ປ. ທຣໍາວ່າ ການ​ໃຊ້ ວັດຖຸລະເບີດ ໂຈມຕີ ​ເຈົ້າ​ໜ້າ​ທີ່ ​ຂັ້ນ​ສູງ ສຫລ “ເປັນ​ການ​ໂຈມ​ຕີ ​ຕໍ່​ປະ​ຊາ​ທິ ​ປະ​ໄຕ ​ຂອງ​ເຮົາເອງ”

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ທີ່​ກ່າວ​ຕໍ່​ ພວກ​ເຂົ້າ​ຮ່ວມ​ການ​ໂຮມ​ຊຸມ​ນຸມ​ທາງ​ການ​ເມືອງ ຢູ່ເມືອງ Mosinee ລັດສິສຄອນຊິນ ໃນ​ແລງວັນ​ພຸ​ດ ທີ 24 ຕຸລາ, 2018

ການ​ແນ​ເປົ້າ​ໝາຍ​ໃສ່​ພວກ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ໃນ​ປັດຈຸ​ບັນແລະ​ໃນ​ອະ​ດີດຂອງລັດ​ຖະ​
ບານສະ​ຫະລັດ​ ໂດຍການ​ໃຊ້​ວັດ​ຖຸ​ລະ​ເບີດ “ແມ່ນ​ການ​ໂຈມ​ຕີ​ຕໍ່​ປະ​ຊາ​ທິ​ປະ​ໄຕ​ຂອງ
​ເຮົາ​ຢູ່​ໃນ​ໂຕ​ຂອງ​ມັນ,” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານດໍ​ໂນ​ລ ທ​ຣຳ
ທີ່​ກ່າວ​ຕໍ່​ ພວກ​ເຂົ້າ​ຮ່ວມ​ການ​ໂຮມ​ຊຸມ​ນຸມ​ທາງ​ການ​ເມືອງ ເພື່ອຊ່ວຍຜູ້​ສະ​ໝັກ​ເລືອກ​ຕັ້ງ
​ຈາກ​ພັກ​ຣີ​ພັບ​ບ​ລິ​ກັນ ໃນ​ແລງວັນ​ພຸ​ດ ມື້ວານນີ້.

ຄຳ​ຖະ​ແຫລງ​ຂອງ​ທ່ານ ທີ່​ກ່າວ​ຢູ່​ໃນ​ລັດ​ວິ​ສ​ຄອນ​ຊິນ ແມ່ນ​ມີ​ຂຶ້ນ​ພາຍ​ຫລັງ​ທີ່ ພວກ​ເຈົ້າ
​ໜ້າ​ທີ່​ລັດ​ຖະ​ບານ​ກາງ​ເວົ້າ​ວ່າ ພວກເຂົາ​ເຈົ້າ​ກຳ​ລັງ​ຊອກ​ຫາ​ຜູ້​ທີ່​ສົ່ງລະ​ເບີດທໍ່​ໄປ​ຫາ​ປະ
​ທາ​ນາ​ທິ​ບໍ​ດີ​ບາ​ຣັກ ໂອ​ບາ​ມາ ແລະ​ທ່ານ​ນາງ ຮິ​ລ​ລາ​ຣີ ຄ​ລິນ​ຕັນ ຄູ່​ແຂ່ງ​ຂອງ​ທ່ານທ​ຣຳ
ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ປີ 2016 ແລະ ພວກ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດທີ່​ສຳ​ຄັນ
ທ່ານ​ອື່ນໆ​ອີກ.

ຕະ​ຫຼອດ​ມື້​ວານນີ້ ພວກ​ຜູ້​ນຳ​ຈາກທັງ​ສອງ​ພັກໃຫຍ່ຮຽກ​ຮ້ອງ​ໃຫ້​ມີປະ​ຕິ​ບັດ​ແບບທີ່ມີ
​ກາ​ນ​ເຄົາ​ລົບ​ນັບ​ຖື​ຊຶ່ງ​ກັນ​ແລະ​ກັນ​ຄືນ​ອີກ ​ຢູ່​ໃນ​ວົງ​ການການ​ເມືອງ ຊຶ່ງ​ເປັນ​ຫົວ​ຂໍ້​ທີ່​ທ່ານ​
ທ​ຣຳ ນຳ​ເອົາ​ໄປ​ເວົ້າ​ຢູ່​ໃນ​ການ​ໂຮມ​ຊຸມ​ນຸມດັ່ງກ່າວ.

