ຍີ່ປຸ່ນໄດ້ສະແດງຄວາມຍິນດີແບບລະມັດລະວັງກັບຂ່າວທີ່ວ່າ ປະທານາທິບໍດີສະຫະ
ລັດ ທ່ານດໍໂນລ ທຣໍາ ຕ້ອງການຢາກກັບຄືນມາຮ່ວມພາຄີຂ້າມມະຫາສະໝຸດປາຊິຟິກ
ຫຼື TPP.
ທ່ານໂຕຊິມິສສຸ ໂມເຕກິ ລັດຖະມົນຕີກະຊວງການຄ້າຍີ່ປຸ່ນກ່າວໃນວັນສຸກມື້ນີ້ວ່າ “ຖ້າ
ຫາກນີ້ໝາຍຄວາມວ່າ ປະທານາທິບໍດີທຣໍາ ຊັ່ງຊາຢ່າງຖືກຕ້ອງແລ້ວເຖິງຄວາມສຳຄັນ
ແລະຜົນຂອງພາຄີຂ້າມມະຫາສະມຸດປາຊິຟິກ ມັນແມ່ນສິ່ງທີ່ພວກເຮົາ ຕ້ອງຍິນດີຕ້ອນ
ຮັບ.”ທ່ານກ່າວເພີ້ມອີກວ່າ ຂໍ້ຕົກລົງການຄ້ານີ້ "ເປັນສິ່ງລະອຽດອ່ອນທີ່ເຮັດດ້ວຍແກ້ວ" ຊຶ່ງເຮັດໃຫ້ຍາກຫຼາຍທີ່ຈະເຈລະຈາຄືນໃໝ່ ໃນພາກສ່ວນໃດໆກໍຕາມຂອງຂໍ້ຕົກລົງ.
ປະທານາທິບໍດີທຣໍາ ໄດ້ສັ່ງໃຫ້ຫົວໜ້າທີ່ປຶກສາທາງດ້ານເສດຖະກິດແລະການຄ້າຂອງ
ທ່ານໃນວັນພະຫັດວານນີ້ ສຶກສາເບິ່ງການທີ່ຈະກັບຄືນເຂົ້າຮ່ວມຂໍ້ຕົກ ລົງການຄ້າຂອງ
ບັນດາປະເທດທີ່ຕັ້ງຢູ່ແຄມຝັ່ງມະຫາສະໝຸດປາຊິຟິກທີ່ທ່ານໄດ້ປະຖິ້ມ ໃນປີກາຍນີ້
ສາມມື້ຫຼັງຈາກໄດ້ເຂົ້າກຳຕຳແໜ່ງ.
ບັນດາສະມາຊິກສະພາຈາກລັດທີ່ປູກຝັງ ກ່າວຫຼັງຈາກກອງປະຊຸມກ່ຽວກັບການຄ້າດ້ານກະສິກຳ ຢູ່ທີ່ທຳນຽບຂາວ ທີ່ປະທານາທິບໍດີ ດໍໂນລ ທຣໍາ ໄດ້ບອກທີ່ປຶກສາດ້ານເສດຖະກິດຂອງທ່ານຄືທ່ານແລຣີ ຄັດໂລ ແລະຜູ້ຕາງໜ້າດ້ານການຄ້າຂອງສະຫະລັດ
ທ່ານໂຣເບີດ ໄລທາຍເຊີ ຊັ່ງຊາເບິ່ງຜົນປະໂຫຍດເຖິງການກັບຄືນເຂົ້າຮ່ວມ TPP ຊຶ່ງ
ເປັນຂໍ້ຕົກລົງທີ່ໄດ້ມີການເຈລະຈາໂດຍລັດຖະບານຂອງທ່ານບາຣັກ ໂອບາມາ.
