ທຳນຽບຂາວ ໃຫ້ອົງການ FBI ມີອິດສະຫລະ ຫຼາຍຂຶ້ນ ໃນການສືບສວນ ທ່ານ ຄາແວນໍ

ປະທານາທິບໍດີ ດໍໂນລ ທຣຳ ຢຸດຢູ່ຊົ່ວຄາວ ຂະນະທີ ຟັງຄຳຖາມຕ່າງໆ ຈາກບັນດາສະມາຊິກ ຂອງສື່ມວນຊົນ ກ່ຽວກັບ ທ່ານ ແບຣັດ ຄາແວນໍ ຜູ້ຖືກສະເໜີ ໃຫ້ເປັນຜູ້ພິພາກສາ ສານສູງສຸດ ສະຫະລັດ ຢູ່ທີ່ສວນກຸຣາບ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 1 ຕຸລາ 2018.

ທຳ​ນຽບ​ຂາວ​ໄດ້​ອະ​ນຸ​ຍາດ​ໃຫ້​ອົງ​ການ​ສັນ​ຕິ​ບານ​ກາງ ຫຼື FBI ​ໂອ້​ລົ​ມກັບ​ຜູ້​ໃດ​ກໍ​ຕາມທີ່
ຕົນ​ຕ້ອງ​ການ ໃນ​ການ​ສືບ​ສວນ​ກ່ຽວ​ກັບ​ ຜູ້​ທີ່ຖືກສະ​ເໜີ​ຊື່​ໃຫ້​ເປັນ ຜູ້ພິ​ພາກ​ສາ​ ສານ​
ສູງ​ສຸດ ​ສະ​ຫະ​ລັດ ທ່ານ ​ແບ​ຣັ​ຕ ຄາແວນໍ ​ຕາບ​ໃດ​ທີ່​ມັນ​ຈະ​ແລ້ວ​ສຳ​ເລັດລົງ ພາຍ​ໃນ
​ທ້າຍ​ສັບ​ປະ​ດາ​ນີ້ ອີງ​ຕາມລາຍ​ງານຂອງ​ສື່​ມວນ​ຊົນ.

ການ​ອອກ​ຄຳ​ສັ່ງດັ່ງ​ກ່າວມີ​ຂຶ້ນ ຫຼັງ​ຈາກ​ທີ່​ມີ​ການ​ຕ້ອງ​ຕິ​ຂອງ ​ພັກ​ເດ​ໂມ​ແຄ​ຣັດ ວ່າ
ທຳ​ນຽບ​ຂາວ ອາດ​ຈະ​ພະ​ຍາ​ຍາມ ​ທີ່​ຈະ​ຈຳ​ກັດຂອບ​ເຂດ ​ໃນ​ການ​ສືບ​ສວນ​ ​ກ່ຽວ​ກັບ
ການ​ລວນ​ລາມ​ທາງ​ເພດ ​ທີ່​ໄດ້​ມີ​ການ​ກ່າວ​ຫາ​ ຕໍ່ ​ທ່​ານ ຄາແວນໍ ນັ້ນ.

ທ່ານ​ນາງ ຄ​ຣິ​ສ​ຕີນ​ ເບ​ລ​ຊີ ຝອ​ຣ໌ດ​ ໄດ້ໃຫ້​ການ​ໃນ​ສັບ​ປະ​ດາ​ແລ້ວ​ນີ້ ​ຕໍ່​ໜ້າ​ຄະ​ນະ​
ກຳ​ມະ​ການຕຸ​ລາ​ການ​ ສະ​ພາ​ສູງ ທີ່​ວ່າ ທ່ານ ຄາແວນໍ ໄດ້​ລວນ​ລາມ​ທາງ​ເພດລາວ
ໃນ​ງານ​ສັງ​ສັນ ເມື່ອປີ 1982 ຕອນ​ທີ່​ພວກ​ເຂົາ​ເຈົ້າ ​ຍັງ​ເປັນ​ນັກ​ຮຽນ ​ມັດ​ທະ​ຍົມ​ປາຍ​ນັ້ນ.
ທ່ານ ຄາແວນໍ ໄດ້ປະຕິ​ເສດ​ ຢ່າງ​ໂກດ​ແຄ້ນ ຕໍ່​ຄະ​ນະ​ກຳ​ມະ​ການ ຈາກການກ່າວ​ຫາ​
ດັ່ງ​ກ່າວ.

ມີ​ແມ່​ຍິງ​ອີກ 2 ຄົນ ໄດ້​ກ່າວ​ຫາ​ວ່າ ທ່ານ ຄາແວນໍ​ ລວນ​ລາມ​ທາງ​ເພດ ຕໍ່​ພວກເຂົາ​ເຈົ້າ.

ທ່ານ​ນາງ ຄ​ຣິ​ສ​ຕີນ​ ເບ​ລ​ຊີ ຝອ​ຣ໌ດ ໃຫ້ປາກຄຳ ຕໍ່ໜ້າ ຄະນະກຳມະການຕຸລາການ ສະພາສູງ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 27 ກັນຍາ 2018.

