ປ. ທຣຳ ປຸກລະດົມ ບັນດາຜູ້ແທນ ຂອງພັກຣີພັບບລິກັນ ດ້ວຍການກ່າວເຕືອນເຖິງ ການເລືອກຕັ້ງ ທີ່ຖືກ ‘ສໍ້ໂກງ’

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ສະແດງທ່າທາງຢູ່ທີ່ກອງປະຊຸມພັກຣີພັບບລີກັນແຫ່ງຊາດ ໃນເມືອງຊາຣລອດຕ໌ ຂອງລັດຄາໂຣໄລນາເໜືອ.

ບໍ່ເທົ່າໃດນາທີຫຼັງຈາກທີ່ບັນດາຜູ້ແທນພັກຣີພັບບລີກັນ ຢູ່ທີ່ກອງປະຊຸມພັກຣີພັບ ບລີກັນແຫ່ງຊາດໃນເມືອງຊາຣລອດຕ໌ ຂອງລັດຄາໂຣໄລນາເໜືອໄດ້ມອບໝາຍໃຫ້ທ່ານເປັນຜູ້ຕາງໜ້າພັກ ລົງແຂ່ງຂັນເປັນປະທານາທິບໍດີ ຢ່າງເປັນທາງການ ໃນວັນຈັນວານນີ້ ຊຶ່ງປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວຕໍ່ບັນດາຜູ້ແທນວ່າ ພຽງທາງດຽວເທົ່ານັ້ນ ທີ່ພັກເດໂມແຄຣັດ ຈະສາມາດເອົາຊະນະທ່ານໄດ້ ຢູ່ທີ່ໜ່ວຍປ່ອນບັດເລືອກຕັ້ງໃນເດືອນພະຈິກກໍແມ່ນການລັກຂະໂມຍເອົາການເລືອກ ຕັ້ງດ້ວຍການໃຊ້ວິທີລົງຄະແນນສຽງຜ່ານທາງໄປສະນີ.

“ພວກເຂົາເຈົ້າພະຍາຍາມຈະສໍ້ໂກງເອົາການເລືອກຕັ້ງ” ທ່ານທຣໍາ ໄດ້ປະກາດໄປໂດຍປາສະຈາກຫຼັກຖານ ໃນລະຫວ່າງການອອກມາປາກົດໂຕ ຢູ່ທີ່ກອງປະ ຊຸມທີ່ເປັນທາງການ ຊຶ່ງບໍ່ໄດ້ແຈ້ງໃຫ້ຊາບ ແຕ່ກໍໄດ້ຄາດໝາຍກັນແລ້ວວ່າທ່ານຈະມາປາກົດໂຕໃນກອງປະຊຸມ. ທ່ານທຣຳ ກ່າວອີກວ່າ “ສົມມຸດວ່າ ພວກເຂົາ ເຈົ້າຈະບໍ່ສົ່ງບັດເລືອກຕັ້ງທາງໄປສະນີ ໄປໃຫ້ຄຸ້ມບ້ານຂອງພັກຣີພັບບລີກັນເດ້.”

ການເລືອກຕັ້ງກຳລັງຖືກລໍ່ຫຼອມໃຫ້ເປັນ “ການຫຼອກລວງທີ່ຍິ່ງໃຫຍ່ທີ່ສຸດໃນປະ ຫວັດສາດດ້ານການເມືອງ” ນັ້ນແມ່ນຄຳເຫັນຂອງທ່ານປະທານາທິບໍດີ ໃນການກ່າວຄຳປາໄສ ທີ່ສ່ວນໃຫຍ່ແລ້ວ ບໍ່ໄດ້ເປັນໄປຕາມບົດຄຳປາໄສ ໃນວັນທຳອິດຂອງກອງປະຊຸມພັກຣີພັບບລີກັນ.

ໃນພາກສ່ວນນຶ່ງຂອງວິທີດຳເນີນການປະຊຸມທີ່ໄດ້ຖືກປັບລົງຢ່າງໃຫຍ່ ໃນການຮັບມືກັບການລະບາດລະດັບໂລກ ຂອງໄວຣັສໂຄໂຣນານັ້ນ ມີພຽງກຸ່ມຜູ້ແທນ ນ້ອຍໆຈາກພັກຣີພັບບລີກັນທັງໝົດ ເຂົ້າຮ່ວມໃນການແຕ່ງຕັ້ງທ່ານທຣຳ ແລະ ຮອງປະທານາທິບໍດີ ໄມຄ໌ ເພັນສ໌ ສຳລັບສະໄໝທີສອງ.

ໃນເວລາຕໍ່ມາ ເກືອບນຶ່ງຊົ່ວໂມງເຂົ້າໃນການກ່າວຄຳປາໄສຂອງທ່ານ ທ່ານປະ ທານາທິບໍດີ ຜູ້ທີ່ນຳຫຼັງທ່ານໂຈ ໄບເດັນ ຜູ້ທີ່ຖືກແຕ່ງຕັ້ງໃຫ້ຕາງໜ້າພັກເດໂມແຄຣັດແຂ່ງຂັນເປັນປະທານາທິບໍດີ ໃນການຢັ່ງຫາງສຽງທົ່ວປະເທດ ດ້ວຍ 8 ຫາ 9 ເປີເຊັນຢູ່ນັ້ນ ໄດ້ກ່າວຫາພັກເດໂມແຄຣັດ “ນໍາໃຊ້ ໄວຣັສ COVID ເພື່ອລັກເອົາການເລືອກຕັ້ງ.”

ທ່ານທຣຳ ລົງແຂ່ງຂັນເອົາສະໄໝທີ່ສອງແລະສະໄໝສຸດທ້າຍ ໄດ້ຖືກຕ້ອນຮັບຂຶ້ນສູ່ກາງເວທີຢູ່ທີ່ກອງປະຊຸມ ດ້ວຍສຽງຮ້ອງໂຮວ່າ “ຕື່ມອີກສີ່ປີ” ຈາກບັນດາຜູ້ແທນຂອງພັກທ່ານ.

ໃນຂະນະທີ່ທ່ານທຣຳ ໄດ້ກ່າວໂຈມຕີຕໍ່ທ່ານໄບເດັນ ແລະພັກເດໂມແຄຣັດ ຢູ່ນັ້ນ ອະດີດສະມາຊິກສະພາສູງຈາກລັດອາຣີໂຊນາ ທ່ານແຈັບຟ໌ ເຟລກ ໂດຍມີບັນດາອະດີດສະມາຊິກສະພາຕ່ຳຈາກພັກຣີພັບບລີກັນຊາວກວ່າຄົນຢູ່ຄຽງຂ້າງທ່ານ ກໍໄດ້ຮັບຮອງເອົາທ່ານໄບເດັນ ໃຫ້ເປັນປະທານາທິບໍດີ. ທ່ານເຟລກເປັນ ຜູ້ທີ່ຕ້ອງຕິທ່ານທຣຳ ມາຍາວນານ ໄດ້ຂຽນບົດຄວາມເຫັນລົງໃນໜັງສືພິມວໍຊິງຕັນໂພສ໌ທ ເມື່ອເດືອນກັນຍາປີກາຍນີ້ວ່າ ປະທານາທິບໍດີຄົນນີ້ ໄດ້ “ພິສູດໃຫ້ເຫັນແລ້ວວ່າ ເປັນຜູ້ທີ່ບໍ່ສົມຄວນ ໄດ້ຮັບຕຳແໜ່ງທີ່ສູງສຸດທີ່ພວກເຮົາມີ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