​​​​​​ປ. ທຣຳ ​​ສະໜັບສະໜຸນ​ການ​ຮັດກຸມ ​ການ ກວດ​ຊີວະ​ປະຫວັດຂອງ​ພວກ​ທີ່​ຊື້​ປືນ​ທັງຫຼາຍ

ພາບຂອງວັນທີ 11 ມັງກອນ 2018 ສະແດງອາວຸດປືນ ເຄິ່ງອັດຕະໂນມັດ ທີ່ຢູ່ຂ້າງຂວາ ທີ່ເຫັນວ່າມີລູກກະສຸນ ເຕັມອັດຕາ ທີ່ເຮັດໃຫ້ຍິງໄດ້ໄວ ຕັ້ງຢູ່ເທິງໂຕະ ໃນຫ້ອງແລັບ ຄວບຄຸມ ຂອງການອາຊະຍາກຳທີ່ລັດ Washington ໃນນະຄອນ Seattle.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ພວມ​ສະໜັບສະໜຸນ​ຄວາມ​ພະຍາຍາມ​ທີ່​ລັດຖະບານ​ກາງຈະ​ຮັດກຸມ​ການກວດ​ຊີວະ​ປະຫວັດຂອງ​ພວກ​ທີ່​ຊື້​ປືນ​ທັງຫຼາຍ ຫຼັງ​ຈາກ​
ທີ່​ໄດ້​ມີ​ເຫດການ​ຍິງ​ສັງຫານ​ 17 ຄົນ ​ໃນ​ສັບປະດາ​ທີ່​ແລ້ວ​ນີ້ ທີ່ໂຮງຮຽນ​ມັດທະຍົມ​ປາຍ
​ໃນລັດ ຟລໍຣີດາ ຊຶ່ງ​ທຳນຽບຂາວ ​ໄດ້​ກ່າວ​ ​ໃນ​ວັນ​ຈັນ​ວານ​ນີ້. ການສະໜັບສະໜຸນຂອງ​
ທ່ານ​ທຣຳ ມີ​ຂຶ້ນ​ທ່າມກາງ​ຄວາມ​ຮຽກຮ້ອງ​ຕ້ອງການ​ທົ່ວ​ປະ​ເທດ​ໃຫ້​ມີ​ການ​ເອົາ​ບາດກ້າວ
​ທາງ​ກົດໝ​າຍທີ່​ຈະ​ລະ​ງັບ​ການ​ຍິງ​ສັງຫານ​ໝູ່.

ການ​ຢັ່ງຫາງ​ສຽງ​ຂອງໜັງສືພິມ Washington Post - ອົງການຂ່າວ ABC ​ທີ່​ໄດ້​ເຜີຍ​ແຜ່
​ໃນ​ວັນ​ຈັນ​ວານ​ນີ້ ວ່າ 86 ​ເປີ​ເຊັນ​ ຂອງ​ພວກ​ທີ່​ຕອບຄຳຖາມ ໄດ້​ແນະນຳ​ພວກ​ຕົນເອງ​
ສັງກັດຢູ່ໃນ​ພັກ​ເດ​ໂມ​ແຄຣັດ ​ກ່າວ​ວ່າ ຖ້າມີ​ກົດໝາຍ​ທີ່​ຮັດກຸມ​ຂຶ້ນ​ກວ່າ​ເກົ່າ ມັນອາດ
​ສາມາດ​ປ້ອງ​ກັນ​ເຫດການ​ສັງຫານ​ໝູ່ ​ໃນ ລັດ ຟລໍຣີດາ​ໄດ້. ​ໃນ​ຂະນະ​ທີ່ 67 ​ເປີ​ເຊັນ
ຂອງ​ພວກ​ທີ່​ເອີ້ນ​ຕົວ​ເອງ​ວ່າ​ເປັນຣີພັບ​ບລິ​ກັນ ​ໄດ້​ກ່າວ​ວ່າ ກົດໝາຍ​ທີ່​ຮັດກຸມ​ຂຶ້ນ​ກວ່າ​ເກົ່າ
ບໍ່​ສາມາດ​ທີ່​ຈະ​ປ້ອງ​ກັນ​ເຫດການ​ສັງຫານ​ໝູ່​ໄດ້.

ມີ​ຫຼາຍ​ກວ່າ 3 ສ່ວນ 4 ຂອງ​ທັງ​ສອງ​ກຸ່ມ ​ໄດ້​ກ່າວ​ວ່າ ການກວດ​ເບິ່ງ​ ​ແລະ​ການ​ຮັກສາ
ເລື່ອງ​ສະພາບ​ຈິດ​ທີ່​ມີ​ປະສິດທິ​ຜົນ ນັ້ນ​ ແມ່ນ​ຈະ​ສາມາດ​ປ້ອງ​ກັນ​ເຫດ​ຮ້າຍ​ດັ່ງກ່າວ
​ນີ້​ໄດ້.

ພາບວີດີໂອ ສະແດງໃຫ້ເຫັນເຖິງຂອງຜູ້ຕ້ອງສົງໄສວ່າ ຍິງທີ່ໂຮງຮຽນມັດທະຍົມປາຍ ທ້າວ Nikolas Cruz (ກາງ) ປະກົດຕົວຕໍ່ໜ້າຜູ້ຳພາກສາສານ ທ່ານນາງ Kim Theresa Mollica ໃນສານເຂດ Broward County, ວັນພະຫັດ ວັນທີ 15 ກຸມພາ 2018, ໃນເມືອງ Fort Lauderdale, ລັດ Fla.

