​​​​​​​​​ທ່ານ​ດໍ​ໂນ​ລ ທຣຳ ຈູ​ເນຍ ​ປະຕິ​ເສດ ​ບໍ່​ຕອບ​ຄຳ​ຖາມ ​ສະມາຊິກ​ສະພາ ກ່ຽວກັບ ການພົບປະ ກັບຣັດເຊຍ

ທ່ານດໍໂນລ ທຣຳ​ ທີ່ຕອນນັ້ນ ເປັນພຽງຜູ້ສະໝັກ ປະທານາທິບໍດີ ກ່າວເຊື້ອເຊີນ ລູກຊາຍຂອງທ່ານ ທ່ານດໍໂນລ ທຣຳ ຈູເນຍ ຂຶ້ນສູ່ເວທີ ໃນນຶ່ງຂອງ ຄະນະກຳມະການໃນລັດນິວ ອິງເລິນ "ການເມືອງແລະ ອາຫານເຊົ້າ ທີ່ເຮັດດ້ວຍໄຂ່ ທີ່ເມືອງແມນແຊັສເຕີ, ລັດນິວ ແຮມເຊຍ, 11 ພະຈິກ, 2015.

​ທ່ານ​ດໍ​ໂນ​ລ ທຣຳ ຈູ​ເນຍ ​ໄດ້ປະຕິ​ເສດ​ບໍ່​ຕອບ​ຄຳ​ຖາມ ຈາກ​ບັນ​ດາ​ສະມາຊິກ​ສະພາ ​ໃນ​ວັນ​ພຸດ​ວານ​ນີ້ ກ່ຽວ​ກັບ​ການ​ໂອ້​ລົມ​ສົນທະນາ ​ກັບ​ພໍ່​ຂອງ​ທ່ານ ຊຶ່ງ​ຕອນ​ນັ້ນ ທ່ານ​ດໍ​ໂນ​ລ ທຣຳ ​ແມ່ນ​ເປັນພຽງຜູ້​ສະ​ໝັກ​ປະທານາທິບໍດີ ກ່ຽວ​ກັບການ​ພົບ​ປະ​ຂອງທ່ານ ທີ່ຕຶກທຣຳ​
ທາວເວີ ກັບຜູ້ປະຕິບັດງານຣັດເຊຍ ທີ່​ເປັນ​ຂ່າ​ວ​ນອງ​ນັນ ​ເມື່ອ​ເດືອນ ມິຖຸນາ ປີ 2016.

ທ່ານ​ທຣຳ ຈູ​ເນຍ ຫຼີກ​ລ່ຽງ​ພວກ​ນັກ​ຂ່າວ ​ແລະ​ໄດ້​ຍ່າງ​ເຂົ້າໄປໃນ​ຕຶກລັດຖະສະພາ ຜ່ານ​ທາງ​ປະຕູ​ຫຼັງ ກ່ອນ​ທີ່​ຈະ​ປະ​ເຊີນ​ໜ້າ​ກັບ​ການ​ສອບ​ຖາມ​ຈາກ​ຄະນະ​ກຳມະການ​ສືບ​ລັບ​ຂອງ​ສະພາ​ຕ່ຳ ​ເປັນດົນກວ່າ​ເວລາ 8 ຊົ່ວ​ໂມງ.

​ຄະນະ​ກຳມະການ​ດັ່ງກ່າວ ​ແມ່ນ​ພວມ​ສືບສວນ​ເຖິງ​ການ​ສົມຮູ້​ຮ່ວມ​ຄິດ​ທີ່​ອາດ​ເປັນ​ໄປ​ໄດ້
ລະຫວ່າງ​ຄະນະ​ໂຄສະນາ​ຫາ​ສຽງ​ຂອງທ່ານທຣຳ​ແລະຣັດ​ເຊຍ.

​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງຄະນະ​ກຳມະການ​ຈາກ​ພັກເດ​ໂມ​ແຄຣັດ ທ່ານ​ອາ​ດຳ​ ຊີ​ຟ (Schiff)
​ໄດ້​ກ່າວ​ວ່າ ທ່ານ​ທຣຳຜູ້​ເປັນລູກ ​ໄດ້​ຕອບ​ຄຳ​ຖາມ​ຂອງ​ພວກ​ເພິ່ນ​ເປັນ​ສ່ວນ​ໃຫຍ່, ​ແຕ່​ວ່າ ທະນາຍຄວາມ​ຂອງ​ທ່ານ​ທຣຳ ຈູ​ເນຍ ​ໄດ້​ອ້າງ​ເຖິງ​ສິດພິເສດ ລະຫວ່າງທະນາຍແລະລູກຄວາມ ເວລາທີ່​ໄດ້​ປະຕິ​ເສດ ບໍ່ຍອມໃຫ້​ຄວາມ​ເຫັນ ກ່ຽວ​ກັບການ​ພົບ​ປະ​ກັບຂອງ​ທ່ານ​ກັບ​ຣັດ​ເຊຍ.

ທ່ານ​ທຣຳ ຈູ​ເນຍ ​ໄດ້ກ່າວ​ວ່າ ​ມີທະນາຍຄວາມຢູ່​ໃນ​ທີ່​ນັ້ນ ເວລາ​ທີ່​ທ່ານ​ໄດ້​ໂອ້​ລົມ​ກັບພໍ່​ຂອງ​ທ່ານ​.

ທ່ານ​ຊີ​ຟ ​ໄດ້​ກ່າວ​ວ່າ ທ່ານ​ບໍ່​ເຊື່ອ​ວ່າ ການ​ສົນທະນາ​ຂອງ​ທ່ານ​ທຣຳນັ້ນ ​ແມ່ນ​ຂໍ້​ມູນ​ທີ່​ພິ​ເສດ​ສຳຄັນ.

