ປ. ທຣໍາ ​ໄລ່ ສະມາຊິກ​ສະພາ​ ທີ່​ປຶກສາ ​ປະທານາທິບໍດີ ກ່ຽວກັບ ​ໂຣກ​ເອສ໌ ທີ່​ຍັງ​ເຫລືອຢູ່ ອອກການ

ແມ່ຍິງ ແລະເດັກນ້ອຍ ຢູ່ສູນ "Maiti Nepal," ສໍາລັດຜູ້ໄດ້ຮັບເຄາະຮ້າຍຈາກການຖືກຫລອກໄປຂາຍໂຕ ເປັນໂສເພນີ ໄດ້ຈຸດທຽນລະນຶກ ໃນວັນກ່ອນວັນໂຣກເອດສ໌ ຂອງໂລກຢູ່ນະຄອນກັດມັນດູ ໃນເນປານໃນວັນທີ 30 ພະຈິກ, 2016.

ລັດຖະບານ​ຂອງ​ທ່ານ​ທຣໍາ​ໄດ້​ໄລ່ສະມາຊິກ​ທີ່​ຍັງ​ເຫລືອ​ຢູ່​ໃນ​ສະພາ​ທີ່​ປຶກສາ​ແກ່​ປະທານາ ທິບໍດີ ກ່ຽວກັບ​ໂຣກ​ເອສ໌ ຫລື HIV ຊຶ່ງ​ເອີ້ນອີກ​ຢ່າງ​ນຶ່ງ​ວ່າ ​ແປັກ​ຈາ (PACHA) ນັ້ນ.

ອີງ​ຕາມການ​ລາຍ​ງານ​ຂອງໜັງສື​ພິມ Washington Post ສະມາຊິກ​ສະພາດັ່ງກ່າວ​ໄດ້​ຮັບ​ຈົດໝາຍ​ໃນ​ອາທິດ​ນີ້ ທີ່​ເວົ້າວ່າ ການ​ຈ້າງ​ງານ​ຂອງ​ພວກ​ເຂົາ​ເຈົ້າ ຢູ່​ໃນ​ສະພາ​ໄດ້​ສິ້ນສຸດ​ລົງ​ແລ້ວ "​ໂດຍ​ມີ​ຜົນ​ບັງຄັບ​ໃຊ້​ໃນ​ທັນທີ​ທັນ​ໃດນີ້​ໂລດ."

ສະພາ PACHA ​ໄດ້​ຖືກ​ສ້າງຕັ້ງຂຶ້ນ​ໃນ​ປີ 1995 ​ໃນ​ສະ​ໄໝຂອງ​ລັດຖະບານ​ທ່ານ​ຄລິນ​ຕັນ ​ເພື່ອ​ໃຫ້​ຄໍາ​ປຶກສາ​ແກ່​ທໍານຽບຂາວ ​ກ່ຽວກັບຍຸດ​ທະ​ສາດ ​ແລະ​ນະ​ໂຍບາຍດ້ານ​ໂຣກ​ເອດສ໌ ຫລື HIV.

ສະມາຊິກ​ສະພາດັ່ງກ່າວ 6 ຄົນ ທີ່​ບໍ່ພໍ​ໃຈ​ຕໍ່ການ​ດໍາ​ເນີນ​ງານຂອງ​ທໍານຽບຂາວກ່ຽວກັບ​ນະ​ໂຍບາຍ​ທາງ​ສາທາລະນະ​ສຸກ ​ໄດ້​ພາກັນລາ​ອອກ​ການ​ໃນ​ເດືອນ​ມິຖຸນາ​ຜ່ານ​ມາ. ທ່ານ
Scott Schoettes, ທະນາຍຄວາມ​ຢູ່​ອົງການທີ່​ປຶກສາ​ທາງ​ກົດໝາຍ Lambda, ຊຶ່ງ​ເປັນ​ອົງການ ​ທີ່ປົກ​ປ້ອງ​ສິດ​ຂອງ​ພວກ​ຮັກ​ຮ່ວມ​ເພດ ຫລື LGBT ​ແມ່ນ​ຜູ້​ນຶ່ງ​ໃນ​ຈໍາ​ນວນ​ພວກ
​ທີ່​ລາ​ອອກ​ນັ້ນ.

ທ່ານ​ຂຽນ​ໃນ​ວາລະສານ Newsweek ​ໃນ​ຕອນ​ນັ້ນວ່າ ປະທານາທິບໍດີສະຫະລັດ ທ່ານ
ດໍ​ໂນ​ລ ທຣໍາ "ຕັ້ງບໍ່​ໃຫ້​ຄວາມ​ສົນ​ໃຈ​ຕໍ່" ຄົນ​ທີ່ເປັນ​ໂຣກ​ເອດ​ສ໌ ຫລື HIV. ທ່ານ
Schoettes ຍັງ​ເວົ້າອີກ​ວ່າ ຄະນະ​ລັດຖະບານ​ຂອງ​ທ່ານ​ທຣໍາ "ພັກ​ດັນ​ໃຫ້​ມີ​ນິຕິ​ກໍາ ທີ່​ຈະ
​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຄົນ​ທີ່​ດໍາລົງ​ຊີວິດ​ກັບ​ເຊື້ອ HIV ​ແລະເຮັດ​ໃຫ້​ຄວາມ​ກ້າວໜ້າ
ທີ່​ສໍາຄັນທີ່​ຍາດ​ມາ​ໄດ້​ໃນການ​ຕໍ່ສູ້​ກັບ​ພະຍາດນີ້​ໃຫ້ຢຸດ​ສະ​ງັກລົງ ຫລືບໍ່ກໍ​ໄດ້​ຕ່າວ​ປີ້ນມັນ."

