ທ. ທຣໍາ ເອົາມາດຕະການ ລົງໂທດຕໍ່​ ເວ​ເນ​ຊູ​ເອລາ ຢ່າງໜັກ

ທ່ານ Nicolas Maduro ປະທານາທິບໍດີຂອງ​ເວ​ເນ​ຊູ​ເອລາ ກ່າວໃນກອງປະຊຸມຖະແຫລງຂ່າວ ຢູ່ນະຄອນ Caracas ໃນວັນທີ 22 ສິງຫາ, 2017.

ໃນ​ການ​ເຄື່ອນ​ໄຫວ​ເພື່ອ​ສ້າງ​ຄວາມກົດ​ດັນ​ແກ່​ລັດຖະບານ​ທີ່​ກົດ​ຂີ່​ຂູດ​ຮີດ​ຂອງ​ປະທານາທິບໍດີ Nicolas Maduro ນັ້ນ ໃນ​ວັນ​ສຸກ​ວານ​ນີ້ ສະຫະລັດ​ໄດ້​ຫ້າມ​ບໍ່​ໃຫ້ດໍາ​ເນີນກິດຈະ​ກໍາໃດໆ ຕໍ່ໜີ້ສິນ​ໃໝ່ ຫລື​ເງິນຫຸ້ນ​ຕ່າງໆ ຂອງ​ເວ​ເນ​ຊູ​ເອລາ.

ທ່ານ H. R. McMaster ທີ່​ປຶກສາ​ດ້ານ​ຄວາມໝັ້ນຄົງ​ແຫ່ງ​ຊາດ ກ່າວ​ຕໍ່ນັກ​ຂ່າວ​ວ່າ ການ​ລົງ​ໂທດ​ດັ່ງກ່າວ​ແມ່ນ​ເພື່ອ​ເປັນ​ການສະ​ແດງ​ໃຫ້​ເຫັນ​ວ່າ "ສະຫະລັດ​ຈະ​ບໍ່ຍອມ​ການ​ຜະ​ເດັດ​ການ​ທີ່​ບໍ່ຖືກຕ້ອງ​ຄອບ​ຄອງ​ຜືນ​ແຜ່ນດິນ​ໃນ​ຊີກ​ໂລກ​ຕາ​ເວັນ​ຕົກແຫ່ງນີ້ ​ໂດຍ​ທີ່​ເຮັດ​ໃຫ້​ປະຊາຊົນ​ໄດ້​ຮັບ​ຄວາມ​ເດືອດຮ້ອນເດັດຂາດ."

ທ່ານ Tom Bossert, ທີ່ປຶກສາດ້ານຄວາມສະຫງົບຂອງຊາດ, ທ່ານ Steve Mnuchin, ລັດຖະມົນຕີກະຊວງການຄັງສະຫະລັດ, ທ່ານ H.R. McMaster ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ, ແລະ ທ່ານນາງ Sarah Huckabee Sanders ໂຄສົກປະຈໍາທໍານຽບຂາວ ປະກາດການລົງໂທດຕໍ່ເວເນຊູເອລາ ໃນວັນທີ 25 ສິງຫາ, 2017

ເມື່ອ​ຖືກຖາມ​ວ່າ ​ເປັນໄປ​ໄດ້​ບໍ່ທີ່​ສະຫະລັດ​ຈະໃຊ້​ກໍາລັງ​ທະຫານເຂົ້າໄປແຊກ​ແຊງ​ໃນເວ​ເນ​ຊູ​ເອລາ ທ່ານ McMaster ຕອບ​ວ່າ "ບໍ່ໜ້າຈະ​ມີ​ການ​ດໍາ​ເນີນການ​ທາງທະຫານ​ໃນ​ອະນາຄົດ​ອັນ​ໃກ້​ໆນີ້." ​ເມື່ອ​ຖືກ​ຖາມ​ເຊັ່ນ​ດຽວກັນ ​ໃນ​ເວລາ​ຕໍ່ມາບໍ່ພໍ​ເທົ່າ​ໃດ​ນາທີ ທ່ານ​ນາງ Sarah Huckabee Sanders, ​ໂຄສົກ​ປະ​ຈໍາ​ທໍານຽບຂາວ​ອະ​ທິບາຍ​ວ່າ, "ພວກ​ເຮົາ​ເອົາ​ທຸກ​ທາງ​ເລືອກ​ຂຶ້ນມາ​ພິຈາລະນາ ​ແລະ​ພວກ​ເຮົາ​ກໍ​ຈະ​ບໍ່​ເອົາ​ທາງ​ເລືອກ​ໃດ​ໃນ​ນັ້ນຖີ້ມ​ເລີຍ."