Your browser doesn’t support HTML5

Trump Calls for Unity, Blames Media Amid Bomb Threats

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ​ກ່າວ​ວ່າ "ບໍ່​ຄວນມີ​ໃຜ​ປຽບ​ທຽບ​ ພວກ​ຄັດ​ຄ້ານ​ທາງ​ການ​ເມືອງຂອງ
​ຕົນ ໃສ່​ພວກ​ທີ່​ຊົ່ວ​ຮ້າຍ​ໃນ​ປະ​ຫວັດ​ສາດ ຢ່າງຂາດ​ການຢັ້ງ​ຄິດ ຊຶ່ງ​ຄົນ​ມັກພາ​ກັນ​ເຮັດ
ແລະ​ກໍ​ເຮັດ​ຢູ່​ຕະ​ຫຼອດ​ມາ. ອັນ​ນີ້ ຈະ​ຕ້ອງ​ຍຸຕິລົງ." ທ່ານ​ກ່າວ​ເພີ້ມ​ວ່າ "ພວກ​ເຮົາ​ບໍ່​ຄວນ
ກໍ່​ການ​ຈາ​ລະ​ຈົນ​ຄົນ​ຢູ່​ໃນ​ສາ​ທາ​ລະ​ນະ​ຊົນ ຫລື ທຳ​ລາຍ​ຊັບ​ສິນ​ສ່ວນ​ລວມ. ມີ​ທາງ​ດຽວ
ທີ່​ຈະ​ແກ້​ໄຂ​ຄວາມ​ຄິດ​ທີ່​ຂັດ​ແຍ້ງ​ກັນ ຂອງ​ພວກ​ເຮົາ​ໄດ້ ສິ່ງນັ້ນເອີ້ນ​ວ່າ ການ​ເຮັດ​ແບບ
​ສັນ​ຕິ ຢູ່ຫີບ​ປ່ອນ​ບັດ​ເລືອກ​ຕັ້ງ. ນັ້ນ​ຄື​ສິ່ງ​ທີ່​ພວກ​ເຮົາ​ຢາກ​ໃຫ້​ເຮັດ."

ທ່ານ​ທ​ຣຳ ຊຶ່ງເປັນ​ຄົນທີ່​ຮູ້​ກັນ​ດີ ​ໃນ​ເລື້ອງ​ຕຳ​ໜິ​ຄົນ​ອື່ນ​ແບບເປັນການ​ສ່ວນ​ຕົວ ​ຢູ່​ກາງສາ​
ທາ​ລະ​ຊົນ ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ຄົນພາ​ກັນ "ຍຸ​ຕິ​ການ​ປະ​ຕິ​ບັດ​ຕໍ່​ຜູ້​ຄັດ​ຄ້ານ​ທາງ​ການ​ເມືອງ
​ຂອງ​ຕົນ ແບບ​ວ່າ​ພວກ​ເຂົາ​ເຈົ້າ​ເປັນ​ຄົນ​ທີ່​ມີຂໍ້​ບົກ​ຜ່ອງ​ທາງ​ສິນ​ລະ​ທຳ."