ເຈົ້າໜ້າທີ່ຂັ້ນສູງຂອງຄະນະກຳມະການຈາກພັກເດໂມແຄຣັດ ທ່ານອາດຳ ຊີຟ (Schiff) ຈາກລັດຄາລີຟໍເນຍ, ກ່າວຕໍ່ສື່ມວນຊົນ ໃນລັດຖະສະພາ, 30 ພະຈິກ, 2017.

​ບຸກຄົນ​ອື່ນໆ ​ໃນ​ການ​ສອບ​ປາກຄຳ​ໃນ​ວັນ​ພຸດ​ວານ​ນີ້ ​ໄດ້​ກ່າວ​ວ່າ ທ່ານ​ທຣຳ ຈູ​ເນຍໄດ້ ​ອ້າງ​ວ່າ ​ທ່ານ​ບໍ່​ຈື່​ຈຳ​ຫຍັງ​ໝົດ ທີ່​ທາງ​ຄະນະກຳມະການ​ສືບສວນ​ຕ້ອງການ​ທີ່​ຈະ​ຮູ້ ຊຶ່ງ
ຮວມ​ທັງ​ລາຍ​ລະອຽດການພົບ​ປະ​ກັບ​ກັບຣັດ​ເຊຍ.

ທ່ານ​ທຣຳ ຈູ​ເນຍ ​ໄດ້ພົບ​ປະ​ກັບ​ຝ່າຍຣັດ​ເຊຍ ​ທີ່ຕຶກ​ຂອງ​ພໍ່​ທມ່ານ ​ໃນເດືອນ ມິຖຸນາ
ປີ 2016 ເວລາ​ທີ່ທະນາຍຄວາມ​ຣັດ​ເຊຍ ໄດ້​ສັນຍາ​ວ່າ​ຈະ​ເອົາຄວາມຜິດຕ່າງໆ ຂອງ ​ທ່ານ​ນາງ​ຮິ​ລລາຣີ ຄລິນ​ຕັນ ຜູ້​ຊຶ່ງ​ເປັນຄູ່​ແຂ່ງ​ຄົນ​ສຳຄັນ​ຂອງ​ດໍ​ໂນ​ລ ທຣຳ ໃນການແຂ່ງ
ຂັນ​ເອົາ​ຕຳ​ແໜ່​ງ​ຢູ່ທຳ​ນຽບຂາວ ນັ້ນ.

ທ່ານ​ທຣຳ ຈູ​ເຈຍ ​ໄດ້​ກ່າວ​ວ່າ ທ່ານ​ບໍ່​ໄດ້​ບອກ​ພໍ່​ຂອງ​ທ່ານ ກ່ຽວ​ກັບ​ການ​ພົບ​ປະກັນ​ຕອນ​ທີ່​ມັນ​ເກີດ​ຂຶ້ນ, ​ແຕ່​ວ່າ ​ໄດ້​ໂອ້​ລົມ​ກັນ​ ຫຼັງ​ຈາກ​ທີ່ອີ​ແມ​ລ ກ່ຽວ​ກັບ​ການ​ພົບ​ກັນ​ນີ້ ອອກສູ່ສາຍ
ຕາປະຊາຊົນ​ແລ້ວ​.

​ອີ​ແມ​ລທັງຫຼາຍ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ທຣຳ ຜູ້ທີ່ເປັນລູກ ໄດ້​ຄວ້າເອົາ​ໂອກາດ ທີ່​ຈະ​ໄດ້​ບາງ​ຢ່າງ ​ທີ່​ຈະ​ທັບ​ຖົມ​ທ່ານ​ນາງຄລິນ​ຕັນໄດ້​ ​ຮວມທັງ “ລັກ​ສະ​ນະ​ຄວາມເໝາະສົມ​ແລະ​ຄຸນນະສົມບັດ​ຂອງ​ທ່ານ​ນາງ” ທີ່​ຈະ​ເປັນ​ປະທານາທິບໍດີ. ຂໍ້ຂາດຕົກບົກຜ່ອງໃນທຳນອງນີ້ ແມ່ນບໍ່​ໄດ້​ນຳ​ອອກ​ໄປໃຊ້ເລີຍ.

ນີ້​ແມ່ນ​ຄັ້ງ​ທີ 2 ທີ່ທ່ານ​ທຣຳ ຈູ​ເນຍ ​ໄດ້​ປະ​ເຊີນ​ໜ້າ​ກັບ​ບັນດາ​ສະມາຊິກ​ສະພາ ກ່ຽວ​ກັບການ​ພົບ​ປະ​ກັບຣັດ​ເຊຍ. ຄະນະ​ກຳມະການ​ຕຸລາການ​ຂອງ​ສະພາ​ສູງ ​ໄດ້​ສອບ​ປາກຄຳ​ທ່ານ​ໃນ​ເດືອ​ກັນຍາ ຜ່ານ​ມາ​ນີ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ເຈົ້າໜ້າທີ່ສືບສວນພິເສດ (ຂວາ) ກຳລັງຈະອອກຈາກຫ້ອງ ຫຼັງຈາກທີ່ໄດ້ໃຫ້ອະທິບາຍ ໃຫ້ສະມາຊິກສະພາສູງ ກ່ຽວກັບການສືບສວນຂອງທ່ານ ໃນອັນທີ່ ອາດມີການສົມຮູ້ຮ່ວມຄິດ ທີ່ອາດເປັນໄປໄດ້ ລະຫວ່າງຣັດເຊຍ ແລະຄະນະໂຄສະນາຫາສຽງ ຂອງທ່ານທຣຳ, ທີ່ລັດຖະສະພາ, ວໍຊີງຕັນ, 21 ພຶດສະພາ 2017.