ປ. ທຣໍາ ເປັນເຈົ້າພາບ ຕ້ອນຮັບ ຜູ້ນຳໄທ ທີ່ ຢູ່ເບື້ອງຫຼັງ ລັດຖະປະຫານ ຢູ່ທຳນຽບຂາວ

ປະທານາທິບໍດີດໍໂນລ ທຣໍາ ກ່າວລະຫວ່າງການພົບປະ ກັບນາຍົກລັດຖະມົນຕີໄທ ທ່ານ ປຣະຍຸດ ຈັນໂອຊາ ທີ່ທຳນຽບຂາວ.

ນາຍົກລັດຖະມົນຕີ​ໄທ ຢ້ຽມຢາມ​ທຳນຽບຂາວ ​ຊຶ່ງເປັນ​ການ​ໃຫ້​ກຽດ​ ທີ່ບໍ່ຄ່ອຍໄດ້​ເຫັນ
ສຳລັບ​ຜູ້ນຳ​ທະຫານ ທີ່​ໄດ້ເຮັດ​ລັດຖະປະຫານຍຶດອຳ​ນາດ​ໃນ​ປີ 2014 ​ແລະ​ໄດ້ຕ້ານ​
ຢັນ​ຕໍ່​ການນຳ​ເອົາ​ປະ​ເທດ​ກັບຄືນໄປ​ສູ່​ການ​ປົກຄອງ​ແບບ​ປະຊາທິ ປະ​ໄຕ.

ປະທານ​າທິບໍດີດໍໂນ​ລ ​ທຣໍາ ​ແລະ​ສະຕີ​ໝາຍເລກ​ນຶ່ງໄດ້​ຕ້ອນຮັບ​ທ່ານປຣະຍຸດ ຈັນ​ໂອ
ຊາ ​ແລະ​ພັນ​ລະ​ຍາ ທີ່​ທຳນຽບຂາວ ​ໃນ​ວັນ​ຈັນ​ວານ​ນີ້ ບ່ອນ​ທີ່​ຜູ້ນຳ​ທັງ​ສອງ​ໄດ້ເຈລະຈາ​
ຫາລື​ກັນທີ່​ທຳນຽບຂາວ.

ປະທານາທິບໍດີທຣໍາ​ໄດ້​ກ່າວ​ຕໍ່​ບັນດາ​ນັກຂ່າວ ກ່ອນຫັນ​ໄປ​ຫາຜູ້ນຳ​ໄທ ​ແລະ​ຮັບ​ຮູ້ວ່າ
“ຄວາ​ມສຳພັນ​ຂອງ​ພວກ​ເຮົາ​ກ່ຽວ​ກັບ​ການ​ຄ້າ ກຳລັງ​ກາຍມາ​ເປັນ​ທີ່​ສຳຄັນ​ເພີ້​ມຂຶ້ນຢ່າງ​ຫລວງຫລາຍ​ ​ແລະ​ເປັນ​ປະ​ເທດ​ທີ່​ຍິ່ງ​ໃຫຍ່​ທີ່​ເຮັດການ​ຄ້າ​ນຳຂ້າພະ ​ເຈົ້າ​ຄິດ​ວ່າ ​ພວກ
​ເຮົາ​ຈະ​ພະຍາຍາມ​ຂາຍ​ໃຫ້ທ່ານຕື່ມອີກ​ໜ້ອຍ​ນຶ່ງ​.”

ການ​ພົບ​ປະ​ຂອງ​ທ່ານ​ປຣະຍຸດ​ເທື່ອ​ທຳ​ອິດ​ກັບປະທານາທິບໍດີ​ທຣໍາ ​ມີ​ຂື້ນບໍ່​ເ​ທົ່າ​ໃດມື້
​ຫລັງ​ຈາກ​ສານ​ຢູ່​ໃນ​ປະ​ເທດ​ໄທ ​ໄດ້​ຕັດສິນ​ລົງ​ໂທດ​ແບບ​ລັບຫລັງ​ຕໍ່ນາຍົກ ລັດຖະມົນ​ຕີ
ທີ່​ທ່ານ​ໄດ້​ຖືກ​ໂຄ່ນ​ລົ້ມ ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ ​ຖືກຕັດສິນ​ຕິດ​ຄຸກ​ເປັນ​ເວລາ​ຫ້າ​ປີ​
ໃນ​ຖານ​ກະທຳ​ຄວາມ​ຜິດ​ປະລະ​ໜ້າ​ທີ່.

ບັນດາ​ກຸ່ມ​ສິດທິ​ມະນຸດ ​ແລະ​ສະຫະລັດ​ໄດ້​ຕິຕຽນ​ການ​ແຊກ​ແຊງ​ທາງ​ທະຫານ​ຂອງ​ປະ
​ເທດ​ໄທ ​ໂດຍ​ກ່າວ​ວ່າ​ໄດ້​ເກີ​ດຄວາມ​ເຊື່​ອມ​ໂຊ​ມດ້ານ​ສິດທິ​ມະນຸດ ​ແລະ​ ​ປະຊາທິປະ​ໄຕ. ນາຍົກລັດຖະມົນຕີ​ໄດ້​ໂຕ້​ຖຽງ​ວ່າ ການ​ປະຕິບັດ​ງານ​ເປັນ​ທີ່​ຈຳ​ເປັນ​ເພື່ອ​ຄວາມ​ທຸ່ນ​ທ່ຽງ​
ຂອງ​ປະ​ເທດ.

ປະທານາທິບໍດີດໍໂນລ ທຣໍາ ແລະສະຕີໝາຍເລກນຶ່ງ ທ່ານນາງ Melania ຮັບຕ້ອນນາຍົກ ລັດຖະມົນຕີໄທທ່ານ ປຣະຍຸດ ຈັນໂອຊາ ແລະພັນລະຍາ ທ່ານນາງນາຣາພອນ ຈັນໂອຊາ ທີ່ທຳນຽບຂາວ.

​ໂຄສົກ​ກະຊວງ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ Katina Adams ກ່າວ​ຕໍ່ ​ວີ​ໂອ​ເອ ​ໃນ
​ວັນ​ຈັນ​ວານ​ນີ້​ວ່າ ພວກ​ເຈົ້າ​ໜ້າ​ທີ່ “​ໄດ້​ຮຽກຮ້ອງ​ໃຫ້ເຈົ້າ​ໜ້າ​ທີ່​ໄທ​ເປັນ​ປະຈຳ ທັງ​ສ່ວນ​ໂຕ
​ແລະໂດຍ​ທາງ​ການ ​ເພື່ອ​ຄໍ້າ​ປະ​ກັນ​ວ່າ​ສິດທິ​ມະນຸດ ​ແລະສິດ​ເສລີພາບຂັ້ນພື້ນຖານແ​ມ່ນ
ຕ້ອງ​ໄດ້​ຮັບ​ການ​ນັບຖືຊຶ່ງ​ເປັນ​ການ​ສອດຄ່ອງ​ກັບພັນທະ​ສາກົນ​ຂອງປະ​ເທດ​ໄທ​.” ທ່ານ​
ນາງ​ກ່າວ​ວ່າພວກ​ກັນ​ການ​ທູດ​ຍັງ​ມີ​ຄວາມ​ເປັນ​ຫ່ວງ ​ກ່ຽວກັບການ​ຈຳກັດ​ສິດເສລີ​ພາບ ໃນການສະ​ແດງ​ອອກ​ ​ແລະ​ສິດ​ທິ​ໃນການ​ຊຸມ​ນຸ່ມ​ຢ່າງ​ສັນຕິ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

US Thailand