ດໍາລັດ​ທີ່​ເຊັນ​ໂດຍ​ປະທານາທິບໍດີ ດໍ​ໂນ​ລ ທຣໍາ​ໃນ​ວັນ​ສຸກ​ວານ​ນີ້ ​ໄດ້​ຫ້າມ​ບໍ່​ໃຫ້​ສະຫະລັດ ​ເຮັດ​ທຸລະ​ກໍາກັບ​ລັດຖະບານ​ຂອງ​ທ່ານ Maduro ​ແລະ​ບໍລິສັດ​ PDVSA ຊຶ່ງ​ເປັນ​ບໍລິສັດ​ນໍ້າມັນ​ຂອງ​ລັດຖະບານ​ປະ​ເທດ​ນັ້ນ.

ຢູ່​ໃນ​ກອງ​ປະຊຸມ​ນັກ​ຂ່າວ​ທີ່​ທໍານຽບຂາວ​ໃນ​ວັນ​ສຸກ​ວານ​ນີ້ ທ່ານ Steve Mnuchin ລັດຖະມົນຕີກະຊວງ​ການຄັງກ່າວ​ວ່າ ການ​ລົງ​ໂທດ​ດັ່ງກ່າວ "​ແມ່ນ​ເຮັດ​ໃຫ້​ຫລຸດຄວາມ​ສາມາດ ຂອງ​ທ່ານ Maduro ​ໃນ​ການ​ຈ່າຍ​ໃຫ້ເປັນເພື່ອນມິດ​ທາງ​ການ​ເມືອງຂອງ​ທ່ານ ​ແລະຜູ້​ສະໜັບສະໜຸນລະບອບ​ການ​ປົກຄອງ​ຂອງ​ທ່ານນັ້ນລົງ."

ທ່ານ Mnuchin ກ່າວ​ເພີ້ມວ່າ "​ໃນ​ດ້ານ​ເສດຖະກິດ​ແລ້ວ ຂ້າພະ​ເຈົ້າຢາກວ່າ ​ແຜນ​ຂອງ​ພວກ​ເຮົາ​ສືບຕໍ່ສຸມ​ຄວາມ​ຮ້ອນ​ໃສ່​ລັດຖະບານເວ​ເນ​ຊູ​ເອລາ, ​ແລະ​ການ​ກະທໍາ​ສະ​ເພາະ​ເຫລົ່ານີ້ ທີ່​ພວກ​ເຮົາ​ພະຍາຍາມ​ເຮັດ​ໃຫ້​ສິ່ງ​ຕ່າງໆ ທີ່​ບໍ່​ເຮັດ​ໃຫ້​ປະຊາຊົນເວ​ເນ​ຊູ​ເອລາ​ໄດ້​ຮັບ​ຄວາມ​ເດືອດຮ້ອນ​ນັ້ນ ມີ​ຄວາມ​ສົມ​ດູ​ນກັນ."

ປະທານາທິບໍດີ Nicolas Maduro ກ່າວຄໍາປາໄສຕໍ່ພວກໂຮມຊຸມນຸມຕໍ່ຕ້ານປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ຢູ່ນະຄອນ Caracas, Venezuela ໃນວັນທີ 14 ສິງຫາ 2017.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