ມະຫາເສດຖີພັນລ້ານ ທ່ານດໍໂນລ ທຣຳ ຈະສາບານໂຕເຂົ້າຮັບຕຳແໜ່ງເປັນປະທານາທິ ບໍດີ ຄົນທີ 45 ຂອງສະຫະລັດ ໃນອີກບໍ່ເທົ່າໃດຊົ່ວໂມງຂ້າງໜ້ານີ້.
ໃນຕອນແລງກ່ອນພິທີສາບານໂຕເຂົ້າຮັບຕຳແໜ່ງນັ້ນ ທ່ານທຣຳໄດ້ທຳນາຍວ່າປະເທດຊາດຈະໄດ້ເຫັນ “ບາງສິ່ງທີ່ໜ້າອັດສະຈັນຫຼາຍ” ເວລາທ່ານສາບານໂຕເຂົ້າຮັບຕຳແໜ່ງ.
ທ່ານທຣຳໃຫ້ຄຳໝັ້ນສັນຍາວ່າ ຈະເຮັດວຽກຢ່າງບໍ່ຮູ້ອິດເໝື່ອຍ ສ້າງຄວາມປຸ້ມລຸມສາມັກ ຄີໃຫ້ແກ່ປະເທດຊາດ ແລະ “ເຮັດໃຫ້ອາເມຣິກາຍິ່ງໃຫຍ່ສຳລັບທຸກໆຄົນ.”
Your browser doesn’t support HTML5
Trump speaks at inaugural concert, says things are going to change
ຫລັງຈາກໄດ້ເຂົ້າຊົມຄອນເຊີດ ທີ່ບໍລິເວນຂັ້ນໄດ ຂອງອະນຸສາວະລີລິນຄອນທີ່ນະຄອນຫລວງວໍຊິງຕັນໃນຕອນແລງວັນພະຫັດວານນີ້ແລ້ວ ທ່ານທຣຳກ່າວວ່າ ທີ່ຈິງແລ້ວ ທ່ານ ບໍ່ໄດ້ສົນໃຈວ່າ ອາກາດຈະດີຫຼືຝົນຈະຕົກ ໂດຍກ່າວຕໍ່ຫລາຍໆພັນຄົນວ່າ ໂລກທັງໂລກກຳລັງຈ້ອງມາເບິ່ງວ່າ ແມ່ນຫຍັງພວມເກີດຂຶ້ນຢູ່ໃນສະຫະລັດ.
ມີການພະຍາກອນວ່າ ຈະມີຝົນຕົກເລັກນ້ອຍ ແລະກໍອາກາດໜາວເຢັນ ໃນວັນສາບານ ໂຕເຂົ້າຮັບຕຳແໜ່ງຂອງທ່ານທຣຳໃນມື້ນີ້.
ຄວາມຮູ້ສຶກກໍ “ເຢັນໆ” ເຊັ່ນດຽວກັນ ໃນຄືນວັນພະຫັດວານນີ້ໃນຂະນະທີ່ພວກເດີນຂະບວນຕໍ່ຕ້ານທ່ານທຣຳ ທີ່ສົ່ງສຽງດັງ ໄດ້ປະທະກັບຕຳຫຼວດ ຢູ່ນອກສະໂມສອນນັກຂ່າວແຫ່ງຊາດທີ່ນະຄອນຫຼວງວໍຊິງຕັນ. ຢູ່ຂ້າງໃນແມ່ນງານດື່ມສັງສັນທີ່ເອີ້ນວ່າ “Deplora- ball” ພວມດຳເນີນໄປຢູ່.
ເບິ່ງວີດີໂອ ທ່ານ Pence ກ່າວຂອບໃຈ ທ່ານໂອບາມາ ແລະທ່ານໄບເດັນ
Your browser doesn’t support HTML5
Vice President-elect Mike Pence Thanks Obama for Smooth Transition
ພວກປະທ້ວງ ພາກັນຮ້ອງຂຶ້ນວ່າ “ບໍ່ມີທຣຳ ບໍ່ມີຟາຊິສ ຢູເອສເອ” ໃນຂະນະທີ່ຕຳຫຼວດ ຂັດ ຂວາງບໍ່ໃຫ້ພວກເຂົາເຈົ້າບໍ່ໃຫ້ເຂົ້າໄປໃກ້ອາຄານດັ່ງກ່າວ.
ພວກປະທ້ວງບາງຄົນໄດ້ພາກັນແກວ່ງສິ່ງຂອງເຂົ້າໃສ່ຕຳຫຼວດ. ມີການຈູດໄຟຂຶ້ນຢູ່ໃນຫົນທາງຢ່າງໜ້ອຍນຶ່ງບ່ອນ. ເຈົ້າໜ້າທີ່ໄດ້ນຳໃຊ້ການສີດສານເຄມີເຂົ້າໃສ່ຝູງຊົນ.
ທ່ານ Sean Spicer ຊຶ່ງຈະເປັນເລຂາດ້ານການຂ່າວຂອງທ່ານທຣຳ ກ່າວວ່າ ປະທານາ ທິບໍດີທີ່ຖືກເລືອກໃໝ່ ຍັງສືບຕໍ່ທຳການປ່ຽນແປງກ່ຽວກັບຄຳປາໄສທີ່ທ່ານຈະກ່າວຢູ່ບໍລິເວນຂັ້ນໄດຕຶກລັດຖະສະພາ ໃນຕອນທ່ຽງວັນສຸກມື້ນີ້. ທ່ານ Spicer ເວົ້າວ່າ “ຄຳປາໄສ ນີ້ຈະເປັນວິໄສທັດສ່ວນຕົວແທ້ໆຂອງ ທ່ານສຳລັບອາເມຣິກາ.”
Your browser doesn’t support HTML5
Trump Transition