູກເຂີຍຂອງ
ປະທານາທິບໍດີທຣໍາ ຄືທ່ານ Jared Kushner ຊຶ່ງເປັນທີ່ປຶກສາຂັ້ນສູງໃຫ້ແກ່ປະທາ
ນາທິບໍດີ.
ການສືບສວນຂອງທ່ານ Mueller ຍັງຮວມທັງຄຳຖາມທີ່ວ່າ ປະທານາທິບໍດີທຣໍາ
ພະຍາມຂັດຂວາງຂະບວນການຍຸຕິທຳຫລືບໍ່.
ມີການເຫັນພ້ອມຢ່າງແຜ່ກວ້າງວ່າ ປະທານາທິບໍດີທຣໍາ ບໍ່ໄດ້ຊ່ວຍທ່ານຫຍັງເລີຍ
ທາງດ້ານກົດໝາຍ ໂດຍການກ່າວເຖິງ ຊໍ້າແລ້ວຊໍ້າອີກ ໃນການຂຽນຂໍ້ຄວາມລົງ
ທາງ Twitter.
ທ່ານ Patrick Leahy ສະມາຊິກສະພາສູງພັກເດໂມແຄຣັດ ຢູ່ໃນຄະນະກຳມະການ
ຍຸຕິທຳ ກ່າວຕໍ່ໂທລະພາບ MSNBC ວ່າ “ປະທານາທິບໍດີທຣໍາສ້າງ ຄວາມເສຍຫາຍ
ໃຫ້ແກ່ຄະດີຂອງທ່ານ ທຸກໆຄັ້ງທີ່ທ່ານໄດ້ຂຽນຂໍ້ຄວາມລົງໃນ Twitter.”
ສະມາຊິກສະພາສູງພັກຣີພັບບລິກັນຄົນນຶ່ງ ໃນວັນສຸກວານນີ້ ຍັງໄດ້ສະແດງ ຄວາມ
ຫວັງອອກມາວ່າ ປະທານາທິບໍດີທຣໍາຄວນຈະລະເວັ້ນຈາກການສົນທະນາ ໃນການ
ສືບສວນກ່ຽວກັບເລື່ອງຣັດເຊຍ.
ຮອງລັດຖະມົນຕີຍຸຕິທຳນ Rod Rosenstein ຕອບຄຳຖາມ ອະນຸກຳມການ ລັດຖະສະພາ.
ສະມາຊິກສະພາສູງ Roy Blunt ກ່າວຕໍ່ວິທະຍຸ KMBZ ທີ່ເມືອງ Kansas City ລັດ
Missouri ວ່າ “ຄວາມຈິງແລ້ວ ຂ້າພະເຈົ້າຄິດວ່າ ປະທານາທິບໍດີ ຄວນເຊົາເວົ້າກ່ຽວ
ກັບເລື່ອງນີ້. ຂ້າພະເຈົ້າຄິດວ່າ ປະທານາທິບໍດີຈຳເປັນຕ້ອງດຳເນີນການກ່ຽວກັບໜ້າ
ທີ່ ຊຶ່ງເປັນເລື່ອງທີ່ສຳຄັນສຸດທີ່ທ່ານເຮັດ ແລະມາເຖິງຈຸດນີ້ ປ່ອຍໃຫ້ການສືບສວນດຳ
ເນີນໄປຕາມທິດທາງຂອງມັນ.”