ທັງ​ໝົດ​ແລ້ວ ປະມານ 77 ​ເປີ​ເຊັນ​ຂອງ​ພວກ​ທີ່​ຕອບ​ຄຳ​ຖາມ ​ໄດ້​ກ່າວ​ວ່າ ລັດຖະສະພາ ​
ແມ່ນ​ບໍ່​ໄດ້​ເຮັດ​ວຽກ​ພຽງພໍ ​ເພື່ອ​ປ້ອງ​ກັນ ການ​ສັງຫານ​ໝູ່ ​ໃນ​ສະຫະລັດ ​ໃນ​ຂະນະ​ທີ່
62 ​ເປີ​ເຊັນ ​ໄດ້​ກ່າວ​ວ່າ ທ່ານ​ທຣຳ ​ແມ່ນ​ບໍ່​ໄດ້​ເອົາ​ບາດກ້າວ​ທີ່​ພຽງພໍ.

​ໂຄສົກ​ທຳນຽບຂາວ ທ່ານ​ນາງ ​ຊາຣາ ຮັກ​ກາ​ບີ ​ແຊນ​ເດີ ​ໄດ້​ກ່າວ​ວ່າ ທ່ານ​ທຣຳ ​ໄດ້ໂອ້​ລົມ​
ກັບ​ທ່ານ John Cornyn ສະມາຊິກ​ສະພາ​ສູງ​ສັງກັດ​ພັກຣີພັບ​ບລີ​ກັນ ຈາກ​ລັດ Texas
ໃນ​ສັບປະດາ​ແລ້ວ​ນີ້​ ກ່ຽວ​ກັບ​ການ​ປະກອບ​ຮ່າງ​ກົດໝາຍ ​ແບບ​ທັງສ​ອງພັກ​ການ​ເມືອງ
ກັບ​ທ່ານ Chris Murphy ສະມາຊິກ​ສະພາ​ສູງ​ ສັງກັດ​ພັກ​ເດ​ໂມ​ແຄຣັດ ຜູ້​ຊຶ່ງ​ຕໍ່ຕ້ານ​
ການ​ມີອາວຸດ​ປືນ ໃນຄອບ​ຄອງ​ ມາ​ເປັນ​ເວລາ​ດົນ​ນານ​ແລ້ວ ​ເພື່ອ​ປັບປຸງ​ການ​ກວດກາ​
ປະຫວັດ. ການ​ດັດ​ແກ້​ກົດໝາຍ​ທີ່​ວ່າ​ແມ່ນ​ກຳລັງ​ມີຂຶ້ນ ​ໃນ​ການ​ເຈລະຈາ​ຢູ່.

ທ່ານ John Doll ຈາກເມືອງ Renton, ລັດ Washington ຖືປ້າຍທີ່ອ່ານວ່າ "ພວກຜູ້ຄົນມີສິດ ທີ່ຈະຄອບຄອງອາວຸດປືນ" ໃນການປະທ້ວງປືນ ທີ່ລັດຖະສະພາຂອງລັດ ທີ່ເມືອງ Olympia, Wash.

ທ້າວ Nikolas Cruz ​ໄວ 19 ປີ ທີ່​ທາງ​ຕຳຫຼວດ​ກ່າວ​ວ່າ ​ໄດ້​ຮັບ​ສາລະພາບ​ວ່າ ລາວ​ໄດ້​ຍິງ​ສັງຫານ ພວກ​ນັກ​ຮຽນ 14 ຄົນ ​ແລະ​ຜູ້​ໃຫຍ່​ອີກ 3 ຄົນ ​ໃນ​ເມືອງ Parkland, ລັດ

ຟລໍຣີດາ ​ໂຮງຮຽນ​ມັດທະຍົມ​ປາຍ​ທີ່​ລາວ​ໄດ້​ຖືກ​ໄລ່​ອອກ​ ​ໃນ​ປີ​ກາຍ​ນີ້ ​ແມ່ນສາມາດ​ທີ່​
ຈະຊື້ປືນ AR-15 ​ໄດ້ ​ຫຼັງ​ຈາກທີ່​ໄດ້​ກວດ​ປະຫວັດແລ້ວ. ທ້າວ Cruz ທີ່​ສວມ​ໃສ່ຊຸດ​ສີ​
ສົ້ມ​ແດງທີ່​ໄດ້​ໄປ​ປະກົດ​ຕົວ​ໜ້ອຍ​ນຶ່ງ​ທີ່​ສານ ​ໃນ​ວັນ​ຈັນ​ວານ​ນີ້ ​ໃນ​ຂະນະ​ທີ່ພວກ​ທະນາຍ
ຄວາມ​ໄດ້​ອະທິບາຍ​ຂັ້ນ​ຕອນການ​ດຳ​ເນີນ​ການ ​ໃນ​ຄະດີ​ອາ​ຊະຍະ​ກຳ​ທີ່​ມີ​ການວາງ​ແຜນ
​ໄວ້ລ່ວງ​ໜ້າຕ້ານ​ລາວ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ນາງ Angelina Lazo ໄວ 18, ກາງ, ນັກຮຽນປີສຸດທ້າຍທີ່ໂຮງຮຽນມັດທະຍົມປາຍ Marjory Stoneman Douglas ຖືປ້າຍຮ່ວມກັບພວກນັກຮຽນຄົນອື່ນໆ ແລະພວກພໍ່ແມ່ນຜູ້ປົກຄອງ ທີ່ຢູ່ໃກ້ໆກັບ ໂຮງຮຽນດັ່ງກ່າວ ໃນເມືອງ Parkland, Fla.