ໂດຍ​ເວົ້າ​ສະ​ເພາະ​ສຳ​ລັບ​ຕົວ​ຂອງ​ທ່ານ​ເອງ ​ແບບບໍ່ແກ້ຕົວຕໍ່​ພວກ​ເຂົ້າຮ່ວມ​ການ​ໂຮມ​ຊຸມ
​ນຸມ​ທາງ​ການ​ເມືອງຂອງ​ທ່ານນັ້ນ ທ່ານ​ທ​ຣຳ ທີ່​ເວົ້າ​ວ່າ "ຂ້າ​ພະ​ເຈົ້າ​ພະ​ຍາ​ຍາມ​ທີ່​ຈະເປັນ
​ຄົນ​ໃຈ​ດີ," ຍັງ​ໄດ້​ຕຳ​ໜິ​ພວກ​ໃນ​ວົງ​ການ​ຂ່າວ​ວ່າ ເຮັດ​ໃຫ້​ມີ​ນ້ຳ​ສຽງທີ່ບໍ່​ດີ​ຕໍ່​ກັນໃນ​ລະ​ດັບ
​ຊາດ.ທ່ານ​ກ່າວ​ວ່າ "​ວົງ​ການ​ຂ່າວ​ກໍ​ມີ​ຄວາມ​ຮັບ​ຜິດ​ຊອບ​ເຊັ່ນ​ກັນ ​ໃນ​ການ​ເຮັດ​ໃຫ້​ມີ​ນ້ຳ
ສຽງທີ່​ສຸ​ພາບ​ຕໍ່​ກັນ ແລະ​ໃຫ້ຍຸ​ຕິຄວາມ​ມຸ້ງ​ຮ້າຍ​ຢ່າງບໍ່​ສຸດບໍ່​ສິ້ນ ແລະ​ມີ​ລັກ​ສະ​ນະ​ທີ່ບໍ່​ດີ
ຢູ່​ຕະ​ຫລອດ​ການ ແລະ​ມີ​ຫລາຍ​ຄັ້ງ ມັກ​ທຳ​ການ​ໂຈມ​ຕີ​ແບບ​ຜິດ​ໆ".

Your browser doesn’t support HTML5

Trump on Investigation, Political Violence

ທ່ານ​ແຈັ​ຟ ຊັກ​ເຄີ (Jeff Zucker) ປະ​ທານ​ຂອງ​ອົງ​ການຂ່າວ CNN ໄດ້ຂຽນ​ຖະແຫລງ
​ການ​ສະ​ບັບ​ນຶ່ງ​ອອກ​ມາ ຊຶ່ງ​ເວົ້າ​ວ່າ ສະ​ມາ​ຊິກໃນຄະນະລັດຖະບານ ຂອງທ່ານທຣໍາ "ບໍ່ມີຄວາມເຂົ້າໃຈຫຍັງເລີຍ" ກ່ຽວກັບຄວາມຮ້າຍແຮງໃນການ ໂຈມຕີຕໍ່ອົງການຂ່າວ
ຢູ່ເລື້ອຍໆນັ້ນ.

ທ່ານ​ ຊັກ​ເຄີເວົ້າວ່າ "ປະທານາທິບໍດີ ແລະໂດຍສະເພາະແລ້ວ ໂຄສົກປະຈໍາ ທໍານຽບ
ຂາວ ຄວນເຂົ້າໃຈວ່າ ຄໍາເວົ້າຕ່າງໆແມ່ນມີຄວາມສໍາຄັນ. ທີ່ຜ່ານມາ ພວກເພິ່ນ
ບໍ່ໄດ້ສະແດງໃຫ້ເຫັນວ່າ ພວກເພິ່ນເຂົ້າໃຈເລື້ອງນີ້ເລີຍ.”

ເຈົ້າໜ້າທີ່ຮັກສາຄວາມປອດໄພຂອງສະຫະລັດ ນັ່ງຢູ່ລົດຢູ່ບ່ອນຢຸດລົດແຫ່ງນຶ່ງໃກ້ກັບບ້ານຢູ່ຂອງ ອະດີດປະທານາທິບໍດີ ບາຣັກ ໂອບາມາ ຢູ່ນະຄອນວໍຊິງຕັນ ໃນວັນທີ 24 ຕຸລາ 2018.

ທ່ານນາງ ຊາຣາ ຮັກກາບີ ແຊນເດີສ໌ (Sarah Huckabee Sanders) ໂຄ ສົກປະຈໍາ
ທໍານຽບຂາວຕອບຄືນໂດຍຜ່ານທວີດເຕີ ໂດຍກ່າວຫາທ່ານ ຊັກເຄີວ່າ ເຮັດໃຫ້ມີຄວາມ
ແຕກແຍກກັນ.

​ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