ປະທານາທິບໍດີດໍໂນລ ທຣຳ ອອກເດີນທາງໃນວັນພະຫັດມື້ນີ້ ໄປຍັງພາກຕາເວັນຕົກສຽງ
ໃຕ້ຂອງລັດ Florida ເພື່ອຮັບຟັງລາຍງານ ກ່ຽວກັບຄວາມພະຍາຍາມ ເພື່ອໃຫ້ການຊ່ອຍ
ເຫຼືອແລະຟື້ນຕົວຄືນຈາກເຮີຣິເຄນ Irma ແລະພົບປະກັບພວກຜູ້ຄົນທີ່ໄດ້ຮັບເຄາະຈາກ
ພາຍຸທີ່ຮ້າຍແຮງຫົວນີ້.
ໝາຍກຳນົດການຂອງທ່ານທຣຳ ແມ່ນຮວມທັງ ການຢຸດແວ່ ທີ່ຄ້າຍ Fort Myers ແລະ Naples. ຈຸດສູນກາງຂອງເຮີຣິເຄນ Irma ໄດ້ພັດຜ່ານຂົງເຂດດັ່ງກ່າວໃນຂະນະທີ່ມັນ
ມຸ່ງໜ້າຂຶ້ນເໜືອ ທາງກ້ຳຕາເວັນຕົກຂອງລັດ Florida ດ້ວຍລົມແຮງ ປະສົມປະສານກັບ
ຝົນ ຕົກໜັກ ແລະພາຍຸນີ້ ໄດ້ເຮັດໃຫ້ລະດັບນ້ຳ ສູງຂຶ້ນ ແລະພາໃຫ້ເກີດນ້ຳຖ້ວມ ໃນບໍລິ
ເວນກວ້າງ.
ຕຳຫຼວດ ຕິດເທັບ ຫ້າມເຂົ້າ ໃນສູນບຳບັດ ໃນເຂດ Hollywood Hills ທີ່ເມືອງ Hollywood, ລັດ Florida, 13 ກັນຍາ 2017.
ທ່ານ ໄດ້ປະກາດໄປແລ້ວ ໃຫ້ລັດ Florida ເປັນເຂດທີ່ປະສົບໄພທຳມະຊາດຮ້າຍແຮງ
ຊຶ່ງການເຄື່ອນໄຫວດັ່ງກ່າວ ໄດ້ເລັ່ງລັດໃນການອະນຸມັດເງິນຊ່ອຍເຫຼືອບັນເທົາທຸກຂອງລັດຖະບານກາງ.
ຄວາມພະຍາຍາມເພື່ອຟື້ນໂຕຄືນແມ່ນກຳລັງດຳເນີນຢູ່, ແຕ່ເຈົ້າໜ້າທີ່ ໄດ້ເຕືອນວ່າ
ມັນອາດຈະໃຊ້ເວລາດົນນານ ເພື່ອປົວແປງຜົນກະທົບ ທີ່ໄດ້ຮັບຈາກເຮີຣິເຄນຫົວນີ້
ຊຶ່ງໄດ້ ສ້າງຄວາມເສຍຫາຍຮ້າຍແຮງ ໃຫ້ແກ່ໝູ່ເກາະໃນເຂດທະເລ Caribbean ນຳ.
ພວກທະຫານ ເຂດ 602 ໜ່ວຍຮັກສາພະຍາບານ ພາກັນຍ່າງຢູ່ຂ້າງນອກ ເຮືອບິນຂົນສົ່ງ C-17 ໃນຄ້າຍທະຫານ Pope ໃນຂະນະທີ່ ພວກເຂົາເຈົ້າ ຖືກສົ່ງໄປປະຕິບັດງານ ທີ່ເກາະ St. Thomas ໃນໝູ່ເກາະ Virgin ຂອງສະຫະລັດ ໃນການຊ່ອຍເຫຼືອ ບັນເທົາທຸກ ແລະຟື້ນຄືນ ພວກທີ່ໄດ້ຖືກກະທົບຈາກ ເຮີຣິເຄນ Irma, ທີ່ Fort Bragg, N.C., 13 ກັນຍາ 2017.