ທ່ານ John East, (ຊ້າຍ) ແລະທ່ານ Scott Schoettes ສົນທະນາກ່ຽວກັບການຟ້ອງຮ້ອງທາງສານ ທີ່ອົງການ Lambda Legal ໄດ້ຍື່ນໃນວັນທີ 20 ກຸມພາ, 2014 ຕໍ່ບໍລິສັດປະກັນໄພ 3 ແຫ່ງຢູ່ລັດ Louisiana

ທ່ານ​ໄດ້​ກ່າວ​ຕໍ່ໜັງສື​ພິມ Washington Post ​ໃນວັນສຸກ​ວານ​ນີ້ວ່າ, "ຈຸດ​ຕ່າວ​ປີ້ນສໍາລັບ​ຂ້າພະ​ເຈົ້າກໍ​ຄື ​ແນວທາງ​ຂ​ອງປະທານາທິບໍດີ ​ຕໍ່ກົດໝາຍຮັກສາ​ສຸຂະ​ພາບ​ໃນ​ລາຄາ​ຍ່ອຍ​ເຍົາ ຫລື Affordable Care Act," ທີ່ທ່ານ​ເວົ້າວ່າ "ມັນ​ມີ​ຄວາມ​ສໍາຄັນ​ຫລາຍ​ຕໍ່ຄົນ​ທີ່​ເປັນ​ໂຣກ​ເອດ​ສ໌ ​ເຊັ່ນ​ດຽວກັບ​ຂ້າພະ​ເຈົ້າ​ເອງ."

ທ່ານ Schoettes ກ່າວ​ຢູ່​ໃນ​ວາລະ​ສານ Newsweek ວ່າ ຄົນ​ສ່ວນ​ຫລາຍ​ໃນ​ສັງຄົມ​ບໍ່ຮູ້​ເລີຍ​ວ່າ “ມີ​ແຕ່​ປະມານ 40 ​ເປີ​ເຊັນ​ຂອງ​ຄົນ​ທີ່​ເປັນ​ໂຣກ​ເອດ​ສ໌ ຢູ່​ສະຫະລັດ​ເທົ່າ​ນັ້ນທີ່​ໄດ້​ຮັບ​ຢາ​ທີ່​ຊ່ວຍ​ໃຫ້​ມີ​ຊີວິດຢູ່​ໄດ້ ທີ່​ມີ​ໄວ້​ໃຫ້​ຄົນ​ໃຊ້​ເປັນ​ເວລາ​ນານ​ກວ່າ 20 ປີນັ້ນ - ມັນ​ເປັນ​ເລື່ອງ​ທີ່​ຮັບ​ເອົາ​ບໍ່​ໄດ້ ທີ່​ປະທານາທິບໍດີ​ສະຫະລັດບໍ່ຮູ້ຈັກ​ຄວາມ​ເປັນ​ຈິງ​ດັ່ງກ່າວ​ນີ້ ​ແລ້ວ​ສ້າງຕັ້ງລັດຖະບານ​ທີ່​ບໍ່​ໃຫ້​ຄວາມ​ສໍາຄັນ​ຕໍ່ການ​ຕໍ່ສູ້​ຕ້ານ​ການລະ​ບາດ​ຂອງ​ພະຍາດ​ນີ້ ​ແລະສາ​ເຫດ​ທີ່​ພາ​ໃຫ້ເປັນພະຍາດ​ນີ້ ຫລືບໍ່ກໍ​ໄດ້​ປະ​ຕິ​ບັດ​ນະ​ໂຍບາຍ ​ແລະ​ໃຫ້ການ​ສະໜັບສະໜຸນ​ແກ່​ນິຕິ​ກໍາ ທີ່​ຈະ​ຕ່າວ​ປີ້ນຄວາມ​ກ້າວທີ່​ຍາດ​ມາ​ໄດ້​ໃນ​ຊຸມ​ປີຜ່ານມາ​ນີ້.”

ທ່ານ B. Kaye Hayes, ຜູ້ອໍານວຍການດ້ານບໍລິຫານຂອງ PACHA ເວົ້າຢູ່ໃນຖະ
ແຫລງການສະບັບນຶ່ງວ່າ ການໄລ່ຄົນອອກການຖືວ່າເປັນສ່ວນນຶ່ງຂອງຄວາມພະ
ຍາຍາມຂອງທໍານຽບຂາວ ທີ່ຈະ “ເອົາປາກສຽງຂອງຄົນອື່ນເຂົ້າມາ.”

ແຕ່ວ່າ ຢູ່ໃນຖະແຫລງການສະບັບນຶ່ງທີ່ເຜີຍແຜ່ອອກໃນວັນສຸກວານນີ້ ດຣ. David
Kilmnick, ຜູ້ອໍານວຍການດ້ານບໍລິຫານຂອງ ເຄືອຂ່າຍຄົນຮັກຮ່ວມເພດ ຢູ່ນະຄອນ
ນີວຢອກຜັດເຫັນການເຄື່ອນໄຫວດັ່ງກ່າວແຕກຕ່າງກັນໄປ. ການໄລ່ສະມາຊິກຂອງ
ສະພາອອກແມ່ນ “ເປັນການກະທໍາແປກປະຫລາດ ແລະຊົ່ວຮ້ານອີກອັນນຶ່ງຂອງ
ລັດຖະບານທ່ານທຣໍາ ຢູ່ໃນຄວາມພະຍາຍາມຂອງທ່ານທີ່ມີມາເປັນເວລານຶ່ງປີ
ເພື່ອລົບລ້າງປະຊາຄົມຮັກຮ່ວມເພດ ແລະສ້າງບັນຫາທີ່ມີຜົນກະທົບຕໍ່ພວກເຮົາ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