ສະມາຊິກສະພາສູງຈາກລັດເນບຣາສກາ ທ່ານເບັນ ແຊັສຊີ ຊຶ່ງເປັນສະມາຊິກ ຂອງ
ພັກຣີພັບບລິກັນ ທີ່ໄດ້ຕິຕຽນນະໂຍບາຍການຄ້າຂອງຂອງປະທານາທິບໍດີທຣໍາ ກ່າວ
ຢູ່ໃນຈຸດນຶ່ງຂອງກອງປະຊຸມທີ່ປະທານາທິບໍດີຫຼຽວໄປຫາທ່ານຄັດໂລ ແລະກ່າວວ່າ
“ແລຣີ ໄປເຮັດໃຫ້ມັນແລ້ວສາ.”
ທ່ານແຊັສຊີ ເປັນຜູ້ຕາງໜ້າຂອງລັດປູກຝັງຢູ່ເຂດພາກກາງທາງທິດທີ່ຂ້ອນຂ້າງໄປ
ທາງພາກຕາເວັນຕົກຂອງສະຫະລັດ. ທ່ານຮ້ອງການປ່ຽນແນວຄິດ ຂອງປະທານາທິ
ບໍດີທຣໍາ ກ່ຽວກັບການຄ້າ ຂ້າມມະຫາສະມຸດວ່າ “ເປັນຂ່າວດີ.” ທ່ານກ່າວວ່າ ປະທາ
ນາທິບໍດີໄດ້ໃຫ້ “ການຢືນຢັນຢ່າງສະໝໍ່າສະເໝີເຖິງແນວຄິດທີ່ ວ່າ TPP ບັດນີ້ ຈະ
ເປັນການງ່າຍຂຶ້ນ ສຳລັບການເຂົ້າຮ່ວມຂອງພວກເຮົາ.”
ບັນດາລັດຖະມົນຕີການຄ້າ ແລະຜູ້ຕາງທີ່ຍັງເຫຼືອຢູ່ຈາກ ພາຄີຂ້າມມະຫາສະໝຸດປາຊິຟິກ ຫຼື (TPP) ເຂົ້າຮ່ວມກອງປະຊຸມລັດຖະມົນຕີ TPP ທີ່ກອງປະຊຸມສຸດຍອດ ຮ່ວມມືເສດຖະກິດເອເຊຍປາຊິຟິກ (APEC) ວັນທີ 9 ພະຈິກ, 2017 ທີ່ປະເທດຫວຽດນາມ.
ປະທານາທິບໍດີທຣໍາມັກເວົ້າວ່າ ທ່ານມັກຂໍ້ຕົກລົງການຄ້າສອງຝ່າຍ ແທນທີ່ຈະເປັນຂໍ້
ຕົກລົງກັບຫຼາຍໆປະເທດ ໂດຍເຊື່ອວ່າ ສະຫະລັດ ຮັບມືບໍ່ໄດ້ດີປານໃດກັບຂໍ້ຕົກລົງ
ການຄ້າທີ່ໃຫຍ່ໆ. ຍັງບໍ່ເປັນທີ່ຈະແຈ້ງ ໃນທັນທີເທື່ອວ່າເປັນຫຍັງບັດນີ້ ທ່ານຈຶ່ງເປີດ
ກວ້າງ ຕໍ່ການກັບຄືນເຂົ້າຮ່ວມ TPP.
ປະທານາທິບໍດີທຣໍາກ່າວ ຕະຫຼອດການໂຄສະນາຫາສຽງຂອງທ່ານວ່າ “ພາຄີຂ້າມມະ
ຫາສະໝຸດປາຊິຟິກ ແມ່ນໄພພິບັດອີກອັນນຶ່ງທີ່ໄດ້ເຮັດແລະຊຸກຍູ້ໂດຍກຸ່ມຜົນປະໂຫຍດ
ພິເສດ ທີ່ຕ້ອງການລ້າງຜານປະເທດຂອງພວກເຮົາ ພຽງແຕ່ຍັງສືບຕໍ່ລ້າງຜານປະເທດ
ຂອງພວກເຮົາ. ນັ້ນຄືຂໍ້ຕົກລົງນີ້ ເຊັ່ນດຽວກັນ. ມັນເປັນຄຳເວົ້າທີ່ຮ້າຍແຮງ ມັນເປັນການ
ລ້າງຜານປະເທດຂອງພວກເຮົາ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Trump Pacific Trade Pact