ການສ້ອມແປງລະບົບໄຟຟ້າໃຫ້ກັບມາໃຊ້ໄດ້ຄືນໃໝ່ນັ້ນ ແມ່ນເປັນບູລິມມະສິດສູງສຸດ
ໃນລັດ Florida ບ່ອນທີ່ໃນຄືນວັນພຸດວານນີ້ ປະມານ 30 ເປີເຊັນຂອງລັດແມ່ນຍັງບໍ່ມີ
ໄຟຟ້າໃຊ້ ແລະການຟື້ນຟູ ລະບົບໄຟຟ້າ ໃຫ້ກັບມາໃຊ້ໄດ້ທັງໝົດນັ້ນ ຈະກິນເວລາເປັນ
ຫຼາຍໆສັບປະດາ.
ເຈົ້າໜ້າທີ່ພວມທຳການສືບສວນເບິ່ງວ່າ ການບໍ່ມີໄຟຟ້າໃຊ້ພຽງພໍ ເພື່ອແລ່ນເຄື່ອງປັບ
ອາກາດໃນບ້ານພັກຄົນຊະລາ ທີ່ເປັນເຫດໃຫ້ມີ 8 ຄົນເສຍຊີວິດໃນເມືອງ Hollywood
ລັດ Florida ນັ້ນຫຼືບໍ່.
ເຈົ້າໜ້າທີ່ໜ່ວຍຍາມຝັ່ງ ຕັດສາຍເຊືອກ ເພື່ອຊ່ອຍໝາ ຫຼັງຈາກທີ່ໄດ້ຂົນຍ້າຍຜູ້ຄົນ ຫຼາຍກວ່າ 95 ຄົນແລະສັດລ້ຽງ ຈາກເກາະ St. Thomas ຊຶ່ງເປັນພາກສ່ວນນຶ່ງຂອງການຊ່ອຍຟື້ນຟູ ບັນເທົາທຸກ ໃນເກາະ St. Thomas, ໝູ່ເກາະ Virgin ຂອງສະຫະລັດ, 12 ກັນຍາ 2017.
ການພົບເຫັນ ກ່ຽວກັບການເສຍຊີວິດນີ້ ມີຂຶ້ນເວລາໂຮງພະຍາບານທີ່ຢູ່ກົງກັນຂ້າມກັບ
ບ້ານພັກຄົນຊະລາ ໄດ້ຮັບຜູ້ປ່ວຍທີ່ສູງອາຍຸ ຍ້ອນສະພາບອາກາດຮ້ອນເອົ້າຊຶ່ງພາໃຫ້ມີ
ການຍົກຍ້າຍ 115 ຄົນ ອອກຈາກບ້ານພັກຄົນຊະລາທີ່ວ່ານີ້.
ຜູ້ປົກຄອງລັດ ທ່ານ Rick Scott ໄດ້ຮຽກຮ້ອງໃຫ້ມີການສືບສວນທາງອາຍາ ໂດຍເອີ້ນສະຖານະການນີ້ວ່າ “ບໍ່ສາມາດເຂົ້າໃຈໄດ້.”
ບ້ານພັກສຳຫຼັບພວກທີ່ອອກກະສຽນແລ້ວນັ້ນ ເບິ່ງຄືວ່າ ບໍ່ມີໄຟຟ້າໃຊ້ ນັບຕັ້ງແຕ່ພາຍຸ
ໄດ້ພັດເຂົ້າປະທະ. ຍັງບໍ່ເປັນທີ່ຈະແຈ້ງທີ່ວ່າ ເປັນຫັຍງເຄື່ອງປັ່ນໄຟ ຈຶ່ງບໍ່ສາມາດເຮັດ
ໃຫ້ຕຶກອາຄານມີຄວາມເຢັນໄດ້.
ທ່ານ Scott ໄດ້ສັ່ງເຈົ້າໜ້າທີ່ໃຫ້ມີການກວດກາເບິ່ງພວກບ້ານພັກຄົນຊະລາ ໃນທົ່ວລັດ Florida.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