ທ່ານ​ທ​ຣຳ ຮຽກ​ຮ້ອງ​ໃຫ້ ປະ​ຕິ​ຮູບ​ກົດ​ໝາຍ​ຂໍ​ລີ້​ໄພ ຊຶ່ງ​ຮວມ​ທັງ ຄ່າ​ທຳ​ນຽມ​ຕ່າງໆນຳ

ພວກ​ຄອບ​ຄົວ ທີ່​ຊອກ​ຫາ​ຊ່ອງ​ທາງ​ເພື່ອ​ຂໍ​ລີ້​ໄພ​ໃນ​ສະ​ຫະ​ລັດ ລໍ​ຖ້າ​ທີ່​ຂົວ​ທີ່​ເຊື່ອມ​ຕໍ່ Reynosa, ເມັກ​ຊິ​ໂກ ໄປ​ຍັງ Hidalgo, ​ລັດ ເທັກ​ຊັ​ສ, 15 ມີ​ນາ 2019.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ຊອກ​ຫາ​ຊ່ອງ​ທາງ​ ເພື່ອ​ປ່ຽນ​ແປງ​ລະ​ບົບ​
ຂໍ​ລີ້​ໄພ​ ​ຂອງ​ປະ​ເທ​ດ ຊຶ່ງ​ຮວມ​ທັງ ການ​ສະ​ເໜີໃຫ້​ເກັບ​ຄ່າ​ທຳ​ນຽມ​ສຳ​ລັບ​ການ​ຍື່ນ​ໃບ
ຄຳ​ຮ້ອງ, ໃນ​ຂະ​ນະ​ທີ່​ລັດ​ຖະ​ບານ​ຂອງ​ເພິ່ນ ໄດ້​ພະ​ຍາ​ຍາມ​ທີ່​ຈະ​ຍຸ​ຕິ​ການ​ເພີ້ມ​ຂຶ້ນ​
ຂອງ​ຈຳ​ນວນ​ພວກ​ໜີ​ເຂົາ​ເມືອງ ທີ່​ພະ​ຍາ​ຍາມ​ເຂົ້າ​ມາ​ຍັງ​ສະ​ຫະ​ລັດ ຜ່ານ​ຊາຍ​ແດນ​
ສະ​ຫະ​ລັດ ກັບ​ເມັກ​ຊິ​ໂກ.

ທ່ານ​ທ​ຣຳ ໄດ້​ໃຊ້​ບົດ​ບັນ​ທຶກ​ຂອງວັນ​ຈັນ​ວານ​ນີ້ ທີ່​ຮຽກ​ຮ້ອງ ໃຫ້​ລັດ​ຖະ​ມົນ​ຕີ​ກະ​ຊວງ
​ຍຸ​ຕິ​ທຳ ແລະ​ຫົວ​ໜ້າ​ຂອງ​ກະ​ຊວງ​ຮັກ​ສາ​ຄ​ວາມ​ປອດ​ໄພ​ແຫ່ງ​ຊາດ ມີ​ການ​ສະ​ເໜີ
​ຢ່າງ​ແທ້​ຈິງ ກົດລະບຽບ ທີ່ຮວມ​ທັງການ​ເກັບຄ່າ​ທຳ​ນຽມຍື່ນ​ໃບ​ສະ​ໝັກການຂໍລີ້ໄພ​
ທີ່​ຈະ​ບໍ່​ຫຼາຍກວ່າຄ່າ ທີ່​ຈະທຳການລົງຄວາມເຫັນ ແຕ່ລະເລື້ອງ.

ປ. ທຣຳ ກ່າວ ຕໍ່ສື່ຂ້າງນອກທຳນຽບຂາວ, 27 ເມສາ 2019.

ທ່ານ​ຍັງ​ຢາກໃຫ້​ພວກ​ໜີ​ເຂົ້າ​ເມືອງ​ຈ່າຍຄ່າ​ທຳ​ນຽມ​ສຳ​ລັບ​ໃບ​ອະ​ນຸ​ຍາດ​ເຮັດ​ວຽກນຳ
ໃນ​ຂະ​ນະ​ທີ່​ຂໍອະ​ນຸ​ຍາດ​ລີ້​ໄພ ​ໃນ​ລະ​ຫວ່າງ​ຢູ່​ໃນ​ການ​ຮ້ອງ​ຮຽນ​ນັ້ນ ແລະ ສຳ​ລັບໃບ​
ອະ​ນຸ​ຍາດເຮັດ​ວຽກ​ທີ່​ຖືກ​ຕ້ອງ ຈະ​ຖືກ​ຍຶດ​ຄືນ​ທັນ​ທີ ຖ້າ​ຫາກວ່າ ໃບ​ຂໍ​ອະ​ນຸ​ຍາດ​ນັ້ນ
​ຖືກປະ​ຕິ​ເສດ. ທ່ານ​ທ​ຣຳ ໄດ້​ຮຽກ​ຮ້ອງ​ໃຫ້​ທຸກ​ຄົນໃຫ້​ຍື່ນ​ໃບ​ສະໝັກ ຫຼື​ບໍ່ ກໍ​ພະ​ຍາ​ຍາມ​ທີ່
​ຈະ​ເຂົ້າ​ມາຍັງສະ​ຫະ​ລັດ ຢ່າງບໍ່ຖືກ​ຕ້ອງ​ຕາມ​ກົດ​ໝາຍ ນັ້ນ ຈະ​ບໍ່​ໄດ້​ຮັບ​ໃບ​ອະ​ນຸ​ຍາດ​
ທີ່​ຖືກ​ຕ້ອງຈົນ​ກວ່າ​ວ່າ ໄດ້​ຮັບ​ການ​ອະ​ນຸ​ມັດ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ພວກໜີເຂົ້າເມືອງ ຈາກອາເມຣິກາກາງ ລໍຖ້າ ຢູ່ຂ້າງນອກສະຖານເກັບ ບ່ອນທີ່ພວກເຂົາເຈົ້າຖືກກັກບໍລິເວນ ໃນໜ່ວຍພາສີອາກອນ ຫຼັງຈາກທີ່ໄດ້ຂ້າມຊາຍແດນເຂົ້າມາສະຫະລັດ ຢ່າງຜິດກົດໝາຍ ທີ່ຂໍອະນຸຍາດລີ້ໄພ ໃນເມືອງແອລ ປາໂຊ, ລັດເທັກຊັສ, 29 ມີນາ 2019.