ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກ່າວໃນມື້ວັນສຸກວານນີ້ວ່າ ມິດຕະພາບລະ ຫວ່າງສະຫະລັດ ກັບຍີ່ປຸ່ນແມ່ນ “ເລິກເຊິ່ງຫຼາຍ” ແລະປະກາດວ່າ ການເປັນພັນທະມິດລະຫວ່າງປະເທດທັງສອງ ແມ່ນເປັນເສົາຫລັກສຳຄັນຂອງສັນຕິພາບໃນເຂດເອເຊຍຕາເວັນອອກ.
ທ່ານທຣຳ ກ່າວຕໍ່ກອງປະຊຸມຖະແຫຼງຂ່າວ ທີ່ທຳນຽບຂາວ ຮ່ວມກັບນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ວ່າ “ພວກເຮົາມີຄວາມໝັ້ນໝາຍ ຕໍ່ຄວາມໝັ້ນຄົງຂອງຍີ່ປຸ່ນ ແລະຕໍ່ທຸກຂົງເຂດທີ່ຢູ່ພາຍໃຕ້ການປົກຄອງ ແລະເສີມຄວາມເຂັ້ມແຂງເພີ້ມຕື່ມ ໃຫ້ແກ່ການເປັນພັນທະມິດ ທີ່ສຳຄັນຂອງພວກເຮົາ.”
ທ່ານ Abe ແລະທ່ານທຣຳ ໄດ້ບັນລຸການຕົກລົງກ່ຽວກັບຂອບ ການເຈລະຈາທາງດ້ານເສດຖະກິດແລະຂໍ້ຕົກລົງການຄ້າ ພາຄີຂ້າມມະຫາສະມຸດ ກໍຈະຮວມຢູ່ໃນເລື່ອງຕ່າງໆ ທີ່ຖືກຍົກຂຶ້ນມາຫາລືກັນ. ທ່ານທຣຳກ່າວວ່າ ຄວາມສຳພັນໃນດ້ານການຄ້າໃດໆກໍຕາມ ລະຫວ່າງປະເທດທັງສອງຈະຕ້ອງເປັນຄວາມສຳພັນທີ່ “ເສລີ ຍຸຕິທຳແລະຊີ້ນໄປປາມາ.”
Your browser doesn’t support HTML5
Trump Reassures Japan About US Commitment to Asia-Pacific
ຍີ່ປຸ່ນແມ່ນມີຄວາມວິຕົກກັງວົນກ່ຽວກັບຜົນກະທົບຈາກການຕັດສິນໃຈຂອງທ່ານທຣຳທີ່ໄດ້ຖອນໂຕອອກຈາກຂໍ້ຕົກລົງການຄ້າພາຄີຂ້າມມະຫາສະໝຸດປາຊີຟິກພ້ອມທັງຍຸດທະສາດ “ອາເມຣິກາມາກ່ອນ” ທີ່ຈະມີຕໍ່ເຂດເອເຊຍ.
ທ່ານ Abe ໄດ້ສະແດງຄວາມຫວັງອອກມາ ກ່ຽວກັບແຜນການກະຕຸກຊຸກຍູ້ເສດຖະກິດຮ່ວມທີ່ອາດຈະສ້າງວຽກເຮັດງານທຳຫລາຍໆພັນວຽກ ຢູ່ໃນສະຫະລັດ ໂດຍຜ່ານການລົງທຶນຂອງພາກເອກກະຊົນແລະຂອງລັດຖະບານ ໃນດ້ານພື້ນຖານໂຄງລ່າງ.
ພວກຜູ້ນຳທັງສອງເລີ້ມການເຈລະຈາເປັນເວລາສອງມື້ ທີ່ທຳນຽບຂາວໃນຕອນເຊົ້າວັນສຸກວານນີ້ ໂດຍອຳນວຍໃຫ້ພວກທ່ານ ມີໂອກາດໄດ້ເສີມສ້າງສົນທິສັນຍາດ້ານຄວາມ ໝັ້ນຄົງທີ່ມີການຈັດຕັ້ງກັນມາດົນນານແລ້ວນັ້ນ ແລະເສີມຄວາມເຂັ້ມແຂງໃຫ້ແກ່ຄວາມສຳພັນທາງດ້ານເສດຖະກິດຂອງພວກທ່ານ.
ທ່ານທຣຳ ພ້ອມດ້ວຍທ່ານ Abe ແລະພັນລະຍາຂອງພວກທ່ານ ໄດ້ເດີນທາງໄປເມືອງ Palm Beach ໃນລັດຟລໍຣິດາ ໃນຕອນບ່າຍວັນສຸກວານນີ້ ສຳລັບວັນສຸດສັບປະດາທີ່ ບ້ານພັກ Mar-a-Lago ຂອງທ່ານທຣຳ.
Your browser doesn’t support HTML5
US, Japan Leaders Depart for Florida
ການພົບປະສຸດຍອດເປັນເວລາສອງມື້ດັ່ງກ່າວເປັນຊ່ວງເວລາທີ່ທ່ານທຣຳໄດ້ພົບປະກັບຜູ້ນຳຕ່າງປະເທດດົນທີ່ສຸດ ນັບຕັ້ງແຕ່ທ່ານ ໄດ້ເຂົ້າຮັບຕຳແໜ່ງ ເປັນປະທານາທິບໍດີແຕ່ວັນທີ 20 ມັງກອນເປັນຕົ້ນມາ. ນີ້ແມ່ນການພົບປະແບບເຊິ່ງໜ້າຄັ້ງທີສອງຂອງທ່ານທຣຳ ກັບພັນທະມິດທີ່ສຳຄັນຂອງສະຫະລັດ ຫລັງຈາກທ່ານໄດ້ພົບປະ ກັບນາຍົກລັດຖະມົນຕີ Theresa May ແຫ່ງອັງກິດ ທີ່ນະຄອນຫຼວງວໍຊິງຕັນເມື່ອສອງອາທິດກ່ອນ.