ໜັງ​ສື​ພິມ The New York Times ໄດ້​ກ່າວ​ວ່າ ອົງ​ການ FBI ໄດ້​ສຳ​ພາດ​ກັບ​ພວກ​
​ພິ​ຍານ​ທີ່​ເຫັນ​ເຫດ​ການ​ໄປ​ແລ້ວ 4 ຄົນ ທີ່​ທ​ຳ​ນຽບ​ຂາວ ແລະ​ສະ​ມາຊິກ​ສະ​ພາ​ສູງ ​ພັກ​
ຣີ​ພັບບ​ຣີ​ກັນ ໄດ້​ອະ​ນຸ​ມັດ​ໃຫ້​ສອບ​ປາກ​ຄຳ​ນັ້ນ. ເພື່ອນ​ຂອງ ທ່ານ ຄາແວນໍ ຄື​ທ່ານ ມາ​ຄ໌
ເຈິຣ໌ຈ ແລະ​ ທ່ານ ພີ ເຈ ສ​ມິ​ທ, ເພື່ອນ​ຂອງ​ ທ່ານ​ນາງ ຝອ​ຣ໌ດ ຄື​ ທ່ານ ​ລີ​ລານ ຄີ​ເຊີ​ຣ໌
ແລະ ​ທ່ານ​ນາງ ​ເດັບ​ໂບຣາ ຣາ​ມີ​ແຣຊ໌ ນຶ່ງ​ໃນ​ພວກ​ແມ່ຍິງ ທີ່​ໄດ້​ກ່າວ​ຫາ ທ່ານ ຄາແວນໍ
ກ່ຽວ​ກັບ ​ການ​ລວນ​ລາມ​ທາງ​ເພດ​ນັ້ນ.

ໃນ​ຂະ​ນະ​ທີ່ ທ່ານ​ທ​ຣຳ ເບິ່ງ​ຄື​ວ່າເປີດກວ້າງ ໃນອັນ​ທີ່​ທ່ານ​ເອີ້ນ​ວ່າ “​ການ​ສືບ​ສວນ
​ຢ່າງ​ລະ​ອຽດ”
ໂດຍ​ອົງ​ການ FBI ທີ່​ທ່ານ​ໄດ້​ກ່າວ​ ໃນ​ກອງ​ປະ​ຊຸມ​ຖະ ​ແຫຼງ​ຂ່າວໃນ​ວັນ
​ຈັນ​ວານ​ນີ້ ວ່າ “ອົງ​ການ FBI ຄວນ​ຈະ​ສຳ​ພາດຜູ້​ໃດ​ກໍ​ຕາມ​ທີ່​ພວກ​ເຂົາ​ເຈົ້າ​ຕ້ອງ​ການ​
ໃນ​ຂອບ​ເຂດ​ຂອງ​ເຫດ​ຜົນ, ແຕ່​ວ່າ ເຈົ້າ​ຈະ​ຕ້ອງເວົ້າວ່າ ຢູ່​ໃນ​ຂອບ​ເຂດຂອງ​ເຫດ​ຜົນ.”

ທ່ານ​ທ​ຣຳໄດ້ກ່າວ​ວ່າ ​ມັນ “ບໍ່​ໄດ້​ລົບ​ກວນ​ຂ້າ​ພະ​ເຈົ້າ​ແມ່ນ​ແຕ່​ນ້ອຍ” ຖ້າ​ຫາກວ່າ
ອົງ​ການ FBI ໄດ້​ສອບ​ປາກ​ຄຳ​ພວກ​ແມ່​ຍິງ​ທັງ 3 ຄົນ​ ທີ່​ໄດ້​ກ່າວ​ຫາ ທ່ານຄາ ແວນໍວ່າ
ລວນ​ລາມ​ທາງ​ເພດ​ນັ້ນ ແລະ​ຍັງ​ໄດ້​ກ່າວ​ວ່າມັນ​ຈະ​ເປັນ​ການ “ດີ” ຖ້າ​ ຫາກວ່າ ​ຈະ​ສອບ
​ປາກ​ຄຳ ທ່ານຄາແວນໍນຳ​ດ້ວຍ.

ແຕ່​ວ່າ ປະ​ທາ​ນາ​ທິ​ບໍ​ດີ ຍັງ​ໄດ້​ກ່າວ​ວ່າ ອົງ​ການ FBI ຈຳ​ເປັນ​ທີ່​ຈະ​ທຳ​ຕາມ​ຄຳ​ສັ່ງ​ຂອງ​
ສະ​ມາ​ຊິກສະ​ພາ​ສູງພັກ​ຣີ​ພັບ​ບ​ລີ​ກັນທີ່​ຄະ​ແນນ​ສ່ວນ​ຫຼາຍ 51 ສຽງ ຂອງພວກ​ທ່ານ ​
ຈະ​ຕັດ​ສິນ​ຊີ້​ຂາດ ​ກ່ຽວ​ກັບວ່າ ທ່ານຄາແວນໍ ຈະ​ໄດ້​ເປັນ​ຜູ້​ພິ​ພາກ​ສາສານ​ສູງ​ສຸດ​
ສະ​ຫະ​ລັດ​ຫຼື​ບໍ່.

Your browser doesn’t support HTML5

Kavanaugh Nomination Puts US Senate to the Test

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