ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ປົດຜູ້ອຳນວຍການ ອົງການ
ສັນຕິບານກາງ ຫຼື FBI ຂອງສະຫະລັດ ທ່ານ James Comey ອອກຈາກຕຳແໜ່ງ
ຊຶ່ງໄດ້ກໍ່ໃຫ້ເກີດມີຄຳຖາມຕ່າງໆ ກ່ຽວກັບການສືບສວນໃນການແຊກແຊງເຂົ້າໃນ
ການເລືອກຕັ້ງປະທານາທິບໍດີ ເມື່ອເດືອນພະຈິກ ຜ່ານມາ ຂອງຣັດເຊຍ ແລະ ອາດ
ເປັນໄປໄດ້ວ່າ ມີການສົມຮູ້ຮ່ວມຄິດ ລະຫວ່າງ ບັນດາທີ່ປຶກສາຂອງທ່ານທຣຳ ແລະ
ຜູ້ທີ່ມີສ່ວນກ່ຽວຂ້ອງຂອງຣັດເຊຍ.
ທ່ານ ທຣຳ ໃນໜັງສືສະບັບນຶ່ງ ທີ່ຂຽນແບບບໍ່ເກງໃຈ ຫາທ່ານໂຄມີ ເມື່ອວັນອັງຄານ
ວານນີ້ ໄດ້ບອກທ່ານໂຄມີ ວ່າ: “ໂດຍໜັງສືສະບັບນີ້ ທ່ານໄດ້ຖືກສັ່ງໃຫ້ ປົດອອກ
ຈາກຕຳແໜ່ງ ໂດຍມີຜົນໃນທັນທີ.” ທ່ານປະທານາທິບໍດີ ກ່າວຕື່ມວ່າ ທ່ານໂຄມີ
“ແມ່ນບໍ່ສາມາດນຳພາ ອົງການດັ່ງກ່າວ ຢ່າງມີປະສິດທິພາບໄດ້.”
ສະມາຊິກ ຄະນະກຳມະການກອງທັບຂອງສະພາສູງ ສະມາຊິກສະພາສູງ ທ່ານ Lindsey Graham ກ່າວຖະແຫລງ ຢູ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 5 ມັງກອນ 2017.
ຜູ້ອຳນວຍການ ອົງການ FBI ໄດ້ຖືກແຕ່ງຕັ້ງໃຫ້ຮັບໜ້າທີ່ ເປັນເວລາ 10 ປີ. ທ່ານ
ໂຄມີ ໄດ້ຖືກແຕ່ງຕັ້ງ ເມື່ອສີ່ປີກ່ອນ.
ທ່ານໂຄມີ ກຳລັງກ່າວຖະແຫລງ ຕໍ່ພະນັກງານຂອງອົງການ FBI ກຸ່ມນຶ່ງ ໃນລັດ
California ເມື່ອທ່ານໄດ້ຮຽນຮູ້ວ່າ ທ່ານໄດ້ຖືກປົດອອກຈາກຕຳແໜ່ງ. ສື່ມວນຊົນ
ລາຍງານວ່າ ທ່ານໄດ້ເຫັນ ຂ່າວການປົດທ່ານອອກຈາກຕຳແໜ່ງ ຢູ່ໂທລະພາບ ແຕ່ໃນເບື້ອງຕົ້ນ ທ່ານຄິດວ່າ ມັນເປັນການລໍ້ຫລິ້ນ. ມາເຖິງເວລານີ້ ທ່ານບໍ່ໄດ້ໃຫ້
ຄວາມເຫັນໃດໆ ຕໍ່ສາທາລະນະຊົນ.
ຜູ້ນຳສຽງສ່ວນນ້ອຍໃນສະພາສູງ ທ່ານ Charles Schumer ຈາກລັດ ນິວຢອກ, ຖືໜັງສືສະບັບນຶ່ງ ຂອງພັກຣີພັບບລີກັນ ກ່ຽວກັບ ການຮັກສາສຸຂະພາບ ໃນຂະນະທີ່ກ່າວຖະແຫລງ ຕໍສື່ມວນຊົນ, ວັນທີ 9 ພຶດສະພາ 2017, ຢູ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ.
ເຫດຜົນກ່ຽວການປົດທ່ານໂຄມີອອກຈາກຕຳແໜ່ງ ໄດ້ຖືກອະທິບາຍ ຢູ່ໃນໜັງສື
ສອງສະບັບ ທີ່ຂຽນໂດຍລັດຖະມົນຕີກະຊວງຍຸຕິທຳ ທ່ານ Jeff Sessions ແລະ
ທ່ານ Rod Rosenstein ຮອງລັດຖະມົນຕີຂອງທ່ານ. ພວກເພິ່ນຕາມຫຼັກການແລ້ວ
ໄດ້ກ່າວຫາ ທ່ານໂຄມີ ວ່າ ໄດ້ນຳໃຊ້ກົດໝາຍ ຕາມໃຈຂອງທ່ານ.
Your browser doesn’t support HTML5
Sen. Dick Durbin on Comey Firing
ທ່ານ Rosenstein ໄດ້ກ່າວຫາ ຜູ້ອຳນວຍການ ອົງການ FBI ວ່າ ທ່ານໂຄມີ “ໄດ້ທຳ
ຄວາມຜິດ ຢ່າງຮ້າຍແຮງ” ໃນການຈັດການ ກັບຜົນສະຫລຸບ ຂອງການສືບສວນ
ສອບສວນ ອີແມລຂອງທ່ານນາງ Hillary Clinton ຄູ່ແຂ່ງຂອງທ່ານ ທຣຳ ໃນການ
ເລືອກຕັ້ງທົ່ວໄປ ທ່ານ Rosenstein ກ່າວຫາວ່າ ຜູ້ອຳນວຍການ ອົງການ FBI ຍາດ
ເອົາອຳນາດຂອງລັດຖະມົນຕີ ກະຊວງຍຸດຕິທຳ ທີ່ຜິດຕໍ່ກົດໝາຍ ໃນເວລາ ທ່ານໂຄມີ ໄດ້ສະຫລຸບວ່າ ບໍ່ຄວນມີການກ່າວຟ້ອງໃດໆ ຕໍ່ອະດີດລັດຖະມົນຕີຕ່າງປະເທດ.
ມັນຍັງບໍ່ທັນຈະແຈ້ງເທື່ອວ່າ ເປັນຫຍັງທ່ານທຣຳ ເອົາມາດຕະການດັ່ງກ່າວ ຊຶ່ງໃນ
ເວລານີ້ ເກີດເຫດການທີ່ໜ້າເປັນຫ່ວງ ທີ່ໄດ້ເກີດຂຶ້ນຫຼາຍເດືອນຜ່ານມາແລ້ວ ກ່ອນ
ທີ່ ທ່ານໄດ້ຮັບໄຊຊະນະ ການເລືອກຕັ້ງປະທານາທິບໍດີ ເມື່ອເດືອນພະຈິກຜ່ານມາ.
Your browser doesn’t support HTML5
House Minority Leader Charles Schumer statement on Comey firing